ການສູ້ລົບກັນຢ່າງໜັກ ໄດ້ເກີດຂຶ້ນໃນວັນຈັນວານນີ້ ຢູ່ອ້ອມໂຮງໝໍແຫ່ງນຶ່ງ ທາງພາກເໜືອຂອງເຂດກາຊາ ໃນຂະນະທີ່ອິສຣາແອລ ໄດ້ກົດດັນກຸ່ມຫົວຮຸນແຮງຮາມາສດ້ວຍການໂຈມຕີ
ລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ໄດ້ກ່າວຕໍ່ບັນດານັກການທູດຈາກປະເທດຕ່າງໆວ່າ ການຕັດສິນໃຈຂອງພວກເພິ່ນ ທີ່ເລີ້ມຂຶ້ນໃນປັກກິ່ງ ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈລະດັບສູງໃນປະເທດຂອງທ່ານ
ລອນດອນ ກ່າວເຖິງແຜນການເປັນເຈົ້າພາບ 'ສູນກາງອອນລາຍ' ໃນດ້ານນະວັດຕະກຳການກະເສດ
ຣັດເຊຍໄດ້ທໍາການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຫຼາຍຄັ້ງໃສ່ນະຄອນຫຼວງກີຢິບ ໃນຕອນເຊົ້າວັນອາທິດວານນີ້ ເປັນຄືນທີສອງຕິດຕໍ່ກັນ ໂດຍໄດ້ເພີ່ມການໂຈມຕີນະຄອນຫຼວງຂອງຢູເຄຣນ ຫຼັງຈາກໄດ້ຢຸດຊົ່ວຄາວຫຼາຍອາທິດ, ຝ່າຍບໍລິຫານທາງທະຫານຂອງເມືອງກ່າວ
ຄວາມຫວັງໃດໆ ກ່ຽວກັບ ສະຖານທີ່ລີ້ໄພແຫ່ງໃໝ່ ໃນໃຈກາງຂອງ ອິສຣາແອລ ໃນເວລານີ້ ແມ່ນຄວາມຫວັງທີ່ຫ່າງໄກ ແລະ ຍາກທີ່ຈະເກີດຂຶ້ນໄດ້
ກຸ່ມຮູຕີຂອງເຢເມນ ຊຶ່ງເປັນກຸ່ມກະບົດ ທີ່ໄດ້ຮັບການສະໜັບສະໜູນຈາກອີຣ່ານ ໄດ້ຍຶດເອົາກຳປັ່ນບັນທຸກສິນຄ້ານຶ່ງລໍາ ຢູ່ໃນທາງພາກໃຕ້ຂອງທະເລແດງ ແລະເວົ້າວ່າ ພວກເຂົາເຈົ້າໄດ້ນຳເອົາເຮືອລໍາດັ່ງກ່າວ ໄປທີ່ທ່າເຮືອເຢເມນແລ້ວ
ທ່ານ ອອສຕິນ ໄດ້ໄປ ກີຢິບ ເພື່ອປຶກສາຫາລື ກ່ຽວກັບ ການຕໍ່ສູ້ໃນລະດູໜາວ ແລະ ເພື່ອວາງແຜນສຳລັບການຊ່ວຍເຫຼືອດ້ານຄວາມປອດໄພ ໃນອະນາຄົດ.
ນັກວິສະວະກອນຂອງເຂົາເຈົ້າໄດ້ຄົ້ນພົບອຸໂມງເລິກ 10 ແມັດ ແລະ ຍາວ 55 ແມັດໄປຫາປະຕູທີ່ກັນລະເບີດ
ໃນເດືອນເມສາ ປີ 2022, ຫຼາຍກວ່ານຶ່ງເດືອນຫຼັງຈາກສົງຄາມຣັດເຊຍ - ຢູເຄຣນ ໄດ້ລະເບີດຂຶ້ນ, ນາງ ສາຊາ ສໂກຈີເລັນໂກ (Sasha Skochilenko) ໄດ້ຢູ່ພາຍໃຕ້ການຄວບຄຸມໂຕຂອງຕໍາຫຼວດໃນ ເຊນປີເຕີສະເບີກ (St. Petersburg) ໂດຍຖືກຂໍ້ຫາວ່າ ເຜີຍແຜ່ຂໍ້ມູນ ທີ່ບໍ່ເປັນຄວາມຈິງ ສຳລັບງານສິລະປະການປະທ້ວງຂອງນາງ
“ມີຄວາມເຂົ້າໃຈພາຍໃນບັນດາປະເທດບ້ານໃກ້ຄຽງຂອງອັຟການິສຖານ ແລະຣັດເຊຍ ວ່າ ພວກເຮົາຈະຮັບຮູ້ລະບອບການປົກຄອງກຸ່ມຕາລີບານ ໃນເວລາດຽວກັນ ແລະບໍ່ຮັບຮູ້ແຕ່ພຽງຝ່າຍດຽວ” ທ່ານດູຣານີ ໄດ້ກ່າວຢູ່ທີ່ ການສົນທະນາປະຈຳປີ ມາຣກາລາ ທີ່ໄດ້ຖືກຈັດຂຶ້ນໂດຍ ສະຖາບັນການຄົ້ນຄວ້ານະໂຍບາຍຂອງ ອິສລາມາບັດ ທີ່ດຳເນີນການໂດຍລັດ
ທັງທຳນຽບຂາວ ແລະທຳນຽບຫ້າແຈ ປະກາດໃນວັນອັງຄານ ວ່າ ສະຫະລັດ ມີຂໍ້ມູນສະໜັບສະໜູນ ການອ້າງຂອງອິສຣາແອລວ່າ ກຸ່ມຮາມາສ ທີ່ວໍຊິງຕັນ ກຳນົດໃຫ້ເປັນອົງການກໍ່ການຮ້າຍ ມາດົນນານນັ້ນ ກຳລັງນຳໃຊ້ໂຮງໝໍຊີຟາ (Shifa) ຂອງເຂດກາຊາ ເພື່ອປະຕິບັດການຕໍ່ຕ້ານອິສຣາແອລ
ເຂດກາຊາ ໄດ້ຮັບຜົນກະທົບຈາກເຫດການປິດການສື່ສານອີກຄັ້ງນຶ່ງ ໃນວັນພະຫັດວານນີ້ ເນື່ອງຈາກການບໍລິການອິນເຕີເນັດ ແລະ ໂທລະສັບ ຢຸດເຊົາ ຍ້ອນຂາດນໍ້າມັນເຊື້ອໄຟ, ບໍລິສັດໂທລະຄົມມະນາຄົມຫຼັກ ສອງແຫ່ງ ໃນເຂດດັ່ງກ່າວ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ
ໂຫລດຕື່ມອີກ
No live streaming currently available