ກະຊວງປ້ອງກັນປະເທດອັງກິດກ່າວໃນວັນອາທິດມື້ນີ້ວ່າ ທະຫານຣັດເຊຍໃນຢູເຄຣນ ກຳລັງປະສົບກັບຄວາມທຸກທໍລະມານ ຈາກ "ການສູ້ລົບກັບອົງປະກອບຕ່າງໆ ທີ່ແກ່ຍາວເປັນເວລາຍາວນານ."
ບັນດາອົງການຕ່າງໆໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພໍແລ້ວ. ມັນຕ້ອງຢຸດດຽວນີ້.”
ລັດຖະມົນຕີການຕ່າງປະເທດສະຫະລັດ ໄປຢ້ຽມຢາມອີຣັກແບບບໍ່ມີການປະກາດລ່ວງໜ້າ ທ່າມກາງການໂຈມຕີກຳລັງສະຫະລັດ ເມື່ອມໍ່ມານີ້ ຊຶ່ງນາຍົກລັດຖະມົນຕີອີຣັກກ່າວວ່າ ລັດຖະບານຂອງທ່ານຈະປ້ອງກັນການໂຈມຕີໃນອະນາຄົດ
ການຈັບກຸມຂະໜາດໃຫຍ່ ມີຂຶ້ນກ່ອນໜ້າການເລືອກຕັ້ງແຫ່ງຊາດ ຊຶ່ງຈະມີຂຶ້ນໃນເດືອນມັງກອນຈະມານີ້
ການປ່ອນບັດໃນວັນອາທິດ ຈະເລືອກເອົາເຈົ້າເມືອງເກືອບ 900 ຄົນ ແລະສະພາທ້ອງຖິ່ນ 11,000 ຄົນ ເພື່ອເຂົ້າຮັບຕຳເໜ່ງເປັນເວລາ 4 ປີ ຮວມທັງຕຳແໜ່ງເຈົ້າຄອງກຳແພງ ນະຄອນຫຼວງຄິຊູນາວ
ຜູ້ບໍລິໂພກໃນທົ່ວໂລກແມ່ນລຶ້ງເຄີຍກັບການເຫັນຮູບແບບຮູບແບບຜະລິດຕະພັນ “Made in China” ທີ່ເຂົາເຈົ້າຊື້. ສິນຄ້າຈາກຈີນຫມາຍເຖິງລາຄາຕໍ່າ, ເຊິ່ງເປັນສິ່ງທີ່ຜູ້ບໍລິໂພກ ມັກ. ແຕ່ສໍາລັບຜູ້ຜະລິດໃນທ້ອງຖິ່ນຢູ່ໄນຈີເຣຍ, ການນໍາເຂົ້າຈາກ ຈີນ ອາດຫມາຍເຖິງ ການວ່າງງານ, ຄວາມທຸກຍາກ, ແລະອັດຕາເງິນເຟີ້.
ສະຫະລັດກຳລັງໃຫ້ການຊ່ວຍເຫລືອທາງດ້ານການທະຫານຕື່ມອີກມູນຄ່າ 425 ລ້ານໂດລາສະຫະລັດ ໃຫ້ແກ່ຢູເຄຣນ ໃນຊຸດການຊ່ວຍເຫຼືອທີ່ຄາດວ່າ ຈະມີຂຶ້ນໃນວັນສຸກນີ້, ເຈົ້າໜ້າທີ່ສະຫະລັດສອງຄົນ ກ່າວຕໍ່ VOA.
ພາຍຸນັ້ນ ໄດ້ທຳລາຍເຮືອນຫຼາຍຫຼັງ, ສົ່ງຜົນເຮັດໃຫ້ການເດີນທາງເກີດຄວາມວຸ້ນວາຍ ແລະ ໄຟຟ້າມອດໃນບ້ານຂອງຫຼາຍໆຄົນ.
ກະຊວງການຄ້າ ສະຫະລັດ ໃນວັນພະຫັດວານນີ້ໄດ້ເພີ່ມ 13 ອົງກອນ ໃນ ຣັດເຊຍ ແລະ ອຸສເບກິສຖານ ເຂົ້າໃສ່ລາຍຊື່ການຄວບຄຸມການສົ່ງອອກຂອງເຂົາເຈົ້າ.
ກອງທັບເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອ ຖືກສົງໄສວ່າໄດ້ສົ່ງລູກສອນໄຟຂີປະນາວຸດໄລຍະສັ້ນ, ຂີປະນາວຸດຕ້ານລົດຖັງ ແລະລູກສອນໄຟຕ້ານອາກາດເຄື່ອນທີ່ໄປໄດ້ໃຫ້ແກ່ ຣັດເຊຍ ພ້ອມດ້ວຍປືນ ໄຣໂຟລ, ລູກປືນ, ປືນຄົກ ແລະລູກປືນໃຫຍ່
ການຢ້ຽມຢາມຄັ້ງນີ້ ມີຂຶ້ນ ໃນຂະນະທີ່ກຳລັງທະຫານບົກຂອງ ອິສຣາແອລ ໄດ້ປິດລ້ອມເມືອງ ກາຊາ ທ່າມກາງຄວາມພະຍາຍາມທາງດ້ານການທູດ ເພື່ອຍຸຕິຊົ່ວຄາວ ການສູ້ລົບກັບກຸມຮາມາສ ແລະວິກິດການດ້ານມະນຸດສະທຳຢູ່ໃນເຂດ ກາຊາ ທີ່ຮ້າຍແຮງຂຶ້ນກວ່າເກົ່າ.
ເຈົ້າໜ້າທີ່ໃນກີຢິບ ກ່າວວ່າ 118 ເມືອງ ຖືກຍິງໃນຕອນກາງຄືນ
ໂຫລດຕື່ມອີກ
No live streaming currently available