ຢູ່ໃນວາລະການປະຊຸມ AUSMIN 2023 ຈະລວມມີຂໍ້ຕົກລົງເຮືອດໍານໍ້າ AUKUS, ຄວາມໝັ້ນຄົງໃນມະຫາສະໝຸດປາຊີຟິກ, ແລະສົງຄາມ ຢູເຄຣນ
ກຸ່ມຕາລິບານໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ວ່າ ການເຈລະຈາກັບສະຫະລັດ ໃນໄວໆນີ້ ຈະແນໃສ່ການຍົກເລີກການລົງໂທດຕໍ່ອັຟການິສຖານ ປ່ອຍການກັກຊັບສິນຂອງທະນາຄານກາງ ແລະລຶບຊື່ບັນດາຜູ້ນຳຕາລິບານ ອອກຈາກອັນທີ່ຮ້ອງວ່າ ບັນຊີດໍາສະຫະປະຊາຊາດ
ນາຍົກລັດຖະມົນຕີເຈມສ໌ ມາຣັບເປໄດ້ສັນລະເສີນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນປະເທດ ທີ່ໄດ້ເຊັນໃນເດືອນພຶດສະພາຜ່ານມາ
ພວກຜູ້ນໍາກອງທັບຂອງໄນເຈີ ໄດ້ປະກາດການສະໜັບສະໜຸນ ຂອງພວກເຂົາ ເພື່ອປົດທ່ານບາຊູມ ອອກຈາກຕໍາແໜ່ງໃນວັນພຸດຜ່ານມານີ້
“ຍຸກໂລກຮ້ອນ ໄດ້ສິ້ນສຸດລົງແລ້ວ; ຍຸກຂອງໂລກ ທີ່ຟົດເດືອດ ໄດ້ມາຮອດແລ້ວ,” ທ່ານ ກູເຕເຣັສ ກ່າວຕໍ່ບັນດານັກຂ່າວຢູ່ສໍານັກງານໃຫຍ່ຂອງສະຫະປະຊາຊາດໃນນິວຢອກ
ກະຊວງປ້ອງກັນປະເທດອັງກິດ ໄດ້ລາຍງານໃນວັນສຸກນີ້ວ່າ ມີພຽງ ປະມຸກລັດໃນອາຟຣິກາ 17 ຄົນເທົ່ານັ້ນທີ່ໄດ້ເຂົ້າຮ່ວມການປະຊຸມ. ຜູ້ນໍາອາຟຣິກາ ສີ່ສິບສາມຄົນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງຫຼ້າສຸດ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ທີ່ກຳລັງຢ້ຽມຢາມປາປົວນິວກີນີ ສະແດງການສະໜັບສະໜຸນຕໍ່ກີຢິບ ໂດຍເວົ້າວ່າ 'ການກະກຽມເປັນຢ່າງດີ ຈະຕ້ອງປະສົບຜົນສຳເລັດ'
ປະທານາທິບໍດີຣັດເຊຍ ບອກພວກຜູ້ນຳ ແລະເຈົ້າໜ້າທີ່ຈາກອາຟຣິກາວ່າ ມົສກູຈະສະໜອງອາຫານປະເພດເມັດ ສຳລັບຂາຍ ຫຼືໃຫ້ລ້າ ແກ່ບັນດາປະເທດທີ່ມີຄວາມຈຳເປັນທີ່ສຸດ ເພື່ອຫຼີກລ່ຽງ ຄວາມບໍ່ແນ່ນອນ ໃນການສະໜອງອາຫານປະເພດເມັດຂອງໂລກ
ສອງປະເທດໄດ້ເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງນຳກັນໃນປີນີ້ ໂດຍອະນຸຍາດໃຫ້ສະຫະລັດພັດທະນາ ແລະປະຕິບັດງານຢູ່ທ່າເຮືອ ແລະສະໜາມບິນຕ່າງໆໃນປາປົວນີວກີນີ
ຄວາມເສຍຫາຍທີ່ເພີ່ມຂຶ້ນ ໄດ້ຖືກຍົກຂຶ້ນມາຫາລື ໃນວັນພຸດວານນີ້ ຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຢູເຄຣນ
ສະຫະປະຊາຊາດ ແລະສະຫະລັດ ໄດ້ຮຽກຮ້ອງໃຫ້ປ່ອຍປະທານາທິບໍດີໂມຮຳເມດ ບາຊູມ ຂອງໄນເຈີ
ນັບຕັ້ງແຕ່ໄດ້ກັບຄືນມາກຳອຳນາດ ເກືອບສອງປີຜ່ານມາແລ້ວນັ້ນ ກຸ່ມຕາລີບານ ຜະເດັດການ ໄດ້ວາງຂໍ້ຈຳກັດຕ່າງໆທີ່ກວ້າງຂວາງຕໍ່ສິດທິຂອງພວກແມ່ຍິງ ໂດຍຫວງຫ້າມພວກເຂົາເຈົ້າຈາກ ການສຶກສາ, ສະຖານທີ່ສາທາລະນະຕ່າງໆ ແລະວຽກງານເກືອບວ່າທຸກປະເພດ
ໂຫລດຕື່ມອີກ
No live streaming currently available