ເຈົ້າໜ້າທີ່ຄົນນຶ່ງໄດ້ກ່າວວ່າ “ພວກເຮົາໄດ້ຕັດສິນໃຈທີ່ຈະປ້ອງກັນສັນຕິພາບດ້ວຍການສິ້ນສຸດລະບອບການປົກຄອງໃນປັດຈຸບັນ.”
ທຳນຽບຂາວຍັງໄດ້ປົກປ້ອງຄຳໝັ້ນສັນຍາຂອງສະຫະລັດຕໍ່ອາຟຣິກກາ ຫຼັງຈາກຖືກຖາມວ່າ ການກໍ່ລັດຖະປະຫານ ຢູ່ໃນພາກພື້ນນີ້ ເປັນສັນຍານທີ່ສະແດງໃຫ້ເຫັນວ່າ ວໍຊິງຕັນໄດ້ເບິ່ງຂ້າມທະວີບທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນແລະ ມີຄວາມຫຼໍ່ແຫຼມນີ້ແລ້ວຫຼືບໍ່
ນັບຕັ້ງແຕ່ການກໍ່ລັດຖະປະຫານໂດຍທະຫານເພື່ອໂຄ່ນລົ້ມປະທານາທິບໍດີທີ່ຖືກເລືອກຕາມລະບອບປະຊາທິປະໄຕ ໃນວັນທີ 26 ກໍລະກົດ, "ເກີດມີວິກິດການຄວາມບໍ່ແນ່ນອນຂຶ້ນ", ທ່ານ ເອັມມານູເອລ ຈິຍັດ (Emmanuel Gignac), ຜູ້ຕາງຫນ້າຂອງ UNHCR ໃນໄນເຈີ ກ່າວ
ວັງເຄຣມລິນ ກໍໄດ້ກ່າວວ່າ ທ່ານປູຕິນ ຈະບໍ່ເຂົ້າຮ່ວມໃນພິທີດັ່ງກ່າວ
ທ່ານນາງຣາຍມອນໂດ ກ່າວວ່າ ສະຫະລັດ ບໍ່ມີຈຸດປະສົງທີ່ຈະພະຍາຍາມເຮັດໃຫ້ລະບົບເສດຖະກິດຂອງຈີນ ຫຼຸດຖອຍລົງ
ເປັນເທື່ອທຳອິດ ທີ່ສະຫະລັດໄດ້ມອບລູກສອນໄຟ Sidewinders ໃຫ້ແກ່ຢູເຄຣນ ທີ່ສາມາດໃຊ້ສຳລັບການໂຈມຕີທາງອາກາດຕໍ່ອາກາດ ໃນໄລຍະໃກ້
ຣັດເຊຍ ໄດ້ກ່າວວ່າ ກອງທັບຂອງຕົນ ໄດ້ຍິງເຮືອບິນໂດຣນຂອງຢູເຄຣນ ຫຼາຍລຳຕົກຢູ່ໃນຂົງເຂດ ໂອຣີໂຢລ ຄາລູກາ ບຣີອານສຄ໌ ຣາຢາຊານ ແລະນະຄອນຫຼວງມົສກູ
ການບໍ່ລົງລອຍກັນ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກປະເທດທັງສອງໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງ
ການເຂົ້າຫາເວັບໄຊ ວີໂອເອ ໄດ້ຖືກຫ້າມ ຍ້ອນອົງການຂ່າວລະຫວ່າງປະເທດດັ່ງກ່າວ ບໍ່ໄດ້ຍື່ນຄຳຮ້ອງ ຂໍໃບອະນຸຍາດອອກອາກາດ ຈາກອົງການຄຸ້ມຄອງກົດລະບຽບຂອງເທີກີ
ໂດຍການອອກການຕີຄວາມໝາຍສົນທິສັນຍາສາກົນທີ່ສຳຄັນສະບັບໃໝ່, ໜ່ວຍງານເຝົ້າລະວັງຂອງສະຫະປະຊາຊາດໄດ້ລະບຸວ່າ ມັນໄດ້ຮັບປະກັນສິດທິ ທີ່ຈະມີສະພາບແວດລ້ອມ ທີ່ດີຕໍ່ສຸຂະພາບໃຫ້ແກ່ເດັກນ້ອຍ
ເຮືອບິນ Osprey ທີ່ສາມາດບິນຂຶ້ນທາງຕັ້ງ ເປັນສ່ວນນຶ່ງໃນການຊ້ອມລົບທາງສົງຄາມຫຼາຍຝ່າຍ ຢູ່ໃນເຂດ Norther Territory ຂອງ ອອສເຕຣເລຍ
"MINUSMA ກໍາລັງເຂົ້າສູ່ບົດສຸດທ້າຍ," ທ່ານ ເອລ-ກັຊຊິມ ວານ (El-Ghassim Wane) ຫົວໜ້າຄະນະປະຕິບັດງານ ກ່າວຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນຈັນວານນີ້ໃນການສະຫຼຸບໂດຍຫຍໍ້ ທາງວິດີໂອຈາກນະຄອນຫຼວງ ບາມາໂກ (Bamako) ຂອງມາລີ
ໂຫລດຕື່ມອີກ
No live streaming currently available