ສະຫະລັດໄດ້ວາງມາດຕະການລົງໂທດ ຕໍ່ພວກເຈົ້າໜ້າທີ່ມາລີສາມຄົນ ໃນວັນຈັນວານນີ້ ຮວມທັງລັດຖະມົນຕີປ້ອງກັນປະເທດ ໃນການກ່າວຫາວ່າ ເຂົາເຈົ້າພົວພັນການຮັບເອົາ ແລະຂະຫຍາຍກິດຈະການ ຂອງກຸ່ມທະຫານຮັບຈ້າງຣັດເຊຍແວກເນີ ຢູ່ໃນປະເທດ
ຈົດໝາຍໄດ້ຖືກລົງນາມໂດຍ ບັນດາສະມາຊິກຂອງກຸ່ມ G7 ຄື ສະຫະລັດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ແລະອັງກິດ ບວກກັບອອສເຕຣເລຍ ນິວຊີແລນ ເກົາຫຼີໃຕ້ ແລະ ອີຢູ
ອົງການພະລັງງານປະລະມານູສາກົນ (IAEA) ກ່າວວ່າ ພະນັກງານໄດ້ເຫັນການວາງລະເບີດຕໍ່ຕ້ານສ່ວນບຸກຄົນ ຢູ່ບໍລິເວນໂຮງໄຟຟ້ານິວເຄລຍຊາໂປຣິສເຊຍຂອງຢູເຄຣນ
ມົສກູ ກ່າວວ່າ ການນຳສົ່ງດ້ານຜະລິດຕະພັນກະສິກຳ ແລະປຸຍທັງຫຼາຍ ພາຍໃຕ້ຂໍ້ຕົກລົງທີ່ໄດ້ຖືກໄກ່ເກ່ຍໂດຍອົງການສະຫະປະຊາຊາດ ແລະເທີກີ ໄດ້ປະສົບກັບຄວາມຫຍຸ້ງຍາກຍ້ອນມາດຕະການລົງໂທດຂອງຕາເວັນຕົກ
ສະຫະລັດ ໄດ້ຊະນະຫວຽດນາມ 3 ປະຕູຕໍ່ 0 ໃນການແຂ່ງຂັນເຕະບານໂລກຂອງເພດຍິງ ທີ່ໄດ້ດືງດູດເອົາຜູ້ຊົມຫຼາຍເຖິງ 6.26 ລ້ານຄົນ ເຮັດໃຫ້ມີຜູ້ຊົມກິລາເຕະບານທາງໂທລະພາບ ຫລາຍທີ່ສຸດຢູ່ໃນສະຫະລັດ ນັບແຕ່ການແຂ່ງຂັນຮອບສຸດທ້າຍ ຂອງເພດຊາຍໃນປີກາຍນີ້
ຣັດເຊຍລາຍງານວ່າ ການໂຈມຕີໂດຍໂດຣນຂອງຢູເຄຣນ ໃນວັນຈັນມື້ນີ້ແນໃສ່ນະຄອນຫລວງມົສກູ
ກອງປະຊຸມທີ່ ທ່ານ ເຊເລັນສກີ (Zelenskyy) ຮ້ອງຂໍໃນການສົນທະນາທາງໂທລະສັບ ກັບເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ (Jens Stoltenberg) ຈະປຶກສາຫາລືກ່ຽວກັບສະຖານະການ ຫລັງຈາກຣັດເຊຍ ໄດ້ຖອນຕົວອອກຈາກຂໍ້ຕົກລົງທີ່ມີອາຍຸນຶ່ງປີ ກ່ຽວກັບການກວດກາການສົ່ງອອກເມັດພືດຈາກທ່າເຮືອຂອງຢູເຄຣນ
ນັບຕັ້ງແຕ່ນັ້ນມາ ມັນໄດ້ຖືກຍົກຍ້າຍອອກໂດຍທາງການ. ທັງກອງທັບ ແລະອົງການອະວະກາດຂອງອອສເຕຣເລ ແມ່ນກຳລັງເຮັດວຽກຮ່ວມກັບຕຳຫຼວດ ເພື່ອຢາກຮູ້ຈັກວ່າ ມັນແມ່ນຫຍັງ ແລະມັນມາຈາກໃສ
ແມ່ຍິງຫຼາຍພັນຄົນຈະສູນເສຍວຽກຂອງພວກເຂົາເຈົ້າ ຖ້າຄໍາສັ່ງດັ່ງກ່າວ ຫາກໄດ້ຮັບການ ຈັດຕັ້ງປະຕິບັດ
ບັນດາຄອບຄົວ ຂອງຜູ້ທີ່ຖືກສັງຫານ ໃນລະຫວ່າງການປຸກລະດົມຕໍ່ຕ້ານຢາເສບຕິດ ຍ້ອງຍໍສັນລະເສີມຕໍ່ການເຄື່ອນ ຫຼ້າສຸດນີ້
ໃນອາທິດນີ້ ເຈົ້າໜ້າທີ່ຈາກທັງສອງປະເທດມີຄວາມຜິດຫວັງ ຕໍ່ຄວາມສໍາພັນທີ່ເຄັ່ງຕຶງຂອງສອງປະເທດມະຫາອໍານາດ ແຕ່ສະແດງສັນຍານເລັກນ້ອຍ ກ່ຽວກັບຄວາມແຕກຕ່າງທີ່ຫຼວງຫຼາຍຂອງພວກເຂົາ
ການເດີນທາງຂອງທ່ານບລິງເກັນນັ້ນ ຈະເປັນຄັ້ງທີສາມໄປຍັງເຂດເອເຊຍ ໃນຮອບສອງເດືອນທີ່ຜ່ານມາ ພາຍຫຼັງຈາກການເດີນທາງຢ້ຽມຢາມຈີນ ເມື່ອເດືອນແລ້ວນີ້ ແລະຫາກໍຢ້ຽມຢາມອິນໂດເນເຊຍ ສຳລັບການເຈລະຈາກັບບັນດາເຈົ້າໜ້າທີ່ຂອງປະເທດໃນເອເຊຍຕາເວັນອອກສຽງໃຕ້ ເມື່ອອາທິດແລ້ວນີ້ເອງ
ໂຫລດຕື່ມອີກ
No live streaming currently available