ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ ານ ແອນໂຕນີໂອ ກູເຕເຣັສ ໃນວັນຈັນວານນີ້ ໄດ້ຊຸກຍູ້ໃຫ້ມີການຢຸດຍິງເພື່ອມະນຸດສະທໍາຢ່າງເຕັມຮູບແບບ ລະຫວ່າງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ປາແລັສໄຕນ໌ ແທນທີ່ຈະເປັນການຢຸດຊົ່ວຄາວ, ເນື່ອງຈາກວ່າ "ໄພພິບັດດ້ານມະນຸດສະທໍາໃນ ກາຊາ ຮ້າຍແຮງຂຶ້ນທຸກມື້"
ລະເບີດແກ້ວ ຖືກໂຍນເຂົ້າໃສ່ທາງເຂົ້າ ຂອງສະພາຊຸມຊົນຊາວຢິວຂອງມົງເຣອາລ ຫຼັງຈາກທ່ຽງຄື່ນວັນອາທິດຜ່ານມານີ້ ອີງຕາມສະພາດັ່ງກ່າວ. ບໍ່ມີຜູ້ໃດຢູ່ທີ່ສູນກາງ ໃນເວລານັ້ນ ແລະຕຶກອາຄານໄດ້ຮັບຄວາມເສຍຫາຍພຽງເລັກນ້ອຍ ຕາມທີ່ສະພາໄດ້ກ່າວ
ຜູ້ນໍາຈາກສະຫະລັດ ແລະ ຈີນ ຈະບໍ່ເຂົ້າຮ່ວມກອງປະຊຸມໃຫຍ່ ເພື່ອຕໍ່ສູ້ກ່ຽວກັບການປ່ຽນແປງທາງສະພາບອາກາດຂອງອົງການສະຫະປະຊາຊາດໃນປີນີ້
ອິສຣາແອລ ແລະກຸ່ມ ຮາມາສ ຄາດວ່າ ຈະດຳເນີນການແລກປ່ຽນນັກໂທດ ແລະຕົວປະກັນຕື່ມອີກ ໃນຂະນະທີ່ການຢຸດຍິງ ໄດ້ຕໍ່ເວລາອອກໄປ ເປັນມື້ທີ 5 ໃນວັນອັງຄານມື້ນີ້
ຖານຂໍ້ມູນຂອງກະຊວງພາຍໃນ ບໍ່ໄດ້ລະບຸໂດຍສະເພາະເຈາະຈົງຂໍ້ກ່າວຫາຕໍ່ທ່ານສໂຕນ ພຽງແຕ່ກ່າວຖະແຫລງວ່າ ພວກເຂົາເຈົ້າເປັນອາຊະຍາກອນ
ກອງທັບຢູເຄຣນໄດ້ທຳລາຍໂດຣນໂຈມຕີ 8 ລຳໃນຈຳນວນທັງໝົດ 9 ລຳ ທີ່ ຣັດເຊຍສົ່ງມາໃນຊ່ວງຂ້າມຄືນ, ກອງທັບອາກາດກ່າວໃນວັນອາທິດວານນີ້, ນຶ່ງມື້ຫຼັງຈາກທີ່ເຈົ້າໜ້າທີ່ຢູເຄຣນກ່າວວ່າ ເປັນການໂຈມຕີດ້ວຍໂດຣນຄັ້ງໃຫຍ່ທີ່ສຸດຂອງຣັດເຊຍ ໃນສົງຄາມດັ່ງກ່າວ
ປະຊາຊົນຫຼາຍສິບພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວໃນລອນດອນ ໃນວັນອາທິດວານນີ້ ເພື່ອປະທ້ວງການເພີ້ມຂຶ້ນຂອງອາດຊະຍາກຳທີ່ເກີດຈາກຄວາມກຽດຊັງຊາວຢິວ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ຕຸລາ ໂດຍກຸ່ມຫົວຮຸນແຮງຮາມາສ ໃສ່ອິສຣາແອລ ແລະການໂຈມຕີຂອງອິສຣາແອລ ຕໍ່ເຂດກາຊາ
ອົງການສະຫະປະຊາຊາດໄດ້ກ່າວໃນແລງວັນອາທິດວານນີ້ວ່າ ຊາວອິສຣາແອລ ທັງໝົດ 39 ຄົນ, ຊາວປາແລັສໄຕນ໌ 117 ຄົນ ແລະ ຄົນຕ່າງປະເທດ 19 ຄົນໄດ້ຮັບການປ່ອຍຕົວ
ກະຊວງສາທາລະນະສຸກໃນກາຊາ ໄດ້ກ່າວວ່າປະຊາຊົນ 471 ຄົນໄດ້ເສຍຊີວິດ
ກຸ່ມຮາມາສໄດ້ປ່ອຍໂຕປະກັນ 17 ຄົນ ໃນວັນເສົາວານນີ້
ການຢຸດຍິງ ທີ່ເລີ້ມມີຜົນບັງຄັບໃຊ້ ນັບແຕ່ວັນສຸກມາ ປາກົດວ່າ ຍັງໄດ້ຮັບການເຄົາລົບຢູ່
ກຸ່ມຫົວຮຸນແຮງປ່ອຍຊາວອິສຣາແອລ ໄທ ແລະຟີລິບປິນ ທີ່ຖືກຈັບໂຕໄປໃນການໂຈມຕີເມື່ອວັນທີ 7 ຕຸລາຜ່ານມາ ໃນຂະນະທີ່ອິສຣາແອລ ປ່ອຍນັກໂທດປາແລັສໄຕນ໌ 150 ຄົນ
ໂຫລດຕື່ມອີກ
No live streaming currently available