ພາຍຸນັ້ນ ໄດ້ທຳລາຍເຮືອນຫຼາຍຫຼັງ, ສົ່ງຜົນເຮັດໃຫ້ການເດີນທາງເກີດຄວາມວຸ້ນວາຍ ແລະ ໄຟຟ້າມອດໃນບ້ານຂອງຫຼາຍໆຄົນ.
ກະຊວງການຄ້າ ສະຫະລັດ ໃນວັນພະຫັດວານນີ້ໄດ້ເພີ່ມ 13 ອົງກອນ ໃນ ຣັດເຊຍ ແລະ ອຸສເບກິສຖານ ເຂົ້າໃສ່ລາຍຊື່ການຄວບຄຸມການສົ່ງອອກຂອງເຂົາເຈົ້າ.
ກອງທັບເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອ ຖືກສົງໄສວ່າໄດ້ສົ່ງລູກສອນໄຟຂີປະນາວຸດໄລຍະສັ້ນ, ຂີປະນາວຸດຕ້ານລົດຖັງ ແລະລູກສອນໄຟຕ້ານອາກາດເຄື່ອນທີ່ໄປໄດ້ໃຫ້ແກ່ ຣັດເຊຍ ພ້ອມດ້ວຍປືນ ໄຣໂຟລ, ລູກປືນ, ປືນຄົກ ແລະລູກປືນໃຫຍ່
ການຢ້ຽມຢາມຄັ້ງນີ້ ມີຂຶ້ນ ໃນຂະນະທີ່ກຳລັງທະຫານບົກຂອງ ອິສຣາແອລ ໄດ້ປິດລ້ອມເມືອງ ກາຊາ ທ່າມກາງຄວາມພະຍາຍາມທາງດ້ານການທູດ ເພື່ອຍຸຕິຊົ່ວຄາວ ການສູ້ລົບກັບກຸມຮາມາສ ແລະວິກິດການດ້ານມະນຸດສະທຳຢູ່ໃນເຂດ ກາຊາ ທີ່ຮ້າຍແຮງຂຶ້ນກວ່າເກົ່າ.
ເຈົ້າໜ້າທີ່ໃນກີຢິບ ກ່າວວ່າ 118 ເມືອງ ຖືກຍິງໃນຕອນກາງຄືນ
ບຣາຊິລ ໄດ້ສົ່ງສະມາຊິກຂອງກອງທັບບົກ, ທະຫານເຮືອ ແລະ ກອງທັບອາກາດ 3,600 ຄົນ ເພື່ອຂະ ຫຍາຍການລາດຕະເວນ ແລະ ກວດກາສະໜາມບິນສາກົນໃນນະຄອນຫຼວງ ຣີໂອ ແລະ ເມືອງ ຊາວ ປາວໂລ.
ພົນລະເມືອງຕ່າງປະເທດຢ່າງນ້ອຍ 320 ຄົນຈາກລາຍຊື່ເບື້ອງຕົ້ນ 500 ຄົນ, ລວມທັງຊາວກາຊາ ທີ່ໄດ້ຮັບບາດເຈັບສາຫັດຫຼາຍສິບຄົນ, ໄດ້ຂ້າມເຂົ້າໄປໃນ ອີຈີບ ໃນວັນພຸດວານນີ້ ພາຍໃຕ້ຂໍ້ຕົກລົງລະຫວ່າງອິສຣາແອລ, ອີຈິບ ແລະ ກຸ່ມຮາມາສ.
ອາທິດໜ້າຢູ່ນະຄອນຫຼວງວໍຊິງຕັນ, ຈີນ ແລະ ສະຫະລັດ ຈະຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຄວບຄຸມ ແລະບໍ່ແຜ່ຂະຫຍາຍອາວຸດໃນລະດັບຜູ້ບໍລິ ຫານໃຫຍ່
ທ່ານນາງ ນາສຣິນ ໂຊຕູເດ (Nasrin Sotoudeh), ອາຍຸ 60 ປີ, ໄດ້ຖືກຈັບ ໃນວັນອາທິດທີ່ຜ່ານມາ ໃນນະຄອນຫຼວງເຕຫະຣ່ານ ຢູ່ໃນງານສົບຂອງນາງ ອາມິຕາ ເກີຣາວານ (Armita Garawand), ອາຍຸ 17 ປີ, ເຊິ່ງສື່ມວນຊົນ ຂອງລັດຂອງອີຣ່ານ ໄດ້ລາຍງານການເສຍຊີວິດຂອງນາງ ໃນທ້າຍອາທິດຫຼັງ ຈາກຢູ່ໃນອາການໂຄມ່າ ເປັນເດືອນ.
ຢ່າງໜ້ອຍການໂຈມຕີທີ່ວ່ານີ້ ເຈັດຄັ້ງແມ່ນຖືກດຳເນີນຂຶ້ນຫຼັງຈາກກອງກຳລັງ ສະຫະລັດ ໄດ້ໂຈມຕີສະຖານທີ່ສອງແຫ່ງໃນພາກຕາເວັນອອກຂອງ ຊີເຣຍ ທີ່ຖືກໃຊ້ໂດຍກອງກຳລັງພິທັກປະຕິວັດ ອິສລາມ ຂອງ ອີຣ່ານ ແລະ ກຸ່ມທີ່ເປັນສະມາຊິກ
ປະທານາທິບໍດີຂອງໂຄລອມເບຍ ທ່ານກຸສຕາໂວ ເປໂຕຣ ໄດ້ເອີ້ນການໂຈມຕີ ທັງຫຼາຍວ່າ “ການສັງຫານໝູ່ປະຊາຊົນຊາວປາແລັສໄຕນ໌” ໃນຂໍ້ຄວາມທີ່ຂຽນ ລົງໃນເຄືອຂ່າຍສື່ສັງຄົມ X ທີ່ເຄີຍຮູ້ຈັກກັນຄື ທວີດເຕີ ນັ້ນ
ກຸ່ມ NMDC ລວມດ້ວຍບັນດາຜູ້ນຳຂອງພັກ ຈາກລັດຕ່າງໆທີ່ມີການແຂ່ງຂັນຍາດຊິງເອົາຄະແນນສຽງຢ່າງຮ້ອນແຮງ ເປັນໄປໄດ້ສູງທີ່ຈະຕັດສິນການເລືອກ ຕັ້ງກໍເປັນໄດ້ເຊັ່ນ ລັດມິຊິແກນ ໂອຮາຍໂອ ແລະເພັນຊິລເວເນຍ
ໂຫລດຕື່ມອີກ
No live streaming currently available