ກຸ່ມຮາມາສໄດ້ກ່າວວ່າເຂົາເຈົ້າໄດ້ສັງຫານທະຫານ ອິສຣາແອລ 10 ຄົນໃນເມືອງ ຄານ ຢູນິສ ແລະ ບາດເຈັບຫຼາຍຄົນ, ເຊິ່ງແມ່ນການກ່າວອ້າງທີ່ບໍ່ສາມາດຢືນຢັນໄດ້ໃນທັນທີ
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ຮຽກຮ້ອງອີກຄັ້ງນຶ່ງ ໃນວັນອັງຄານທີ່ຜ່ານມາ ໃຫ້ຢຸດຍິງດ້ານມະນຸດສະທໍາໃນເຂດ ກາຊາ, ໂດຍເຕືອນວ່າຄວາມສະຫງົບຮຽບຮ້ອຍສາທາລະນະ ອາດພັງລົງ ໃນໄວໆນີ້, ແລະລະບົບມະນຸດສະທໍາກໍຕົກຢູ່ໃນ "ຄວາມສ່ຽງຮ້າຍແຮງ" ທີ່ຈະຫຼົ້ມສະຫຼາຍ
ໃນໄລຍະ 4 ປີກວ່າໆ ນັບແຕ່ມີການລົງນາມ ຂໍ້ຕົກລົງກັບຈີນນີ້ ທີ່ຄາດວ່າ ຈະຊ່ວຍເສີມຂະຫຍາຍນັ້ນ ບໍ່ໄດ້ບັງເກີດຜົນເປັນຈິງເລີຍ
ກອງທຶນມູນຄ່າ 2.5 ຕື້ໂດລາ ຄາດວ່າ ຈະຊ່ວຍພວກພໍ່ໄຮ່ຊາວນາ ເພີ້ມຄວາມໝັ້ນຄົງທາງດ້ານອາຫານ ແລະຮັບມືກັບການປ່ຽນແປງຂອງອາກາດ
ການປະຊຸມຂອງວັນພຸດມື້ນີ້ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທ່ານ ເຊເລັນສກີ ໄດ້ຍົກເລີກການປາກົດຕົວທາງວິດີໂອກັບບັນດາສະມາຊິກຂອງສະພາສູງ ສະຫະລັດ
ບັນດານັກປຸກລະດົມກ່າວວ່າ ໂຕເລກຂອງຜູ້ວິ້ງເຕັ້ນຈາກພາກອຸດສາຫະກໍາເຊື້ອໄຟຂອງຊາກສັດ ແລະຊາກພືດດຶກດໍາບັນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດໃນນະຄອນດູໄບເປັນປະຫວັດການ
ກອງທັບອິສຣາແອລ ໄດ້ກ່າວໃນວັນພຸດນີ້ ວ່າ ຕົນໄດ້ດຳເນີນການໂຈມຕີທາງອາກາດຫຼາຍບັ້ນ ຕໍ່ເປົ້າໝາຍປະມານ 250 ແຫ່ງໃນເຂດກາຊາ ໃນລະຫວ່າງມື້ວານນີ້.
ໂຄສົກກະຊວງການຕ່າງປະເທດ ທ່ານ ແມັດທິວ ມິລເລີ ໄດ້ກ່າວວ່າມາດຕະການຫ້າມນີ້ອາດມີຜົນກະທົບຕໍ່ “ຫຼາຍສິບ” ຄົນ ແລະ ຄອບຄົວຂອງເຂົາເຈົ້າ
ຜູ້ອຳນວຍການສຳນັກງານຄຸ້ມຄອງແລະງົບປະມານ ທ່ານນາງຊາລານດາ ຢັງໄດ້ກ່າວເຕືອນວ່າ ພາຍໃນທ້າຍປີນີ້ ສະຫະລັດ ຈະບໍ່ມີທຶນເຫຼືອຢູ່ອີກຕໍ່ໄປ ທີ່ຈະສົ່ງອາວຸດຕ່າງໆ ຫຼື ການຊ່ວຍເຫຼືອແກ່ຢູເຄຣນ
ທ່ານຄານ ໄດ້ໃຫ້ການດັ່ງກ່າວໃນລະຫວ່າງການພິຈາລະນາຄະດີ ຢູ່ໃນຄຸກໃຫຍ່ ໃກ້ກັບນະຄອນຫຼວງອິສລາມາບັດ ບ່ອນທີ່ລັດຖະບານກາງກ່າວອ້າງເຖິງ 'ຄວາມສ່ຽງດ້ານຄວາມປອດໄພທີ່ຮ້າຍແຮງ'
ການຄັດຄ້ານຂອງບັນດາຝ່າຍຢູ່ໃນສະພາ ແລະຄວາມສໍາຄັນຂອງຄວາມໝັ້ນຄົງໃນຂົງເຂດຊາຍແດນ ອາດເປັນອັນຕະລາຍຕໍ່ກອງທຶນສໍາລັບ ຢູເຄຣນ, ເຊິ່ງເຈົ້າໜ້າທີ່ລັດຖະບານກ່າວວ່າ ອາດຈະໝົດໃນທ້າຍປີນີ້
ຄະນະບໍລິຫານງານຂອງອົງການອະນາໄມໂລກ ຈະຈັດກອງປະຊຸມສຸກເສີນທີ່ບໍ່ຄ່ອຍຈັດຂຶ້ນ ໃນວັນທີ 10 ທັນວານີ້ ເພື່ອປຶກສາຫາລືກ່ຽວກັບວິກິດການດ້ານສຸຂະພາບຢູ່ເຂດກາຊາ ແລະເຂດ West Bank ໂດຍທູດພິເສດຂອງປາແລັສໄຕນ໌ ຕ້ອງການ ການຊ່ວຍເຫຼືອດ້ານການແພດເພີ່ມເຕີມ ແລະການເຂົ້າເຖິງບຸກຄະລາກອນທາງການແພດຕ່າງປະເທດ, ອີງຕາມອົງການຂ່າວຣອຍເຕີສ໌
ໂຫລດຕື່ມອີກ
No live streaming currently available