ກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານ ໄດ້ໂຈມຕີກອງກຳລັງສະຫະລັດ ໃນອີຣັກ ແລະຊີເຣຍ ຢ່າງນ້ອຍ 4 ຄັ້ງ ໃນຮອບ 24 ຊົ່ວໂມງທີ່ຜ່ານມາ, ເຮັດໃຫ້ ຈຳ ນວນການໂຈມຕີເພີ່ມຂຶ້ນເປັນ 52 ຄັ້ງໃນບໍ່ຮອດນຶ່ງເດືອນ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ກ່າວຕໍ່ວີໂອເອ
“ການຢຸດຍິງດ້ານມະນຸດສະທຳ, ນໍ້າມັນເຊື້ອໄຟ, ເຄື່ອງສະບຽງ-ທັງໝົດເຫຼົ່ານີ້ ຄວນເກີດຂຶ້ນດຽວນີ້” ທ່ານອານເດຣ ດີ ໂດແມນິໂກ (Andrea De Domenico) ຫົວໜ້າຫ້ອງການດ້ານມະນຸດສະທຳຂອງສະຫະປະຊາຊາດ ຢູ່ໃນນະຄອນເຈຣູຊາແລັມຕາເວັນອອກ ໄດ້ກ່າວຕໍ່ບັນດານັກຂ່າວຜ່ານກອງປະຊຸມທາງວີດີໂອ
ປະທານາທິບໍດີສະຫະລັດທ່ານ ໂຈ ໄບເດັນ ກ່າວວ່າໂຮງໝໍ ໃນ ກາຊາ "ຕ້ອງໄດ້ຮັບການປົກປ້ອງ" ເນື່ອງຈາກວ່າ ກອງກຳລັງອິສຣາແອລ ຍັງສືບຕໍ່ແນເປົ້າໃສ່ສະຖານທີ່ພະຍາບານ ໃນເຂດປົກຄອງປາແລັສໄຕນ໌ ຈາກການອ້າງວ່າ ກຸ່ມຮາມາສ ກຳລັງໃຊ້ພວກມັນເປັນເຄື່ອງປົກປ້ອງ
ນັບຕັ້ງແຕ່ຣັດເຊຍໄດ້ຮຸກຮານຢູເຄຣນ ໃນເດືອນກຸມພາປີ 2022 ສະຫະພາບຢູໂຣບໄດ້ໃຫ້ການອະນຸມັດການລົງໂທດຕໍ່ມົສກູໄປແລ້ວ 11 ຮອບ ເພື່ອຫຼຸດຜ່ອນຄວາມສາມາດຂອງຣັດເຊຍ ທີ່ຈະໃຫ້ທຶນສະໜັບສະໜຸນໃນການເຮັດສົງຄາມ
ເຈົ້າໜ້າທີ່ທະຫານຢູເຄຣນຄົນນຶ່ງຖືກກ່າວຫາວ່າ ໄດ້ປະສານງານການໂຈມຕີທໍ່ສົ່ງອາຍແກັສທຳມະຊາດ Nord Stream ໃນປີກາຍນີ້, ຕາມລາຍງານຂອງໜັງສືພິມ Washington Post ໂດຍອ້າງເຖິງແຫຼ່ງຂ່າວ ທີ່ບໍ່ເປີດເຜີຍໂຕ ຢູ່ໃນຢູເຄຣນ ແລະ ຢູໂຣບ
ມັນບໍ່ໄດ້ມີການກ່າວເຖິງເຫດການນັ້ນ ຈາກພວກເຈົ້າໜ້າທີ່ ຣັດເຊຍ
“ກອງກຳລັງທະຫານສະຫະລັດ ໄດ້ທຳການໂຈມຕີທີ່ແນ່ນອນໃນມື້ນີ້ ໃສ່ບັນດາ ສະຖານຕ່າງໆ ໃນພາກຕາເວັນອອກຂອງຊີເຣຍ ທີ່ນຳໃຊ້ໂດຍກອງກຳລັງພິທັກປະຕິວັດອິສລາມ ຂອງອີຣ່ານ (IRGC) ແລະກຸ່ມພັນທະມິດໃນອີຣ່ານ ເພື່ອຕອບໂຕ້ຕໍ່ການໂຈມຕີໃສ່ບຸກຄະລາກອນສະຫະລັດ ຢູ່ໃນອີຣັກ ແລະຊີເຣຍ," ທ່ານ ອອສຕິນ ກ່າວໃນຖະແຫຼງການ
ທ່ານ ເນຕັນຢາຮູ ໄດ້ກ່າວໂດຍບໍ່ໄດ້ໃຫ້ລາຍລະອຽດວ່າ ອິສຣາແອລ “ຫາກໍ່ໄດ້ສະໜອງນ້ຳມັນເຊື້ອໄຟ ໃຫ້ໂຮງໝໍ ຊີຟາ,” ແຕ່ວ່າ “ເຂົາເຈົ້າໄດ້ປະຕິເສດມັນ”
ຜູ້ນຳຂອງຢູເຄຣນ ແລະທະຫານ ຍັງສືບຕໍ່ຮ້ອງຂໍໃຫ້ນາໆຊາດ ສະໜັບສະໜຸນ ແບບຍືນຍົງ ແລະຂໍອາວຸດທີ່ທັນສະໄໝຕື່ມ. ນອກນັ້ນ ຢູເຄຣນຍັງຊອກຫາຊ່ອງທາງເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບແລະອົງການເນໂຕ້
ທ່ານນາງ ແຄເທີຣິນ ໄທ ກ່າວວ່າ “ແມ່ນແລ້ວ, ຜົນກະທົບຂອງ ຈີນ ໃນເສດຖະກິດໂລກໃນແງ່ຂອງການຄ້າແມ່ນໃຫຍ່ຫຼວງ.
ກະຊວງປ້ອງກັນປະເທດຂອງ ອັງກີດ ໄດ້ກ່າວໃນລາຍງານການສືບລັບປະຈຳວັນຂອງເຂົາເຈົ້າ ກ່ຽວກັບຄວາມຂັດແຍ້ງໃນ ຢູເຄຣນ.
ການກະທຳຂອງຈີນ, ຟີລິບປິນກ່າວວ່າ, ບໍ່ພຽງແຕ່ "ເຮັດໃຫ້ຊີວິດຂອງປະຊາຊົນພວກເຮົາຕົກຢູ່ໃນຄວາມສ່ຽງ", ແຕ່ຍັງ "ເຮັດໃຫ້ເກີດຄຳຖາມ ແລະ ຄວາມສົງໄສ ຢ່າງຫຼວງຫຼາຍ ຕໍ່ຄວາມຈິງໃຈຂອງການຮຽກຮ້ອງໃຫ້ມີການເຈລະຈາໂດຍສັນຕິ."
ໂຫລດຕື່ມອີກ
No live streaming currently available