ນັບຕັ້ງແຕ່ ປີ 2015, ຄລີນິກປົວຕາຂອງອາເມຣິກາ ທີ່ເກົ່າແກ່ທີ່ສຸດ ແຫ່ງນຶ່ງ ຊື່ວ່າ Wills Eye Hospital, ໄດ້ຊ່ອຍປົວພວກທະຫານຢູເຄຣນ ທີ່ບາດເຈັບສາຫັດຢູ່ຫົວ ຫຼືບາດແຜຢູ່ໃບໜ້າ ນຳເອົາສາຍຕາຂອງພວກເຂົາເຈົ້າກັບຄືນມາໄດ້
ທ່ານມາຣຄ໌ ຣຸທເທີ ເລຂາທິການໃໝ່ຂອງເນໂຕ້ ກ່າວດ້ວຍວ່າ ກຸ່ມພັນທະມິດນີ້ ຮັບຮູ້ເຖິງຄວາມຕ້ອງການອັນຮີບດ່ວນຂອງຢູເຄຣນ ໃນການຕໍ່ຕ້ານການຮຸກຮານຂອງຣັດເຊຍ ລະຫວ່າງການປຶກສາຫາລືກັບປະທານາທິບໍດີ ໂວໂລດີເມຍ ເຊເລນສກີ
ອິສຣາແອລ ໄດ້ລາຍງານວ່າ ໃນວັນພະຫັດວານນີ້ ກອງທັບໄດ້ດຳເນີນການໂຈມຕີທາງອາກາດເຂົ້າໃສ່ເປົ້າໝາຍຂອງກຸ່ມເຮສໂບລາ ປະມານ 200 ແຫ່ງທົ່ວເລບານອນ ທີ່ກຸ່ມຕິດອາວຸດ ໃຊ້ເປັນສະຖານທີ່ເກັບມຽນອາວຸດ ແລະໄດ້ສັງຫານນັກລົບຂອງກຸ່ມດັ່ງກ່າວ ໄດ້ປະມານ 15 ຄົນ
ທ່ານ ຊາເດັກ ໄດ້ກ່າວຕໍ່ວີໂອເອວ່າ ລາຍໄດ້ຂອງລັດຖະບານ ອີຈິບ ຈາກຄອງດັ່ງກ່າວໄດ້ລຸດລົງຢ່າງຫຼວງຫຼາຍ
ຣັດເຊຍ ລາຍງານວ່າ ຍິງເຮືອບິນບໍ່ມີຄົນຂັບຫຼືໂດຣນ ຕົກ 113 ລຳ ໃນຂະນະດຽວກັນ ຢູເຄຣນ ກ່າວວ່າ ຕົນກໍໄດ້ທຳລາຍ 78 ລຳເຊັ່ນກັນ
ກອງທັບອິສຣາແອລກ່າວວ່າ ຕົນໄດ້ດຳເນີນການປະຕິບັດງານໂດຍແນເປົ້າໝາຍໃສ່ນະຄອນຫຼວງເບຣຸດ ເພື່ອສືບຕໍ່ໂຈມຕີໃສ່ກຸ່ມຫົວຮຸນແຮງເຮັສໂບລລາ
ເນື່ອງຈາກພື້ນຖານໂຄງລ່າງດ້ານການແພດ ຂອງເຂດກາຊາ ໄດ້ຖືກທຳລາຍໄປຫຼາຍ ແລະການສະໜອງອຸປະກອນການແພດທີ່ຈຳກັດ, ບັນດາໂຮງໝໍ ຈຶ່ງປະເຊີນກັບຄວາມຫຍຸ້ງຍາກໃນການໃຫ້ຄວາມຊ່ວຍເຫຼືອຂັ້ນພື້ນຖານ, ນຶ່ງປີຫຼັງຈາກສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມ ຮາມາສ ໄດ້ເລີ່ມຕົ້ນຂຶ້ນ
ລາຍງານລະບຸອີກວ່າ ຄັ້ງນີ້ເກີດຂຶ້ນລຸນຫຼັງມີການລາດຕະເວນຮ່ວມກັນທັງສອງປະເທດ ທີ່ຄ້າຍຄືກັນນີ້ ເຊິ່ງໄດ້ຖືກດຳເນີນໄປຢູ່ໃນເຂດພາກເໜືອຂອງມະຫາສະໝຸດປາຊີຟິກ ນັບຕັ້ງແຕ່ ວັນທີ 21 ກັນຍາ ເປັນຕົ້ນມາ
ກອງທັບຢູເຄຣນກ່າວວ່າ ການໂຈມຕີຄັ້ງນີ້ ແມ່ນສ່ວນນຶ່ງຂອງການໂຈມຕີທາງອາກາດທີ່ກ່ຽວຂ້ອງກັບໂດຣນ 32 ລຳ
ການພົບສົບທີ່ເຕັມໄປດ້ວຍເລືອດຂອງ ທ່ານໝໍຍິງອາຍຸ 31 ປີ ຢູ່ທີ່ໂຮງໝໍລັດແຫ່ງນຶ່ງໃນ ສົ່ງຜົນເຮັດໃຫ້ເກີດຄວາມໂກດແຄ້ນໃນທົ່ວປະເທດ ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງທີ່ເກີດຂຶ້ນອີກຄັ້ງ
ອີງຕາມລາຍງານຂອງສື່ມວນຊົນທ້ອງຖິ່ນ, ພື້ນທີ່ຂະໜາດໃຫຍ່ ໄດ້ຖືກປິດລ້ອມທ່າມກາງຕໍາຫຼວດຢ່າງໜາແໜ້ນ
Iran says its Tuesday missile attack on Israel avenges recent killings of leaders of its proxy forces
ໂຫລດຕື່ມອີກ
No live streaming currently available