ທ່ານ ຢູຊອຟ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີວ່າ “ນີ້ແມ່ນປະຕິບັດການ GUR. ເຮືອບິນລຳດັ່ງກ່າວໄດ້ເຄື່ອນຍ້າຍໄປຕາມແຜນ”
ຮອງນາຍົກລັດຖະມົນຕີຢູເຄຣນ ທ່ານໂອເລັກຊານເດີ ກູບຣາກັອຟ (Oleksandr Kubrakov) ກ່າວໃນສື່ສັງຄົມ ອອນລາຍວ່າ ອາຫານປະເພດເມັດນີ້ ແມ່ນແນໃສ່ສຳລັບສົ່ງໄປອີຢິບ ແລະ ໂຣມາເນຍ
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ຂໍ້ເທັດຈິງວ່າເກີດຫຍັງຂຶ້ນ, ແຕ່ຂ້າພະເຈົ້າບໍ່ປະຫຼາດໃຈ”
ເຈົ້າໜ້າທີ່ກ່າວວ່າ ເຮືອບິນອາຍພົ່ນປະສົບອຸບັດຕິເຫດຕົກຢູ່ຣັດເຊຍ ເຮັດໃຫ້ 10 ຄົນເສຍຊີວິດ ແລະຫົວໜ້າກຸ່ມທະຫານຮັບຈ້າງແວັກເນີ້ ແມ່ນມີຊື່ຢູ່ໃນບັນຊີຜູ້ໂດຍສານ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີເທື່ອວ່າ ຜູ້ກ່ຽວຢູ່ເທິງເຮືອບິນນີ້ແທ້ຫຼືບໍ່
ປະເທດ ກຣີສ, ອິຕາລີ ແລະ ສເປນ, ໄດ້ມີຄວາມຮຸນແຮງບໍ່ແຕກຕ່າງກັບປະເທດ ສວິດເຊີແລນ
ກອງທັບຂອງຢູເຄຣນ ໄດ້ກ່າວວ່າ ຣັດເຊຍ ໄດ້ສົ່ງໂດຣນ 20 ລຳ ໃນຕອນຂ້າມຄືນ ເຂົ້າໄປຍັງຢູເຄຣນ ແລະວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ສາມາດຍິງໂດຣນເກົ້າລຳຕົກ ຢູ່ເທິງເມືອງທ່າໂອເດຊາ ແລະອີກສອງລຳ ຢູ່ໃນພື້ນທີ່ເມືອງຊາໂປຣິສເຊຍ
ສູນກາງດັ່ງກ່າວ ເປັນສ່ວນນຶ່ງຂອງແຜນການພັດທະນາ 5 ປີ ຂອງອິສຣາແອລ ເພື່ອພັດທະນາເຈຣູຊາແລັມຕາເວັນອອກໃຫ້ຜ່ອນຄວາມທຸກຍາກ ແລະຈ້າງງານໃນກຸ່ມຊາວປາແລັສໄຕນ໌ ເຊິ່ງດໍາເນີນງານຮ່ວມກັນລະຫວ່າງ ອິສຣາແອລ ແລະເຈົ້າໜ້າທີ່ຊາວປາແລັສໄຕນ໌
ບັນດາເຮືອບິນເຮລິຄອບເຕີທະຫານ ແລະໜ່ວຍກ້າຕາຍສາຍກາບ ໄດ້ກູ້ໄພແປດຄົນ ຮວມທັງພວກເດັກນ້ອຍນັກຮຽນຜູ້ຊາຍຫົກຄົນ ຜູ້ທີ່ໄດ້ຕິດຄ້າງເປັນເວລາຫລາຍຊົ່ວໂມງ ໃນວັນອັງຄານວານນີ້
ໃນຂະນະຢູ່ໃນນະຄອນຫຼວງນິວເດລີ ທ່ານໄບເດັນ ຈະເນັ້ນຢ້ຳເຖິງຄວາມໝັ້ນໝາຍຂອງສະຫະລັດ ຕໍ່ G20 ໃນເວທີສົນທະນາຂັ້ນສູງເພື່ອການຮ່ວມມືທາງດ້ານເສດຖະກິດ ທີ່ລວມທັງການເປັນເຈົ້າພາບຈັດເວທີນີ້ ໃນປີ 2026, ອີງຕາມ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລີວັນ ໄດ້ກ່າວຕໍ່ບັນດານັກຂ່າວ
ນີ້ແມ່ນເປັນການພະຍາຍາມເທື່ອທີສອງຂອງອິນເດຍ ເພື່ອຈະນຳເອົາຍານລົງຈອດ ຢູ່ຂົ້ວໃຕ້ຂອງດວງຈັນ ເມື່ອ 4 ປີກ່ອນ ຍານຂອງອິນໄດ້ຕຳກັບພື້ນຜິວໃນການພະຍາຍາມລົງຈອດຂັ້ນສຸດທ້າຍ
ການປະຊຸມທາງດ້ານເສດຖະກິດ ໃນນະຄອນ Seattle ກໍໄດ້ຍົກລະດັບຄວາມກັງວົນກ່ຽວກັບຜົນກະທົບ ທີ່ບໍ່ສົມສ່ວນ ຂອການປ່ຽນແປງດິນຟ້າອາກາດ ຕໍ່ບັນດາແມ່ຍິງ
ຣັດເຊຍໄດ້ກ່າວໃນວັນອັງຄານມື້ນີ້ວ່າ ການປ້ອງກັນທາງອາກາດຂອງຕົນໄດ້ຍິງໂດຣນຂອງຢູເຄຣນຕົກ ຢູ່ເຂດນ່ານຟ້າມົສກູ ແລະເຂດບຣິແຢງ ທີ່ຕັ້ງຢູ່ຕາມຊາຍແດນຂອງສອງປະເທດ
ໂຫລດຕື່ມອີກ
No live streaming currently available