ທ່ານມາກຣົງ ໄດ້ກ່າວຕໍ່ປະທານາທິບໍດີອິສຣາແອລວ່າ ສິ່ງທີ່ໄດ້ເກີດຂຶ້ນຈະ 'ບໍ່ມີວັນຖືກລືມໄດ້ເລີຍ' ແລະວ່າບູລິມະສິດສູງສຸດ ຄວນເປັນເລື້ອງການປ່ອຍໂຕກັນທັງຫຼາຍ ທີ່ຖືກຈັບກຸ່ມໂດຍກຸ່ມຮາມາສ
ມີຄວາມກັງວົນຈາກບັນດາຜູ້ສະໜັບສະໜຸນດ້ານສິດທິມະນຸດວ່າ ນາງ ເກີຣາວານ ອາດຈະປະເຊີນກັບຊະຕາກຳອັນດຽວກັນກັບ ນາງມາຊາ ອາມີນີ
ອົງການຂ່າວຂອງທາງການອີຣ່ານ IRNA ໄດ້ລາຍງານເມື່ອຕອນເຊົ້ານີ້ ວ່າ ບັນດາລັດຖະມົນຕີການຕ່າງປະເທດຂອງຣັດເຊຍ, ເທີກີ, ອາເຈີບາຍຈານ ແລະ ອາເມເນຍ ກໍໄດ້ຖືກເຊື້ອເຊີນໃຫ້ໄປຮ່ວມສຳລັບການເຈລະຈາດັ່ງກ່າວ
ການໂຈມຕີຂອງ ຣັດເຊຍ ໃສ່ໂຮງໄຟຟ້າແຫ່ງຕ່າງໆໃນສົງຄາມຢູເຄຣນ ໄດ້ສົ່ງຜົນກະທົບຕໍ່ຄວາມສາມາດໃນການສະໜອງໄຟຟ້າເກືອບເຄິ່ງນຶ່ງຂອງປະເທດ ເມື່ອລະດູໜາວປີກາຍນີ້ ຊຶ່ງໄດ້ກົດດັນໃຫ້ ຊາວຢູເຄຣນຫຼາຍລ້ານຄົນ ຮຽນຮູ້ເພື່ອການເຮັດວຽກ, ການດຳລົງຊີວິດ ແລະ ຫ້າງຫາສິ່ງຈຳເປັນພື້ນຖານໃນຍາມບໍ່ມີໄຟຟ້າ
ປະເທດອີຣັກໃນປັດຈຸບັນນີ້, ຜູ້ໃດກໍຕາມທີ່ສະແດງຮູບພາບ ຫຼື ຄຳຂວັນ ທີ່ສົ່ງເສີມຕໍ່ລະບອບການປົກຄອງທີ່ຖືກໄລ່ອອກຈາກອໍານາດໄປແລ້ວນັ້ນ ສາມາດຖືກດຳເນີນຄະດີ
ແນວໃດກໍ່ຕາມການເຕົ້າໂຮມກັນດັ່ງກ່າວແມ່ນມີແນວໂນ້ມໄປທາງສາສະໜາ, ດ້ວຍການຮ້ອງ ແລະ ເວົ້າຄຳຂວັນປະສົມກັບການສູດມົນ ແລະ ເພງສາສະໜາ.
ອິສຣາແອລ ໄດ້ດຳເນີນການໂຈມຕີໃສ່ເຂດກາຊາດົນກວ່າ 2 ອາທິດໃນການຕອບໂຕ້ຕໍ່ການໂຈມຕີເມື່ອວັນທີ 7 ຕຸລາທີ່ຜ່ານມາໂດຍກຸ່ມຫົວຮຸນແຮງ ຮາມາສ ທີ່ໄດ້ສັງຫານ 1,400 ຄົນ.
ເທັກໂນໂລຈີ ‘mRNA’ ມີຄວາມສຳຄັນ ໃນການພັດທະນາຢາວັກຊິນກັນໄວ ຣັສໂຄໂຣນາ ຂອງບໍລິສັດ Moderna ແລະ Pfizer-BioTech.
ສໍາລັບຄອບຄົວ ແລະຫມູ່ເພື່ອນ, ນີ້ແມ່ນກໍາແພງແຫ່ງຄວາມໂສກເສົ້າ. ຮູບໃບໜ້າຂອງພົນ ລະເຮືອນຈຳນວນນຶ່ງໃນ 199 ຄົນ ຫຼືຫຼາຍກວ່ານັ້ນທີ່ຖືກລັກພາຕົວ ແລະນໍາຕົວເຂົ້າໄປໃນ ເຂດກາຊາ ຕັ້ງຢູ່ຂ້າງນອກສໍານັກງານໃຫຍ່ຂອງກະຊວງປ້ອງກັນປະເທດຂອງອິສຣາແອລ ເພື່ອເປັນການເຕືອນວ່າພວກເຂົາຍັງຄົງສູນຫາຍຢູ່.
ປະທານຄະນະກຳມາທິການເສລີພາບດ້ານຂ່າວ ຂອງສະໂມສອນນັກຂ່າວແຫ່ງຊາດກ່າວວ່າ ມັນເປັນເລື່ອງຈຳເປັນທີ່ບັນດານັກຂ່າວສະໜອງຂໍ້ມູນຄວາມຈິງຂອງສົງຄາມກ່ຽວກັບ ອິສຣາແອລ ແລະ ກຸ່ມ ຮາມາສ
“ການເພີ້ມມາດຕະການຕ່າງໆຮວມມີການສອດແນມ ແລະ ການບິນສັງເກດ ການ, ຮວມທັງຖ້ຽວບິນລາດຕະເວນການເດີນເຮືອທາງທະເລ, ເຮືອບິນ NATO AWACS ແລະ ໂດຣນ. ກຸ່ມກຳປັ່ນຊອກຫາລະເບີດໃຕ້ນ້ຳສີ່ລຳຂອງ NATO ກໍຍັງຖືກສົ່ງໄປໃນຂົງເຂດດັ່ງກ່າວ, ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງຂອງອົງການ NATO
ໂຫລດຕື່ມອີກ
No live streaming currently available