ພວກນັກຂ່າວ ທີ່ອົງການຂ່າວ 14ymedio.com ໄດ້ຖືກຂົ່ມຂູ່ເປັນປະຈຳ ຈາກເຈົ້າໜ້າທີ່ລັດຖະບານຄິວບາ ແຕ່ກໍໄດ້ຮັບແຮງຂັບດັນ ຈາກຄວາມເຊື່ອທີ່ຈະເກີດການປ່ຽນແປງ
ຄາດການວ່າ ການອະນຸຍາດໃຫ້ ອິນເດຍ ເຂົ້າເຖິງເທັກໂນໂລຈີທາງດ້ານຄວາມໝັ້ນຄົງທີ່ທັນສະໄໝ ລວມທັງການຜະລິດອາວຸດຮ່ວມກັນ ຈະເປັນບັນຫາສໍາຄັນ ໃນລະຫວ່າງການຢ້ຽມຢາມຂອງທ່ານໂມດີ ໃນຄັ້ງນີ້
ຈະບໍ່ມີການສົນທະນາຕໍ່ໄປ ກ່ຽວກັບການເຂົ້າຮ່ວມອົງການເນໂຕ້ຂອງຢູເຄຣນ ຢູ່ທີ່ກອງປະຊຸມສຸດຍອດ ທີ່ຈະມີຂຶ້ນໃນເດືອນກໍລະກົດຈະມາເຖິງນີ້ ຢູ່ນະຄອນວິລນຽສ ປະເທດລີທົວເນຍ ທີ່ຫົວໜ້າອົງການເນໂຕ ທ່່ານເຈັນ ສະໂຕລເຕັນເບີກ ໄດ້ກ່າວລະຫວ່າງກອງປະຊຸມນັກຂ່າວ
ສິດທິມະນຸດ ຊຶ່ງເປັນພື້ນຖານສຳຄັນຂອງອົງການສະຫະປະຊາຊາດ ໃນເວລານີ້ “ຢູ່ໃນຈຸດຫັນປ່ຽນທີ່ສຳຄັນ”
“ຂະໜາດແລະຄວາມໄວຂອງການເຂັ່ນຂ້າກັນ ແລະການທຳລາຍ ໄດ້ເຂົ້າສູ່ລະດັບທີ່ບໍ່ເຄີຍມີມາກ່ອນ” ນັ້ນແມ່ນຄຳເວົ້າຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ທີ່ໄດ້ກ່າວຢູ່ທີ່ກອງປະຊຸມ
ອັງກິດ ເປັນຜູ້ບໍລິຈາກລາຍໃຫຍ່ທີ່ສຸດອັນດັບສອງຂອງການຊ່ອຍເຫຼືອດ້ານການທະຫານແກ່ຢູເຄຣນ ນັບຕັ້ງແຕ່ຣັດເຊຍໄດ້ບຸກລຸກໃນເດືອນກຸມພາ ປີ 2022 ນຳຫຼັງພຽງແຕ່ສະຫະລັດ
ຫ້ອງການຕ່າງປະເທດ ແລະການພັດທະນາຂອງເຄືອຈັກກະພົບ ກ່າວວ່າ ທ່ານອາລີ ມາໝຸດ ອັບບາສ ແລະອັບແດລ ກາຣິມ ມາໝຸດ ອີບຣາຮິມ ອາດຈະຖືກກັກຊັບສິນແລະການຫ້າມເດີນທາງ
ສື່ີມວນຊົນຂອງປາກິສຖານ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຊາວຊາປາກິສຖານເກືອບ 300 ຄົນ ໄດ້ເສຍຊີວິດຢູ່ໃນເຫດການດັ່ງກ່າວ
ການລາອອກຂອງທ່ານ ສເມັຕ ນັ້ນ ມີຂຶ້ນພາຍໃນສາມວັນຫຼັງຈາກທີ່ລັດຖະມົນຕີການຕ່າງປະເທດຂອງແບລຈ້ຽມ ທ່ານນາງ ຮາດຈາ ລາບີບ ໄດ້ກ່າວຫາທ່ານ ສແມັຕ ວ່າ “ສ້າງຄວາມອັບອາຍຕໍ່ພາບພົດ” ຂອງນະຄອນຫຼວງ
ປະຊາຊົນທີ່ອາໄສຢູ່ໃນນະຄອນຫຼວງ ຄາຣ໌ທູມ ແລະເມືອງໃກ້ຄຽງ ລາຍງານວ່າ “ຂ້ອນຂ້າງສະຫງົບ” ໃນສອງສາມຊົ່ວໂມງທຳອິດຂອງການຢຸດຍິງເມື່ອຕອນເຊົ້າວັນອາທິດວານນີ້
ນັບຕັ້ງແຕ່ການການເລີ້ມປະຕິບັດການຕອບໂຕ້ຄືນຂອງຢູເຄຣນໂດຍມີເປົ້າໝາຍເພື່ອຍຶດເອົາເຂດທີ່ກອງກຳລັງຣັດເຊຍຍຶດຄອງ ກັບຄືນມາ, ທ່ານນາງ ມາເລຍ (Maliar) ກ່າວວ່າ ຢູເຄຣນ ໄດ້ປົດປ່ອຍດິນແດນ 113 ກິໂລຕາແມັດແລ້ວ
ຫຼາຍກວ່າ 70 ເປີເຊັນຂອງຜົນຜະລິດທາງກະສິກໍາອອສເຕຣເລຍ ຖືກສົ່ງອອກໄປຕ່າງປະເທດ, ອີງຕາມຂໍ້ມູນຂອງລັດຖະບານ, ເຊິ່ງຊ່ວຍສະໜອງອາຫານໃຫ້ແກ່ ປະຊາກອນປະມານ 70 ລ້ານຄົນ ໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ
ໂຫລດຕື່ມອີກ
No live streaming currently available