ພວກເຂົາເຈົ້າກໍຍັງພະຍາຍາມຕິດຕາມຫາຄວາມຄິດເຫັນຂອງມະຫາຊົນຊາວຣັດເຊຍ ກ່ຽວກັບເລື້ອງຕ່າງໆທີ່ສຳຄັນໆ ລວມທັງ ສົງຄາມໃນຢູເຄຣນ ຊຶ່ງເປັນການສະໜອງໃຫ້ເຫັນມຸມມອງນຶ່ງ ທີ່ບໍ່ຄ່ອຍມີຫຼາຍ ກ່ຽວກັບວ່າ ມະຫາຊົນຊາວຣັດເຊຍ ມີທັດສະນະແນວໃດ
ລະເບີດລູກຫວ່ານໄດ້ສັງຫານຫລືໄດ້ເຮັດໃຫ້ມີຜູ້ບາດເຈັບເຖິງ 1,172 ຄົນໃນປີ 2022 ສ່ວນໃຫ່ຍບໍ່ແມ່ນພວກນັກລົບ ເກືອບແປດເທົ່າເພີ້ມຂຶ້ນຈາກປີ 2021.
ອິນໂດເນເຊຍ ມີປະລິມານສໍາຮອງທີ່ໃຫຍ່ທີ່ສຸດໃນໂລກ ແຕ່ສ່ວນຫຼາຍແມ່ນຕ້ອງອາໄສການລົງທຶນຈາກບໍລິສັດຕ່າງໆຂອງຈີນ, ເຮັດໃຫ້ການເຂົ້າເຖິງສະຫະລະຫັດຂອງ ຈາກາຕາ ມີການຈໍາກັດ
ຜູ້ນໍາຂອງບັນດາປະເທດປະຊາຊາດເສດຖະກິດ ໃນອາຟຣິກາກາງ ກ່າວວ່າ ພວກເຂົາເຈົ້າປະນາມຕໍ່ການນໍາໃຊ້ກອງກໍາລັງ ເພື່ອແກ້ໄຂບັນຫາຄວາມຂັດແຍ້ງທາງການເມືອງຢູ່ໃນ ກາບົງ
ກະຊວງຕ່າງປະເທດກ່າວວ່າ ທ່ານບລິງເກັນ ຈະໄດ້ພົບປະກັບປະທານາທິບໍດີ ໂວໂລດີເມຍ ເຊເລນສ໌ກີ ນາຍົກລັດຖະມົນຕີເດນິສ ຊີມຮອລ ແລະລັດຖະມົນ ຕີຕ່າງປະເທດ ທ່ານເດມີໂຕຣ ກູເລບາ
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລີວັນ ໄດ້ກ່າວວ່າ ຄະນະລັດຖະບານຈະສຸມໃສ່ບັນຫາຕ່າງໆເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ການປັບໂຄງສ້າງໜີ້ສິນຄືນໃໝ່ ແລະສົງຄາມຣັດເຊຍໃນຢູເຄຣນ. ການເຕົ້າ ໂຮມກັນ ຈະເລີ້ມຂຶ້ນໃນວັນເສົານີ້ ໃນນະຄອນຫຼວງຂອງອິນເດຍ
ການຂັບໄລ່ອອກຈາກຕຳແໜ່ງຂອງບົງໂກ ເມື່ອເດືອນແລ້ວນີ້ ໄດ້ເກີດຂຶ້ນໃນຊ່ວງເວລາບໍ່ດົນ ຫຼັງຈາກທີ່ທ່ານໄດ້ປະກາດໄຊຊະນະ ໃນການເລືອກຕັ້ງປະທານາທິບໍດີ
ກະຊວງຕ່າງປະເທດຄິວບາໄດ້ກ່າວຢູ່ໃນຖະແຫລງການວ່າ ຕົນກຳລັງເຮັດວຽກ ເພື່ອທັບມ້າງຕາໜ່າງ ທີ່ມີສູນກາງຢູ່ຣັດເຊຍ ເຮັດວຽກເພື່ອເກັບເກນເອົາຊາວຄິວບາ ທີ່ຢູ່ອາໄສຢູ່ໃນຣັດເຊຍ ແລະຢູ່ໃນຄິວບາ
ທ່ານກິມ ໄດ້ເຊື້ອເຊີນ ທ່ານໂຊຍກູ ໃຫ້ມາຮ່ວມໃນການສວນສະໜາມທາງດ້ານທະຫານທີ່ສຳຄັນ ຢູ່ພຽງຢາງໃນເດືອນກໍລະກົດ ໃນຂະນະດຽວກັນໃຫ້ຄຳໝັ້ນສັນຍາທີ່ຈະຂະຫຍາຍການຮ່ວມມືດ້ານການທະຫານກັບມົສກູ
ກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ ໂດຣນໄດ້ຕົກລົງເຂດອິສຕຣາຂອງຂົງເຂດມົສກູ ພ້ອມດ້ວຍຂົງເຂດກາລູກາ ແລະທີເວີ
ພວກແມ່ຍິງແລະເດັກນ້ອຍແມ່ຍິງໄດ້ຖືກຫ້າມບໍ່ໃຫ້ເຂົ້າໂຮງຮຽນມັດທະຍົມແລະມະຫາວິທະຍາໄລ ຕະຫຼອດທັງຖືກຫ້າມ ບໍ່ໃຫ້ໄປຢ້ຽມຢາມ ສວນສາທາລະນະ ງານອອກຮ້ານຕະຫຼາດນັດ ແລະບ່ອນອອກກຳລັງກາຍ
ຜູ້ທີ່ໄດ້ກັບລົງມາແມ່ນນັກອະວະກາດ NASA ສອງຄົນ, ຄົນນຶ່ງຈາກ ຣັດເຊຍ ແລະ ອີກຄົນນຶ່ງຈາກສະຫະລັດອາຣັບເອມີເຣັສ. ກ່ອນການ ເດີນທາງອອກຈາກສະຖານີອະວະກາດ ເຂົາເຈົ້າເວົ້າວ່າຢາກອາບນໍ້າ ຮ້ອນ ແລະກາເຟຮ້ອນໆຫຼາຍ
ໂຫລດຕື່ມອີກ
No live streaming currently available