ກຸ່ມລັກເຈາະຂໍ້ມູນ ໂຊລເຊັບຢອກ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີທາງສື່ສັງຄົມເຕເລກຣາມ, ບ່ອນທີ່ມັນຍັງໄດ້ໂພສຮູບຫນ້າຈໍທີ່ສະແດງວິທີເຂົ້າເຖິງເຄືອຂ່າຍບໍລິການຂອງ ກີຢິບສຕາ
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງໂດຣນ 41 ລຳ ໃນຈຳ ນວນ 42 ລຳ ຕົກ ເຊິ່ງໄດ້ສົ່ງເຂົ້າມາໂດຍກອງກຳລັງຂອງຣັດເຊຍ ສ່ວນຫຼາຍຖືກຍິງຕົກ ຢູ່ໃນຂົງເຂດໂອເດຊາ ທາງພາກໃຕ້ຂອງຢູເຄຣນ.
ທ່ານ ເຄີບີ ໄດ້ກ່າວວ່າ “ນັ້ນແມ່ນເປົ້າໝາຍຂອງພວກເຮົາ, ແລະ ອິສຣາແອລ ເວົ້າວ່າມັນແມ່ນເປົ້າໝາຍຂອງເຂົາເຈົ້າ, ແຕ່ມັນແມ່ນຜົນທີ່ອອກມາທີ່ຖືກນັບ”
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ການປ້ອງກັນທາງອາກາດຂອງປະ ເທດ ສາມາດຍິງລູກສອນໄຟຂີປະນາວຸດທັງໝົດ 10 ລູກ ທີ່ຍິງມາໂດຍຣັດເຊຍ ຕົກ
ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງຢ່າງເປີດເຜີຍຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໃນວັນອັງຄານວານນີ້ ເຖິງຢ່າງນັ້ນກໍຕາມ ທ່ານກໍຍັງໃຫ້ການສະໜັບສະໜຸນ ແກ່ອິສຣາແອລຢ່າງແຂງຂັນຢູ່
ບັນດາຜູ້ແທນຈາກເກືອບ 200 ປະເທດ ໄດ້ຕົກລົງເຫັນດີ ໃນວັນພຸດວານນີ້ ທີ່ກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດໃນ ນະຄອນດູໄບ ເພື່ອຫັນປ່ຽນອອກຈາກການນໍາໃຊ້ນ້ຳມັນເຊື້ອໄຟທີ່ມາຈາກຊາກພືດແລະສັດດຶກດຳບັນ ຫຼືເຊື້ອໄຟຟອສຊີລ
ປະທານາທິບໍດີຢູເຄຣນ ຮຽກຮ້ອງໃຫ້ບັນດາສະມາຊິກສະພາ ຈົ່ງຍຸຕິການຢຸດຢັ້ງການໃຫ້ທຶນເພີ້ມຕື່ມຫຼາຍກວ່າ 61 ຕື້ໂດລາແກ່ການທະຫານຂອງຢູເຄຣນ
ສະຫະລັດ ເວົ້າວ່າມາດຕະການລົງໂທດໃໝ່ໄດ້ແນເປົ້າໃສ່ບຸກຄົນ ແລະ ອົງການຕ່າງໆຜູ້ທີ່ໄດ້ສະໜັບສະໜູນຄວາມສາມາດຂອງ ຣັດເຊຍ ເພື່ອເຮັດສົງຄາມກັບ ຢູເຄຣນ
ບົດລາຍງານປະຈໍາປີໄດ້ສະແດງໃຫ້ເຫັນເຫດການກ່ຽວກັບສະພາບອາກາດຮ້າຍແຮງທີ່ເກີດຂຶ້ນເລື້ອຍໆ ເຊິ່ງມີຜົນກະທົບຢູ່ໃນທົ່ວໂລກ
ສະຫະລັດ ແລະ ອອສເຕຣຍ ແມ່ນລວມຢູ່ໃນ 10 ປະເທດ ທີ່ໄດ້ລົງຄະແນນສຽງຄັດຄ້ານຮ່າມະຕິດັ່ງກ່າວ
ສື່ມວນຊົນຂອງກອງທັບ ກ່າວວ່າ ມີທະຫານທັງໝົດ 25 ຄົນ ແລະຜູ້ກໍ່ການຮ້າຍ 27 ຄົນ ໄດ້ຖືກຂ້າຕາຍ ລະຫວ່າງວັນທີ 11 ຫາ 12 ທັນທີ່ຜ່ານມາ
ການໂຈມຕີນັ້ນ ເປັນຄັ້ງຫຼ້າສຸດໂດຍພວກຫົວຮຸນແຮງຮູທີ ທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນ ຫຼືຢູ່ໃກ້ທະເລແດງ ນອກເໜືອຈາກນັ້ນ ຍັງໄດ້ສົ່ງໂດຣນຫຼາຍລຳ ແລະຍິງລູກສອນໄຟ ທີ່ແນໃສ່ອິສຣາແອລ ນຳດ້ວຍ
ໂຫລດຕື່ມອີກ
No live streaming currently available