ສະຫະປະຊາຊາດ ແລະສະຫະລັດ ໄດ້ຮຽກຮ້ອງໃຫ້ປ່ອຍປະທານາທິບໍດີໂມຮຳເມດ ບາຊູມ ຂອງໄນເຈີ
ນັບຕັ້ງແຕ່ໄດ້ກັບຄືນມາກຳອຳນາດ ເກືອບສອງປີຜ່ານມາແລ້ວນັ້ນ ກຸ່ມຕາລີບານ ຜະເດັດການ ໄດ້ວາງຂໍ້ຈຳກັດຕ່າງໆທີ່ກວ້າງຂວາງຕໍ່ສິດທິຂອງພວກແມ່ຍິງ ໂດຍຫວງຫ້າມພວກເຂົາເຈົ້າຈາກ ການສຶກສາ, ສະຖານທີ່ສາທາລະນະຕ່າງໆ ແລະວຽກງານເກືອບວ່າທຸກປະເພດ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໄດ້ເດີນທາງ ໄປເຖິງນະຄອນຫລວງ ປອດມໍເຣສບີ ຂອງປາປົວນີວກີນີ ໃນຕອນແລງວັນພຸດມື້ນີ້
ການປະຕິບັດງານລາດຕະເວນທາງທະເລ ຢູ່ໃນນ່ານນໍ້າສາກົນ ເບິ່ງການຊ້ອມລົບ ຕາລິສແມນ ເຊເບີ ຍັງຄົງດໍາເນີນງານຕໍ່ໄປ ໂດຍກຳປັ່ນສອດແນມຂອງຈີນ
ການປະທ້ວງນັດຢຸດງານ ຂອງບັນດາແພດໝໍ ໄດ້ກວມເອົາສ່ວນໃຫຍ່ຂອງປະເທດ, ເຖິງແມ່ນວ່າຈະບໍ່ແມ່ນນະຄອນເຢຣູຊາເລັມ, ບ່ອນທີ່ຫລາຍພັນຄົນໄດ້ອອກມາເດີນຂະບວນຢູ່ຕາມຖະໜົນຫົນທາງ ໃນຄືນວັນຈັນ ແລະໄດ້ປະທະກັນກັບ ຕຳຫຼວດ
ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ການຊ່ອຍເຫຼືອແມ່ນແນໃສ່ເພື່ອ “ເສີມຂະຫຍາຍກອງກຳລັງທີ່ກ້າຫານຂອງຢູເຄຣນ ຢູ່ໃນສະໜາມລົບ” ແລະ “ຊ່ອຍໃຫ້ພວກເຂົາເຈົ້າຢຶດເອົາດິນແດນອະທິປະໄຕຂອງຢູເຄຣນ ກັບຄືນມາ”
ຟີລິບປິນທີ່ບໍ່ມີແຟນສະໜັບສະໜຸນນັ້ນ ຊະນະນັດທຳອິດໃນວັນອັງຄານມື້ນີ້ ຊຶ່ງເຮັດໃຫ້ເຈົ້າພາບນິວຊີແລນຕົກໃຈ
ນັກຄົ້ນຄວ້າກ່າວວ່າ ບໍລິເວນຂົງເຂດໃຈກາງໃນນະຄອນຊິດນີ ກໍາລັງກາຍມາເປັນສະຖານທີ່ທໍາອິດຂອງໂລກ ເພື່ອບັນລຸເປົ້າໝາຍຂອງອົງການສະຫະປະຊາຊາດສໍາລັບການສິ້ນສຸດການແຜ່ເຊື້ອ HIV
ການລົງຄະແນນສຽງໄດ້ມີຂຶ້ນຫລັງຈາກກອງປະຊຸມນິຕິບັນຍັດທີ່ດຸເດືອດ ຊຶ່ງສະມາຊິກລັດຖະສະພາຝ່າຍຄ້ານໄດ້ຮ້ອງໂຮວ່າ “ໜ້າອັບອາຍ” ຕໍ່ສຽງສ່ວນໃຫຍ່ທີ່ເຫັນດີນຳການປ່ຽນແປງ ແລະຕໍ່ຈາກນັ້ນໄດ້ຍ່າງອອກຈາກສະພາເພື່ອປະທ້ວງ
ສະຫະລັດໄດ້ວາງມາດຕະການລົງໂທດ ຕໍ່ພວກເຈົ້າໜ້າທີ່ມາລີສາມຄົນ ໃນວັນຈັນວານນີ້ ຮວມທັງລັດຖະມົນຕີປ້ອງກັນປະເທດ ໃນການກ່າວຫາວ່າ ເຂົາເຈົ້າພົວພັນການຮັບເອົາ ແລະຂະຫຍາຍກິດຈະການ ຂອງກຸ່ມທະຫານຮັບຈ້າງຣັດເຊຍແວກເນີ ຢູ່ໃນປະເທດ
ຈົດໝາຍໄດ້ຖືກລົງນາມໂດຍ ບັນດາສະມາຊິກຂອງກຸ່ມ G7 ຄື ສະຫະລັດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ຍີ່ປຸ່ນ ແລະອັງກິດ ບວກກັບອອສເຕຣເລຍ ນິວຊີແລນ ເກົາຫຼີໃຕ້ ແລະ ອີຢູ
ອົງການພະລັງງານປະລະມານູສາກົນ (IAEA) ກ່າວວ່າ ພະນັກງານໄດ້ເຫັນການວາງລະເບີດຕໍ່ຕ້ານສ່ວນບຸກຄົນ ຢູ່ບໍລິເວນໂຮງໄຟຟ້ານິວເຄລຍຊາໂປຣິສເຊຍຂອງຢູເຄຣນ
ໂຫລດຕື່ມອີກ
No live streaming currently available