ເມືອງດັ່ງກ່າວ ເປັນທີ່ໝັ້ນໂດຍກົງຂອງຄອບຄົວ ມາຊູດ ບາຊານີ ແລະພັກປະຊາທິປະໄຕ ເຄີດິສຕານ ຫຼື KDP
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ ໃຊ້ເຮືອ ບິນບໍ່ມີຄົນຂັບ ຫຼືໂດຣນ 35 ລຳ ແລະ ລູກສອນໄຟ 99 ລູກ ທີ່ໄດ້ຍິງອອກມາຈາກອາກາດ ແລະທະເລ, ແລະວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນທັງໝົດຕົກ ແລະ ລູກສອນໄຟ 72 ລູກຕົກ
ກຸ່ມຮູຕີ ໄດ້ເລີ້ມການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຫຼືໂດຣນ ລູກສອນໄຟ ແລະເຮືອໂຈມຕີ ນັບຕັ້ງແຕ່ເດືອນຕຸລາປີກາຍນີ້ ໂດຍແນເປົ້າໝາຍໃສ່ ສິ່ງທີ່ພວກເຂົາກ່າວວ່າ ເປັນກຳປັ່ນທີ່ເຊື່ອມໂຍງກັບ ຫຼື ກຳລັງແລ່ນໄປຍັງ ອິສຣາແອລ
ກອງທັບອິສຣາແອລ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບລາຍງານດັ່ງກ່າວ ແຕ່ການໂຈມຕີເຊັ່ນນັ້ນ ຈະເປັນໄປຕາມການຍອມຮັບຕໍ່ເຈຕະນາທີ່ຈະສັງຫານບັນດາຜູ້ນຳທີ່ສຳຄັນຂອງກຸ່ມຮາມາສ ຂະນະທີ່ສົງຄາມກັບພວກຮາມາສ ໃນກາຊາ ຍັບໃກ້ເຂົ້າຂີດໝາຍສາມເດືອນແລ້ວ
ການປາມປາມດັ່ງກ່າວ ແນໃສ່ການຄຸມຂັງອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຂອງພັກເຕຣີກ-ອີ-ອິນຊາຟ ຂອງປາກິສຖານ ຫຼື PTI ທີ່ໄດ້ຖືກຈັດອັນດັບໃຫ້ເປັນພັກການເມືອງໃຫຍ່ທີ່ສຸດຂອງປະເທດ ອີງຕາມການຢັ່ງຫາງສຽງມະຫາຊົນ
ເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີມະຫາວິທະຍາໄລ ແລະຫໍພິພິທະພັນ ທີ່ເຊື່ອມໂຍງກັບບັນດາຜູ້ປົກປັກຮັກສາ ເອກະລັກແຫ່ງຊາດຂອງຢູເຄຣນທີ່ໂດດເດັ່ນທີ່ສຸດ ໃນສະຕະວັດທີ 20 ສອງຄົນ ໃນວັນຈັນວານນີ້, ເຮັດໃຫ້ປະຊາຊົນໃນທ້ອງຖິ່ນ ປະຕິຍານວ່າຈະສ້ອມແປງຄວາມເສຍຫາຍດັ່ງກ່າວ
ການຍິງປືນໃຫຍ່ຖະຫລົ່ມຂອງຣັດເຊຍ ຊຶ່ງເກີດຂຶ້ນໃນລະຫວ່າງຕອນເຊົ້າເວລາຄົນເລີ້ມພາກັນໄປການນັ້ນ ຍັງໄດ້ຕັດໄຟຟ້າຢູ່ໃນຫຼາຍເຂດຂອງນະຄອນຫຼວງກີຢິບ
ສານສູງສຸດຂອງອິດສຣາແອລ ໄດ້ປະຕິເສດຕໍ່ອົງປະກອບທີ່ສຳຄັນ ຂອງການປັບປຸງຂະບວນການຍຸດຕິທຳ ທີ່ເຮັດໃຫ້ເກີດການຖົກຖຽງຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ
ພົນຕີ ແດນນີລ ຮາກາຣີ ໄດ້ກ່າວວ່າ ສົງຄາມນີ້ ຄາດວ່າຈະຍັງມີຢູ່ຕໍ່ເນື່ອງ. ທ່ານກ່າວໃນວັນອາທິດຜ່ານມານີ້ ວ່າ ຈຸດປະສົງຂອງສົ່ງຄາມ “ຕ້ອງໃຫ້ການສູ້ລົບນັ້ນ ແກ່ຍາວອອກໄປ”
ນັກທ່ອງທ່ຽວຈຳນວນຫຼາຍ ນັບຖອຍຫຼັງຮອດທ່ຽງຄືນ ໃນຂະນະທີ່ວັນສົ່ງທ້າຍປີເກົ່າ ມາຮອດຈຸດສຳຄັນ ຢູ່ໃນຕາເວັນອອກກາງ, ອາຟຣິກາ ແລະຢູໂຣບ
ຣັດເຊຍ ແລະຢູເຄຣນລາຍງານການໂຈມຕີທີ່ຮ້າຍແຮງໃນວັນຈັນມື້ນີ້, ໃນຂະນະທີ່ທັງສອງຝ່າຍ ໄດ້ດຳເນີນການໂຈມຕີດ້ວຍປືນໃຫຍ່ ແລະການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະຢູເຄຣນໄດ້ເລີ່ມປະຕິບັດການຂັບໄລ່ການຮຸກຮານຂອງຣັດເຊຍ ອີກນຶ່ງປີ
ກຸ່ມພວກກໍ່ການຮ້າຍ ມັກຈະອ້າງ ຫຼື ຖິ້ມໂທດໃສ່ຄວາມຮຸນແຮງ
ໂຫລດຕື່ມອີກ
No live streaming currently available