ຮວມຢູ່ໃນບັນດາຜູ້ເສຍຊີວິດມີນັກຂ່າວຖ່າຍວີດີໂອ ຂອງອົງການຂ່າວຣອຍເຕີ ທ່ານອາຊຊາມ ອັບດາລລາ ຜູ້ທີ່ໄດ້ເສຍຊີວິດໃນວັນສຸກແລ້ວນີ້ ໃນຂະນະທີ່ລາຍງານສົດ ໃກ້ກັບຊາຍແດນໃນພາກໃຕ້ຂອງເລບານອນ
ທ່ານຊັກເຊັສ ມາສຣ! ກ່າວວ່າ ການເພີ້ມຂຶ້ນຂອງໄພຂົ່ມຂູ່ ຕໍ່ເສລີພາບຂອງພົນລະເຮືອນ ໂດຍສະພາກອງທັບໄລຍະຂ້າມຜ່ານຂອງຊາດ ເຮັດໃຫ້ການກັບຄືນມາຂອງທ່ານເປັນໄປໄດ້ຍາກ
ທ່ານເຊເລັນສກີ ຫວັງວ່າ ຈະຊຸກຍູ້ການຟື້ນຟູລະບົບເສດຖະກິດຂອງ ຢູເຄຣນ ດ້ວຍການຊ່ວຍເຫຼືອຈາກ ສະຫະລັດ
ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີ ໄບເດັນ ຈະຢ້ຽມຢາມ ນະຄອນ ແຕລ ອາວີບ ກ່ອນເດີນທາງໄປປະເທດຈໍແດນ ບ່ອນທີ່ທ່ານຈະພົບປະກັບ ກະສັດ ອັບດູລລາ, ປະທານາທິບໍດີອີຢິບ ທ່ານອັບແດລ ຟາຕາ ແອລ-ຊິສຊີ ແລະອຳນາດການປົກຄອງຂອງປາແລັສໄຕນ໌ ປະທານາທິບໍດີ ມາມູດ ອັບບັສ
ໃນການໃຫ້ສຳພາດກັບໂທລະພາບ CCTV ທ່ານສາຍ ໄດ້ກ່າວວ່າ ຈີນ ໄດ້ກ່າວຢ້ຳວ່າ “ກຳລັງບໍ່ແມ່ນວິທີທາງເພື່ອແກ້ໄຂບັນຫາທັງຫຼາຍ” ແລະການຕອບໂຕ້ຕໍ່ຄວາມຮຸນແຮງກັບຄວາມຮຸນແຮງ ຈະພຽງສ້າງວົງຈອນແຫ່ງຄວາມໂຫດຮ້າຍຂອງການລ້າງແຄ້ນ
ທູດພິເສດແຊັດເທີຟີລ (Satterfield) ຈະນໍາພາການທູດຂອງສະຫະລັດ ເພື່ອ ແກ້ໄຂວິກິດການດ້ານມະນຸດສະທໍາໃນກາຊາ ຢ່າງຮີບດ່ວນ, ລວມທັງວຽກງານ ເພື່ອອໍານວຍຄວາມສະດວກໃນການໃຫ້ການຊ່ວຍເຫຼືອໃນການຊ່ວຍຊີວິດຜູ້ດ້ອຍໂອກາດທີ່ສຸດ ແລະສົ່ງເສີມຄວາມປອດໄພຂອງພົນລະເຮືອນ, ໂດຍການປະສານງານກັບສະຫະປະຊາຊາດແລະຄູ່ຮ່ວມງານຂອງສະຫະລັດ
ການຊ່ວຍເຫຼືອຫຼາຍຮ້ອຍໂຕນຈາກຫຼາຍປະເທດໄດ້ລໍຖ້າຢູ່ໃນແຫຼມຊີໄນ (Sinai) ຂອງອີຢິບເປັນເວລາຫຼາຍມື້ແລ້ວ, ໂດຍຢູ່ລະຫວ່າງການລໍຖ້າຂໍ້ຕົກລົງໃນ ການຈັດສົ່ງທີ່ປອດໄພໄປເຂດກາຊາ ແລະການຍົກຍ້າຍຜູ້ຖືຫນັງສືຜ່ານແດນ ຕ່າງປະເທດບາງສ່ວນ ຜ່ານທາງດ່ານຣາຟາ (Rafah).
ຫຼາຍໆປະເທດ ກຳລັງດຳເນີນການເພື່ອນຳເອົາພົນລະເມືອງຂອງພວກເຂົາເຈົ້າ ອອກຈາກອິສຣາແອລ ແລະແຫຼມກາຊາ ແລະສົ່ງການຊ່ອຍເຫຼືອດ້ານມະນຸດສະທຳໄປໃຫ້ພົນລະເຮືອນທັງຫຼາຍ
ອິສຣາແອລ ໄດ້ກ່າວຫາຜູ້ປົກຄອງທາງສາສະໜາຂອງ ອີຣ່ານ ກ່ຽວກັບ ການຍຸແຍ່ຄວາມຮຸນແຮງມາດົນນານ.
ຫົວໜ້າອົງການອົບພະຍົບ ປາແລັສໄຕນ໌ ຂອງສະຫະປະຊາຊາດໄດ້ກ່າວໃນວັນອາທິດວານນີ້ວ່າ ກາຊາ ແມ່ນ “ກຳລັງຖືກຮັດຄໍ” ແລະ ວ່າສະບຽງເຊັ່ນນ້ຳ, ອາຫານ ແລະ ຢາກໍຈະໝົດໃນໄວໆນີ້.
"ຂ້າພະເຈົ້າຫວັງວ່າຜູ້ທີ່ຮັບຜິດຊອບໃນການເຈລະຈາ SGR ຈະພິຈາລະນາເບິ່ງການຊຳລະຄືນ ຕົວຈິງແທ້ໆ. ມັນເປັນໂຄງການ ການລົງທຶນຂະຫນາດໃຫຍ່ ທີ່ຈະມີການຊໍາລະໜີ້ຄືນ ພາຍໃນ 20, 30 ປີ, ເຊິ່ງມັນຄ້ອນຂ້າງຍາກ"
ຄະນະກຳມະການລາງວັນໂນເບລກ່າວວ່າ 'ລາງວັນດັ່ງກ່າວຍັງໄດ້ຮັບຮູ້ ເຖິງປະຊາຊົນຫລາຍແສນຄົນ ຜູ້ທີ່ໄດ້ປະທ້ວງຕໍ່ຕ້ານການກົດຂີ່ຂົ່ມເຫັງ ຕໍ່ພວກແມ່ຍິງ ຂອງລັດຖະບານຜະເດັດການອີຣ່ານ'
ໂຫລດຕື່ມອີກ
No live streaming currently available