“ບໍ່ມີທາງລັດໃດໆ ໃນການທັບມ້າງອົງກອນກໍ່ການຮ້າຍ” ຜູ້ບັນຊາການກອງທັບບົກ ທ່ານເຮີຊີ ຮາເລີວີ ໄດ້ກ່າວໃນວັນອັງຄານວສານນີ້ ໂດຍອ້າງອີງເຖິງພວກຫົວຮຸນແຮງຮາມາສ
ການປະຊຸມຂອງຄະນະກຳມາທິການ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກປະທານາທິບໍດີເທີກີ ໄດ້ປະກາດຢ່າງເປີດເຜີຍ ໃນການຮັບເອົາສະວີເດັນ ເຂົ້າເປັນສະມາຊິກເນໂຕ້ ເຊື່ອມໂຍງໃສ່ກັບການຊືເຮືອບິນລົບ F-16 ຈາກສະຫະລັດ ເປັນເງື່ອນໄຂໃໝ່
ອົງການ JAXA ກ່າວວ່າ ມີການຄາດການວ່າການບິນລົງໄປຈອດຢູ່ດວງເດືອນຈະເລີ້ມຂຶ້ນໃນເວລາ 12:00 ໂມງ ໃນວັນທີ 20 ມັງກອນນີ້ ຕາມເວລາທ້ອງ ຖິ່ນຂອງຍີ່ປຸ່ນ
ສື່ມວນຊົນຂອງລັດຖະບານອີຣ່ານ ກ່າວວ່າ ການໂຈມຕີທາງອາກາດ ຂອງອິສຣາແອລ ໃນວັນຈັນວານນີ້ ທີ່ຄຸ້ມບ້ານແຫ່ງນຶ່ງຢູ່ດາມັສກັສ (Damascus) ໄດ້ສັງຫານນາຍພົນລະດັບສູງຄົນນຶ່ງຂອງອີຣ່ານ
ຜູ້ບັນຊາການກອງທັບອາກາດຂອງຢູເຄຣນ ທ່ານມິໂກລາ ໂອເລຊຊຸກ (Mykola Oleshchuk) ໄດ້ນຳເອົາວີດີໂອ ລົງໃນເທເລແກຣມ ທີ່ສະແດງໃຫ້ເຫັນ ການລະເບີດຂະໜາດໃຫຍ່ ຢູ່ໃນເຂດເຟໂດເຊຍ ຂອງແຫຼມຄຣາຍເມຍ
ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ປະຕິຍານວ່າ ຈະຂະຫຍາຍການເຮັດສົງຄາມຂອງປະເທດຕົນ ກັບກຸ່ມຮາມາສ ຢູ່ໃນເຂດ ກາຊາ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກ ຢູ່ໃນເຂດດັ່ງກ່າວ ໄດ້ລາຍງານວ່າມີຜູ້ເຄາະຮ້າຍ ຫລາຍສິບຄົນ ໃນການໂຈມຕີ ຂອງອິສຣາແອລ ໃສ່ຄ້າຍອົບພະຍົບ
ກຸ່ມຝ່າຍຄ້ານຂອງເຊີເບຍ ທີ່ຕໍ່ຕ້ານການໃຊ້ຄວາມຮຸນແຮງ ໄດ້ດໍາເນີນການປະທ້ວງນັບຕັ້ງແຕ່ການເລືອກຕັ້ງໃນວັນທີ 17 ທັນວາທີ່ຜ່ານມາ ໂດຍກ່າວວ່າ ມີການສໍ້ໂກງຄະແນນໃນການເລືອກຕັ້ງ
ດ້ວຍການສະໜອງສັນຕິພາບທີ່ຍັງຂາດ, ປີ 2023 ເປັນປີທີ່ຫຍຸ້ງຍາກທີ່ສຸດຂອງອົງການສະຫະປະຊາຊາດ
ການໂຈມຕີຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສະຖານທີ່ສາມແຫ່ງ ທີ່ໄດ້ຖືກນຳໃຊ້ໂດຍກຸ່ມກາຕາອິບ ເຮັສໂບລາ ແລະກຸ່ມເຄືອຂ່າຍຕ່າງໆ ອີງຕາມການກ່າວໃນຖະແຫລງການຂອງລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ
ທະນາຍຄວາມ ເອແວັນ ຊດານັອບ ກ່າວວ່າ ພວກສະໜັບສະໜຸນທ່ານ ໄດ້ສົ່ງຄຳຮ້ອງຮຽນ 618 ສະບັບ ເພື່ອຢາກຮູ້ຈັກຂ່າວກ່ຽວກັບວ່າ ທ່ານນາວາລນີຖືກຂັງຢູ່ໃສ ຊຶ່ງໃນເວລານີ້ຢູ່ທີ່ນິຄົມນັກໂທດແຫ່ງນຶ່ງ 23ຼ5 ກິໂລແມັດ ຫ່າງຈາກມົສກູໄປທາງທິດຕາເວັນອອກ
ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ເຮັດວຽກໝົດມື້ກ່ອນວັນ ຄຣິສມາສ ກ່ຽວກັບ ລະບຽບຂອງທາງການເພື່ອອະນຸຍາດໃຫ້ຜູ້ໂດຍສານບາງຄົນເດີນທາງອອກຈາກສະໜາມບິນ ວາທຣີ.
ການເດີນຂະບວນໃນວັນອາທິດວານນີ້ ແມ່ນໄດ້ຈັດຮ່ວມກັນໂດຍກຸ່ມຝ່າຍຊ້າຍຈັດ ແລະ ກຸ່ມ ອາໂດລ ວາລ ອີຊານ
ໂຫລດຕື່ມອີກ
No live streaming currently available