ການກ່າວອ້າງຂອງລະບອບການປົກຄອງດັ່ງກ່າວນັ້ນ ໄດ້ຖືກຢັ້ງຢືນໂດຍບັນດາ ຜູ້ສັງເກດການທີ່ເປັນອິດສະຫຼະ
ໃນຂະນະດຽວກັນ, ພັກຂອງທ່ານບາຊູມ (Bazoum) ກ່າວໃນວັນພຸດວານນີ້ວ່າ ປະທານາທິບໍດີ ແລະຄອບຄົວຂອງທ່ານ ກຳລັງຂາດສະບຽງອາຫານ ແລະ ຢູ່ໂດຍບໍ່ມີໄຟຟ້າ ແລະນ້ຳໃຊ້ ມາເປັນເວລານຶ່ງອາທິດ. ທີ່ປຶກສາຄົນນຶ່ງ ກ່າວຕໍ່ ອົງການຂ່າວ AP ວ່າ ຄອບຄົວນີ້ ເຫຼືອແຕ່ເຂົ້າ ແລະອາຫານກະປ໋ອງເທົ່ານັ້ນ
“ລູກສອນໄຟນຳວິຖີໄວກວ່າສຽງ ຈະເປີດໜ້າໃໝ່ໃນໂຄງການປ້ອງກັນຂອງ ອີຣ່ານ ຂະນະທີ່ມັນເປັນການຍາກທີ່ຈະສະກັດກັນລູກສອນໄຟນຳວິຖີ ທີ່ບິນດ້ວຍຄວາມໄວເໜືອກວ່າສຽງ”ອົງການຂ່າວ Tasnim ຂອງທາງການໄດ້ ລາຍງານ
ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວຢູ່ໃນຖະແຫລງການໃນ Telegram ວ່າໂດຣນສອງລຳທີ່ແນເປົ້າໝາຍໃສ່ມົສກູໄດ້ຖືກຍິງຕົກ ໃນຂະນະທີ່ໄດ້ເຂົ້າໃກ້ ເມືອງ ເຊີວາສໂຕໂປລ ຢູ່ຊາຍຝັ່ງແຫຼມ ໄຄຣເມຍ. ຖະແຫລງການກ່າວວ່າ ໂດຣນ “ໄດ້ຖືກທຳລາຍໂດຍເຄື່ອງອີເລັກໂທຣນິກທາງສົງຄາມ ແລະໄດ້ຕົກ ລົງສູ່ທະເລດຳ.”
ສື່ມວນຊົນໃນທ້ອງຖິ່ນກ່ອນໜ້ານີ້ໄດ້ລາຍງານວ່າ ທ່ານ ວິລລາວິເຊັນຊິໂອ ອະດີດສະມາຊິກສະພາ ຜູ້ທີ່ມີຄະແນນ 7.5 ເປີິເຊັນ ໃນການຢັ່ງຫາງສຽງຂອງການປ່ອນບັດລົງຄະແນນສຽງ ໄດ້ຖືກຍິງຕາຍຢູ່ໃນງານໂຄສະນາຫາ ສຽງໃນເມືອງກີໂຕ
ບີລິນ ໄດ້ສົ່ງລະບົບລູກສອນໄຟ Patriot ສາມໜ່ວຍໄປພາກຕາເວັນອອກ ຂອງ ໂປແລນ ໃນເດືອນມັງກອນທີ່ຜ່ານມາ ຫລັງຈາກເກີດລະເບີດທີ່ຮ້າຍແຮງ ໃນໝູ່ບ້ານແຫ່ງນຶ່ງຂອງ ໂປແລນ ໃນທ້າຍປີ 2022
“ເດືອນນີ້ຄາດວ່າຈະຮ້ອນຂຶ້ນຢູ່ປະມານ 1.5 ອົງສາເມື່ອທຽບໃສ່ຄ່າສະເລ່ຍຂອງປີ 1850 ຫາ 1900. ເຊັ່ນດຽວກັນ, ຄ່າສະເລ່ຍຂອງຊ່ວງເວລາກ່ອນຍຸກອຸດສາຫະກໍາ,"
ການປະເມີນດັ່ງກ່າວນີ້ ມີຂຶ້ນບໍ່ຮອດນຶ່ງອາທິດ ລຸນຫຼັງກຸ່ມລັດອິສລາມ ໄດ້ປະກາດການເສຍຊີວິດ ຂອງ ອາບູ ອາລ-ຮຸສເຊນີ ອາລ-ກູຣາຊີ, ເຊິ່ງເປັນຜູ້ນໍາຂອງພວກກໍ່ການຮ້າຍ
ແຕ່ ຣັດເຊຍ, ເຊິ່ງໄດ້ເຊັນຂໍ້ຕົກລົງຮ່ວມກັບ ສະຫະລັດ, ຈີນ, ອັງກິດ, ຝຣັ່ງ, ເຢຍຣະມັນ ແລະ ສະຫະພາບ ຢູໂຣບ ນັ້ນ, ແມ່ນໄດ້ຂະຫຍາຍສາຍພົວພັນຢ່າງເລິກເຊິ່ງກັບ ອີຣ່ານ ນັບຕັ້ງແຕ່ການບຸກລຸກ ຢູເຄຣນ.
ໂຄສົກກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ຍັງມີຄວາມຫວັງທີ່ຈະຕ່າວປີ້ນການກໍ່ລັດຖະປະຫານຂອງ ໄນເຈີ ແຕ່ “ສາມາດນຶກພາບອອກໄດ້.”
ຮອງລັດຖະມົນຕີຕ່າງປະເທດຮັບຜິດຊອບດ້ານການເມືອງ ທ່ານນາງ ວິຕໍເຣຍ ນູແລນ ໄດ້ກ່າວຢູ່ໃນພື້ນທີ່ນຂອງສື່ສັງຄົມ X ໂດຍຮູ້ຈັກກັນຄືທວິດເຕີນັ້ນ ທີີ່ີວ່າ ທ່ານນາງໄດ້ເດີນທາງໄປນະຄອນຫລວງ ນິອາເມ “ເພື່ອສະແດງຄວາມເສົ້າສະລົດໃຈໃນຄວາມເປັນຫ່ວງ ກ່ຽວກັບຄວາມພະຍາຍາມຢຶດອຳນາດທີ່ບໍ່ເປັນປະຊາທິປະໄຕ
ໂຫລດຕື່ມອີກ
No live streaming currently available