ລັດຖະມົນຕີກະຊວງນ້ຳມັນປາກິສຖານ ພະຍາຍາມບໍ່ໃຫ້ຄວາມສຳຄັນ ທີ່ນ້ຳມັນຣັດເຊຍ ຈະມີຜົນຕໍ່ລາຄານ້ຳມັນ ຢູ່ທີ່ປ້ຳມັນໃນທັນທີ
ເຈົ້າໜ້າທີ່ທ່າເຮືອຄົນນຶ່ງໄດ້ກ່າວໃນຕອນແລງວັນອາທິດວານນີ້ວ່າ ນ້ຳມັນດັ່ງກ່າວແມ່ນກຳລັງຢູ່ໃນຂັ້ນຕອນການຂົນອອກ
ທ່ານສໂຕລເທັນເບີກ ອະດີດນາຍົກລັດຖະມົນຕີຂອງນໍເວ ເປັນຫົວໜ້າອົງການເນໂຕ້ມາຍາວນານທີ່ສຸດ ໃນຍຸກສະໄໝນຶ່ງ ແລະໄດ້ສືບຕໍ່ດຳລົງຕຳແໜ່ງສາມຄັ້ງ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງໃນປີ 2014
ອິດທິພົນພວກຜູ້ນໍາຕາລິບານຢູ່ໃນອັຟການິສຖານ ໃນວັນອາທິດວານນີ້ ບໍ່ເຫັນພ້ອມກັບການຊັ່ງຊາໃໝ່ຂອງອົງການສະຫະປະຊາຊາດທີ່ວ່າພວກເຂົາເຈົ້າກຳລັງປະເຊີນໜ້າກັບການຍາດແຍ່ງອຳນາດພາຍໃນປະເທດ.
ຢູເຄຣນ ໄດ້ກ່າວຫາວ່າກອງກຳລັງ ຣັດເຊຍ ໄດ້ພະຍາຍາມທີ່ຈະທຳລາຍປະຕິບັດການຊ່ວຍເຫຼືອ
ລະບົບສານຂອງຣັດເຊຍ ໄດ້ຕັ້ງຊື່ຄົນອາເມຣິກັນ ທີ່ຖືກກັກຂັງນັ້ນວ່າ ໄມເຄິລ ທຣາວິສ ລີຄ (Michael Travis Leake), ອາຍຸ 51 ປີ, ເຊິ່ງເຄີຍເປັນນັກແຕ່ງເພງ ແລະນັກດົນຕີໃນວົງດົນຕີຣັອກ "ໂລວີ ໂນຈ (Lovi Noch)" ("Catch the night") ຂອງຣັດເຊຍ
ສັນຍາລັກ ໃນການເສີມຂະຫຍາຍຄວາມສຳພັນທາງດ້ານການທູດຂອງປະເທດທັງສອງ ມີຂຶ້ນໃນລະຫວ່າງປະທານາທິບໍດີຮອນດູຣາສ ທ່ານຊີໂອມາຣາ ກາສໂຕຣ ຢ້ຽມຢາມຈີນ ເປັນເວລາ 6 ມື້
ເຮືອບິນລົບຂອງ ຈີນ ແລະ ຣັດເຊຍ ບິນເຂົ້າໄປໃນຂົງເຂດຮັກສາຄວາມປອດໄພທາງອາກາດຂອງເກົາຫຼີໃຕ້ ລຸນຫຼັງການປະເຊີນໜ້າກັນສອງຄັ້ງເມື່ອໄວໆມານີ້ ລະຫວ່າງກອງກໍາລັງຂອງ ສະຫະລັດ ແລະ ຈີນ ຢູ່ໃນພູມິພາກດັ່ງກ່າວ
ລະເບີດແຕກຂຶ້ນຢູ່ໃນວັດອິສລາມແຫ່ງນຶ່ງໃນແຂວງບາດັກຊານ ທາງພາກຕາເວັນອອກສຽງເໜືອຂອງອັຟການິສຖານ ໃນວັນພະຫັດວານນີ້
ລາຍງານກ່າວວ່າ ຈີນ ໄດ້ຕົກລົງຈ່າຍເງິນຈຳນວນນຶ່ງໃຫ້ ຄິວບາ ຫຼາຍພັນລ້ານໂດລາ ສຳລັບສະຖານີສອດແນມ ຊຶ່ງຈະອະນຸຍາດໃຫ້ຈີນເກັບກຳຂໍ້ມູນການສື່ສານທາງອີເລັກໂທຣນິກ ຈາກທົ່ວຂົງເຂດພາກຕາເວັນອອກສຽງໃຕ້ຂອງສະຫະລັດ
ກະຊວງການຕ່າງປະເທດຂອງສະຫະລັດ ໃນວັນພະຫັດ ໄດ້ເນັ້ນໃຫ້ເຫັນເຖິງໄພຂົ່ມຂູ່ ໂດຍສຳນັກງານທັງຫຼາຍເຫຼົ່ານັ້ນ ໃນພາກພື້ນ ໂດຍການກຳນົດໃຫ້ບັນດາຜູ້ນຳຂອງແຕ່ລະສຳນັກງານ ຢູ່ໃນອີຣັກ ແລະ ຂົງເຂດຊາແຮລຂອງອາຟຣິກາ ເປັນພວກກໍ່ການຮ້າຍຂອງໂລກ ທີ່ຖືກກຳນົດເປັນພິເສດ
ການໂຈມຕີໄດ້ເກີດຂຶ້ນໃນເມືອງ ອານຊີ (Annecy) ທາງພາກຕາເວັນອອກສຽງໃຕ້ຂອງ ຝຣັ່ງ
ໂຫລດຕື່ມອີກ
No live streaming currently available