ການເຄື່ອນໄຫວດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກຜູ້ນຳທີ່ແທ້ຈິງຂອງອັຟການິສຖານ ສະຫຼອງວັນຄົບຮອບ 2 ປີໃນການກັບຄືນ ເຂົ້າກຳອຳນາດ ທີ່ນະຄອນຫຼວງກາບູລ
ໃນເດືອນຕຸລາທີ່ຜ່ານມາ, ນາຍົກລັດຖະມົນຕີຂອງ ເຮຕີ ໄດ້ຂໍສະພາຄວາມໝັ້ນຄົງໃຫ້ສົ່ງກອງກຳລັງສາກົນໄປຢ່າງຮີບດ່ວນ
ຜູ້ປົກຄອງເຂດໂອເດຊາ ທ່ານໂອເລ ກີເປີ ກ່າວຢູ່ເຕເລກຣາມວ່າ ການໂຈມຕີໄດ້ທຳລາຍບັນດາສາງເກັບມ້ຽນເຂົ້າເບລ່ ຢູ່ທ່າເຮືອຕັ້ງຢູ່ແມ່ນໍ້າດານູບ
ພວກນັກວິເຄາະກ່າວວ່າ ການແຊກແຊງທາງທະຫານ ຈະມີຄວາມສ່ຽງໃນດ້ານການປະຕິບັດງານແລະຄວາມບໍ່ແນ່ນອນທາງດ້ານການເມືອງ ເມື່ອເວົ້າເຖິງການແຕກແຍກຢູ່ພາຍໃນກຸ່ມ ECOWAS ແລະຄວາມຢ້ານກົວທີ່ຈະເຮັດໃຫ້ສະຖານະການຢູ່ໃນເຂດຊາແຮລ ຊຸດໂຊມລົງຕື່ມ
ເກີດໄຟໄໝ້ຢູ່ສາງນໍ້າມັນແຫ່ງນຶ່ງ ຢູ່ໃນເຂດດາແຈສຕານ ທາງພາກໃຕ້ຣັດເຊຍ ໃນຕອນແລງວັນຈັນວານນີ້ ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ຮວມທັງເດັກນ້ອຍ ສາມຄົນ ກະຊວງຮັບມືກັບເຫດສຸກເສີນຂອງຣັດເຊຍກ່າວໃນວັນອັງຄານມື້ນີ້
ໂຄສົກອົງການສະຫະປະຊາຊາດທ່ານ ສເຕຟານ ດູຈາຣິກ ໄດ້ກ່າວວ່າ “ມັນເປັນການປະກາດ ທີ່ໜ້າເປັນຫ່ວງຫຼາຍຢ່າງເຫັນໄດ້ຊັດ”
ບັນດາປະເທດພັນທະມິດ ມີຄວາມກັງວົນກ່ຽວກັບການຮຸກຮານທີ່ຮຸນແຮງຂຶ້ນຂອງ ຈີນ ຢູ່ໃນເສັ້ນທາງຍຸດທະສາດທາງນໍ້າ ທີ່ມີຄວາມຂັດແຍ້ງກັນ
ຈົນເຖິງວັນຈັນວານນີ້ ນັກຂ່າວໄວ 31 ປີ ໄດ້ຖືກຄຸມຂັງເປັນເວລາເກືອບ 20 ອາທິດແລ້ວ. ລາວຖືກຂັງໃນສະຖານຄຸມຂັງ ເລຟໍໂຕໂວ (Lefortovo) ຂອງມົສກູ
ທ່ານບລິງເກັນ ໄດ້ກ່າວໃນຖະແຫລງການຂອງທ່ານ ວ່າ “ໃນແຕ່ລະມື້ ຣັດເຊຍ ກຳລັງເຂັ່ນຂ້າພົນລະເຮືອນຊາວຢູເຄຣນ ແລະທຳລາຍພື້ນຖານໂຄງລ່າງດ້ານສາທາລະນຸປະໂພກ ໃນຂະນະດຽວກັນ ຍັງໄດ້ໃຊ້ຄວາມອຶດຢາກເປັນອາວຸດ ແລະມີສ່ວນເຮັດໃຫ້ເກີດຄວາມບໍ່ໝັ້ນຄົງດ້ານອາຫານໃນທົ່ວໂລກ
ຜູ້ນຳພັກຝ່າຍຄ້ານທີ່ມີອິດທິພົນສູງ ທ່ານແດລວາ ຮອສເຊນ ສາວີດີ ເສຍຊີວິດຫຼັງຈາກຫົວໃຈວາຍ ຮວມອາຍຸໄດ້ 83 ປີ
ການປະທະກັນລະຫວ່າງກອງທັບບົກຂອງຊູດານ ແລະກອງກຳລັງສະໜັບສະໜຸນເຄື່ອນທີ່ວ່ອງໄວ ຫຼື RSF ນັ້ນ ໄດ້ເກີດຂຶ້ນເປັນໄລຍະໆ ຢູ່ໃນເມືອງໄນອາລາ ຊຶ່ງເປັນເມືອງໃຫຍ່ສຸດອັນດັບສອງຂອງປະເທດ ແລະເປັນສູນກາງຍຸດທະສາດສຳລັບພາກພື້ນດາຟົວ ທີ່ບອບບາງ
ການອອກຈາກເມືອງ ເບີ (Ber) ຂອງກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA ມີຂຶ້ນຫຼັງຈາກກອງທັບມາລີກ່າວໃນວັນເສົາວານວ່າ ທະຫານ 6 ຄົນເສຍຊີວິດ ແລະ ນັກລົບ 24 ຄົນຈາກ "ກຸ່ມກໍ່ການຮ້າຍຕິດອາວຸດ" ໄດ້ຖືກຂ້າຕາຍ ໃນການປະທະກັນໃນເຂດດັ່ງກ່າວ ໃນວັນສຸກ
ໂຫລດຕື່ມອີກ
No live streaming currently available