ນັກຄົ້ນຄວ້າກ່າວວ່າ 'ການອອກມາຢູ່ໃນສະພາບອາກາດໂດຍທົ່ວໄປຢ່າງເປັນປົກກະຕິ ໃນຂົງເຂດທີ່ພວກທ່ານອາໄສຢູ່ ຄວາມຈິງແລ້ວມັນຈະຊ່ວຍປັບຮ່າງກາຍຂອງພວກທ່ານ'
ສະຫະລັດ ແລະບັນດາພັນທະມິດຢູໂຣບຂອງຕົນ ກຳລັງນຳເຂົ້າເຊື້ອພະລັງນິວເຄລຍ ແລະທາດປະສົມຈາກຣັດເຊຍຢ່າງຫລວງຫລາຍ ໂດຍເປັນການສະໜອງໃຫ້ມົສກູ ເງິນຫລາຍຮ້ອຍລ້ານໂດລາ ທີ່ເປັນລາຍຮັບພວກເຂົາເຈົ້າຕ້ອງການທີ່ສຸດ ໃນຂະນະທີ່ຕົນເຮັດສົງຄາມກັບຢູເຄຣນ
'ພາຍໃຕ້ຂໍ້ຕົກລົງໄກ່ເກ່ຍໂດຍປະເທດທີສາມ, ຊາວອີຣ່ານ 5 ຄົນທີ່ຖືກກັກຂັງຢູ່ໃນສະຫະລັດ ຈະໄດ້ຮັບການປ່ອຍໂຕ, ແລະເງິນທຶນຂອງອີຣ່ານທີ່ຖືກລະງັບໄວ້ ຢູ່ໃນເກົາຫຼີໃຕ້ ຈະບໍ່ຖືກຂັດຂວາງ ແລະຖືກໂອນໄປປະເທດກາຕ້າ'
ໜ່ວຍງານທະຫານທ້ອງຖິ່ນ ໃນນະຄອນຄູປີອານາສກ໌ (Kupiansk) ຂອງ ຄາຣ໌ກີບ (Kharkiv) ກ່າວວ່າ ປະຊາຊົນຕ້ອງປະຕິບັດຕາມຄຳສັ່ງໃຫ້ອົບພະຍົບ ຫຼືລົງນາມໃນເອກະສານວ່າ ພວກເຂົາເຈົ້າຈະຢູ່ຕໍ່ ໂດຍຮັບຮູ້ເຖິງຄວາມສ່ຽງໄພຂອງຕົນເອງ
ການກ່າວອ້າງຂອງລະບອບການປົກຄອງດັ່ງກ່າວນັ້ນ ໄດ້ຖືກຢັ້ງຢືນໂດຍບັນດາ ຜູ້ສັງເກດການທີ່ເປັນອິດສະຫຼະ
ໃນຂະນະດຽວກັນ, ພັກຂອງທ່ານບາຊູມ (Bazoum) ກ່າວໃນວັນພຸດວານນີ້ວ່າ ປະທານາທິບໍດີ ແລະຄອບຄົວຂອງທ່ານ ກຳລັງຂາດສະບຽງອາຫານ ແລະ ຢູ່ໂດຍບໍ່ມີໄຟຟ້າ ແລະນ້ຳໃຊ້ ມາເປັນເວລານຶ່ງອາທິດ. ທີ່ປຶກສາຄົນນຶ່ງ ກ່າວຕໍ່ ອົງການຂ່າວ AP ວ່າ ຄອບຄົວນີ້ ເຫຼືອແຕ່ເຂົ້າ ແລະອາຫານກະປ໋ອງເທົ່ານັ້ນ
“ລູກສອນໄຟນຳວິຖີໄວກວ່າສຽງ ຈະເປີດໜ້າໃໝ່ໃນໂຄງການປ້ອງກັນຂອງ ອີຣ່ານ ຂະນະທີ່ມັນເປັນການຍາກທີ່ຈະສະກັດກັນລູກສອນໄຟນຳວິຖີ ທີ່ບິນດ້ວຍຄວາມໄວເໜືອກວ່າສຽງ”ອົງການຂ່າວ Tasnim ຂອງທາງການໄດ້ ລາຍງານ
ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວຢູ່ໃນຖະແຫລງການໃນ Telegram ວ່າໂດຣນສອງລຳທີ່ແນເປົ້າໝາຍໃສ່ມົສກູໄດ້ຖືກຍິງຕົກ ໃນຂະນະທີ່ໄດ້ເຂົ້າໃກ້ ເມືອງ ເຊີວາສໂຕໂປລ ຢູ່ຊາຍຝັ່ງແຫຼມ ໄຄຣເມຍ. ຖະແຫລງການກ່າວວ່າ ໂດຣນ “ໄດ້ຖືກທຳລາຍໂດຍເຄື່ອງອີເລັກໂທຣນິກທາງສົງຄາມ ແລະໄດ້ຕົກ ລົງສູ່ທະເລດຳ.”
ສື່ມວນຊົນໃນທ້ອງຖິ່ນກ່ອນໜ້ານີ້ໄດ້ລາຍງານວ່າ ທ່ານ ວິລລາວິເຊັນຊິໂອ ອະດີດສະມາຊິກສະພາ ຜູ້ທີ່ມີຄະແນນ 7.5 ເປີິເຊັນ ໃນການຢັ່ງຫາງສຽງຂອງການປ່ອນບັດລົງຄະແນນສຽງ ໄດ້ຖືກຍິງຕາຍຢູ່ໃນງານໂຄສະນາຫາ ສຽງໃນເມືອງກີໂຕ
ບີລິນ ໄດ້ສົ່ງລະບົບລູກສອນໄຟ Patriot ສາມໜ່ວຍໄປພາກຕາເວັນອອກ ຂອງ ໂປແລນ ໃນເດືອນມັງກອນທີ່ຜ່ານມາ ຫລັງຈາກເກີດລະເບີດທີ່ຮ້າຍແຮງ ໃນໝູ່ບ້ານແຫ່ງນຶ່ງຂອງ ໂປແລນ ໃນທ້າຍປີ 2022
“ເດືອນນີ້ຄາດວ່າຈະຮ້ອນຂຶ້ນຢູ່ປະມານ 1.5 ອົງສາເມື່ອທຽບໃສ່ຄ່າສະເລ່ຍຂອງປີ 1850 ຫາ 1900. ເຊັ່ນດຽວກັນ, ຄ່າສະເລ່ຍຂອງຊ່ວງເວລາກ່ອນຍຸກອຸດສາຫະກໍາ,"
ໂຫລດຕື່ມອີກ
No live streaming currently available