ປະທານາທິບໍດີເຊເລນສກີ ພວມຢ້ຽມຢາມເຂດເຄີຊອນ ທີ່ຖືກນ້ຳຖ້ວມ
ທ່ານບລິງເຄັນໄດ້ຍົກໃຫ້ເຫັນເຖິງຫລາຍຂົງເຂດທີ່ເປັນຈຸດເພັ່ງເລັງເພື່ອໃຫ້ບັນລຸໃນອັນທີ່ທ່ານເອີ້ນວ່າ “ການສິ້ນສຸດຄວາມທົນທານ” ຂອງກຸ່ມລັດອິສລາມ
ຄວາມໝາຍກ່ຽວກັບຂໍ້ຕົກລົງການຕໍາຫຼວດກັບ ປັກກິ່ງ ເປັນການສະແດງອອກຫຼ້າສຸດຂອງນາຍົກລັດຖະມົນຕີຟີຈິ ທ່ານຊິທີເວນີ ຣາບູກາ ວ່າຂໍ້ຕົກລົງທີ່ມີການເຊັນໂດຍຜູ້ດໍາລົງຕໍາແໜ່ງກ່ອນໜ້ານັ້ນ ແມ່ນຢູ່ໃນລະຫວ່າງການປະເມີນຜົນໃໝ່
ເຈົ້າໜ້າທີ່ຢູເຄຣນ ໄດ້ເລັ່ງຂົນເອົານ້ຳດື່ມໄປຍັງພາກໃຕ້ຂອງປະເທດໃນວັນພຸດວານນີ້ ເພື່ອຊ່ວຍເຫລືອຫລາຍພັນຄົນທີ່ຕິດຄ້າງຢູ່ ຫຼືຫລົບໜີອອກຈາກຂົງເຂດນັ້ນ ນຶ່ງມື້ ຫຼັງຈາກເຂື່ອນຄາກອຟກາແຕກ.
ອົງການ ICRC ໄດ້ໃຊ້ເວລາຫຼາຍເດືອນເພື່ອຊ່ວຍເຫຼືອໃນປະຕິບັດການເກັບກູ້ລະເບີດຝັງດິນໃນ ຢູເຄຣນ
ກຳລັງສະໜັບສະໜູນເຄື່ອນທີ່ຢ່າງວ່ອງໄວ RSF ໃນການສູ້ລົບເພື່ອຍາດແຍ່ງອຳນາດ ເປັນເວລາແປດອາທິດ ກັບກອງທັບຊູດານນັ້ນ ໄດ້ບຸກໂຈມຕີ ຄ້າຍທະຫານໃຫຍ່ ຢາມຸກ ທີ່ມີການປ້ອງກັນຢ່າງເຂັ້ມແຂງ ໃນວັນອັງຄານຜ່ານມາ ອີງຕາມຜູ້ທີ່ເຫັນເຫດການ
ປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮີມ ເຣຊີ ໄດ້ອະທິບາຍວ່າ ອາວຸດໃໝ່ນີ້ ເປັນ “ສະໝໍຢຶດໝັ້ນ ຂອງຄວາມໝັ້ນຄົງແລະສັນຕິພາບ” ຢູ່ໃນພາກຕາເວັນອອກກາງ
ສະຖາບັນນະໂຍບາຍຂອງ ອັງກິດ ເນັ້ນຢໍ້າວ່າ ຣັດເຊຍ ນໍາໃຊ້ກໍາປັ່ນຂົນສົ່ງນໍ້າມັນເງົາ ແລະບໍລິສັດຕ່າງໆໃນແນວໜ້າ, ໃນຂະນະທີ່ຕາເວັນຕົກ ດໍາເນີນການກົດດັນຕໍ່ການລົງໂທດ ມົສກູ ຫຼາຍຂຶ້ນ
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີີ ບລິງເກັນ ມີກຳນົດທີ່ຈະພົບປະໃນວັນພຸດມື້ນີ້ ກັບລັດຖະມົນຕີຕ່າງປະເທດຊາອຸດີ ທ່ານໄຟຊາລ ບິນ ຟາຮານ ແລະບັນດາລັດຖະມົນຕີຈາກ ສະພາຮ່ວມມືອ່າວເປີເຊຍ ອັນເປັນສ່ວນນຶ່ງໃນການຢ້ຽມຢາມ ຊາອຸດີ ອາຣາເບຍ
ໃນວໍຊິງຕັນ ທຳນຽບຂາວ ໄດ້ກ່າວວ່າ ຕົນອາດບໍ່ສາມາດກ່າວຢ່າງແນ່ນອນໄດ້ວ່າ ແມ່ນຫຍັງເປັນສາເຫດເຮັດໃຫ້ເຂື່ອນຂະໜາດໃຫຍ່ຖືກທຳລາຍ ແຕ່ໄດ້ປະເມີນລາຍງານຕ່າງໆ ທີ່ວ່າ ການລະເບີດໃນຄັ້ງນີ້ ແມ່ນເກີດຈາກຣັດເຊຍ ຊຶ່ງໄດ້ຢຶດຄອງເຂື່ອນດັ່ງກ່າວ ນັບຕັ້ງແຕ່ປີກາຍນີ້
ທ່ານຢູ ໄດ້ກ່າວໃນງານ ເມື່ອວັນຈັນວານນີ້ ວ່າ “ສະຖານທູດຈີນ ໃນຮອນດູຣານ ຈະເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອປະຕິບັດຕາມຄວາມຮັບຜິດ ຊອບຕ່າງໆ ໃນການເປັນປ່ອງຢ້ຽມ, ເວທີ, ສຳລັບຄວາມສຳພັນລະຫວ່າງສອງປະເທດ”
ການຮວບຮວມຂໍ້ມູນກ່ອນການປະຊຸມ ການປ່ຽນແປງຂອງສະພາບອາກາດແຫ່ງອົງການສະຫະປະຊາຊາດ ເປັນການແຈ້ງໃຫ້ບັນດາຝ່າຍຕ່າງໆຮູ້ ກ່ຽວກັບຂໍ້ຕົກລົງປາຣີ
ໂຫລດຕື່ມອີກ
No live streaming currently available