ເຈົ້າໜ້າທີ່ອາວຸໂສຈາກ 42 ປະເທດໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບ ເຈດດາ ທີ່ດຳເນີນເປັນເວລາ 2 ວັນ, ແຕ່ບໍ່ມີເຈົ້າໜ້າທີ່ຈາກລັດເຊຍເຂົ້າຮ່ວມ
ຊ໊າດ ເປັນປະເທດເພື່ອນບ້ານຂອງໄນເຈີ ບ່ອນທີ່ມີການກໍ່ລັດຖະປະຫານເມື່ອເດືອນແລ້ວນີ້ ທີ່ໄດ້ໂຄ່ນລົ້ມ ນຶ່ງໃນບັນດາຜູ້ນຳຄົນສຸດທ້າຍທີ່ສະໜັບສະໜຸນ ຝ່າຍຕາເວັນຕົກ ຢູ່ໃນຂົງເຂດຊາແຮລ ທີ່ໄດ້ປະສົບກັບການກໍ່ການຮ້າຍຢ່າງກວ້າງຂວາງ
ຜູ້ໂດຍສານຫລາຍກວ່າ 1,000 ຄົນ ໄດ້ຢູ່ໃນລົດໄຟດ່ວນຮາຊາຣາ ເວລາລົດ ໄຟຕົກອອກຈາກລາງຢູ່ໃນເຂດຊົນນະບົດທີ່ຮາບພຽງຂອງແຂວງ ຊິນດ໌ ໃກ້ກັບ ເມືອງ ນາວາບຊາ, ປະມານ 250 ກິໂລແມັດ ໂດຍທາງລົດໄຟຈາກເມືອງທ່າ ກາຣາຈີ ທາງພາກໃຕ້ຂອງປະເທດ
ການໂຈມຕີທາງອາກາດ ມີເປົ້າໝາຍແນໃສ່ກອງກໍາລັງທະຫານບົກຂອງຊີເຣຍ ແລະຄ້າຍທະຫານ ພ້ອມທັງຄັງອາວຸດທີ່ນໍາໃຊ້ໂດຍກຸ່ມຕິດອາວຸດ ທີ່ສະໜັບສະ ໜຸນໂດຍເຕຫະຣ່ານ
ການກໍ່ລັດຖະປະຫານດັ່ງກ່າວ, ເຊິ່ງເປັນຄັ້ງທີ 7 ໃນອາຟຣິກາຕາເວັນຕົກ ແລະ ກາງໃນຮອບສາມປີນັ້ນ, ໄດ້ສົ່ງຜົນກະທົບຕໍ່ພາກພື້ນ ຊາແຮລ໌, ເຊິ່ງແມ່ນນຶ່ງໃນພາກພື້ນທີ່ທຸກຍາກທີ່ສຸດໃນໂລກ.
ທ່ານບລິງເກັນ ໄດ້ກ່າວວ່າ “ສະມາຊິກໝົດທຸກຄົນຂອງສະພານີ້, ສະມາຊິກໝົດທຸກຄົນຂອງສະຫະປະຊາຊາດ ຄວນບອກມົສກູ ວ່າ ພໍສະ. ພໍໃນການນຳໃຊ້ທະເລດຳ ເປັນສິ່ງເພື່ອການຂົ່ມຂູ່. ພໍໃນການປະຕິບັດຕໍ່ປະຊາຊົນຜູ້ອ່ອນແອທີ່ສຸດຂອງໂລກ ເພື່ອເປັນການຕໍ່ລອງ. ພໍສຳລັບສົງຄາມນີ້ ທີ່ບໍ່ມີເຫດຜົນແລະບໍ່ຍຸຕິທຳ”
“ຖ້າມັນໃຊ້ເວລາດົນ, ແລະ ສິ່ງອຳນວຍຄວາມສະດວກຂອງທ່າເຮືອຖືກທຳລາຍ ແລ້ວພວກເຮົາ - ບໍ່ພຽງແຕ່ຟາມຂອງພວກເຮົາເທົ່ານັ້ນ, ແຕ່ຊາວນາຊາວສວນຢູເຄຣນທັງໝົດ - ຈະປະເຊີນກັບບັນຫາ.”
ລາຍງານພົບວ່າ ແອັປ TikTok ແລະ WeChat ທີ່ ຈີນ ເປັນເຈົ້າຂອງ ອາດ 'ທໍາລາຍ' ການສົນທະນາທາງການເມືອງຂອງ ອອສເຕຣເລຍ
ຖ້ຽວບິນຂາເຂົ້າ ແລະຂາອອກຂອງປະເທດ ໄດ້ຫລຸດລົງ ໃນຂະນະທີ່ບັນດາຜູ້ນຳທີ່ກໍ່ລັດຖະປະຫານ ກຳນົດໃຫ້ຊາວອາເມຣິກັນ ຊອກຫາການອະນຸຍາດສຳລັບແຕ່ລະຖ້ຽວບິນ. ການຂາດເຂີນນໍ້າມັນ ຊຶ່ງໝາຍຄວາມວ່າ ຜູ້ບັນຊາການສະຫະລັດ ຕ້ອງໄດ້ເຊັນຮັບເວລາໃດທີ່ເຮືອບິນເຕີມນໍ້າມັນ
ມີປະມານ 40 ປະເທດ ທີ່ພ້ອມຈະເຂົ້າຮ່ວມກອງປະຊຸມ, ແຕ່ປັດຈຸບັນນີ້ ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ຈີນຈະເຂົ້າຮ່ວມ ຫຼື ບໍ່. ຈີນໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມການເຈລະຈາຮອບກ່ອນໜ້ານີ້ ຢູ່ທີ່ເດັນມາກ ໃນເດືອນມິຖຸນາຜ່ານມາ ແຕ່ບໍ່ໄດ້ເຂົ້າຮ່ວມ
ອາທິດແລ້ວນີ້ ທ່ານອັບດູລ ຣາຊີດ ໂດສຕໍາ ອະດີດຮອງປະທານາທິບໍດີອັຟການິສ ຖານ ຜູ້ທີ່ໄດ້ໜູນຫລັງກຳລັງພິເສດຂອງສະຫະລັດ ໃນການຂັບໄລ່ກຸ່ມ ຕາລີບານ ອອກໄປໃນປີ 2001 ໄດ້ອ້າງວ່າ ທ່່ານຈະສາມາດຮວບຮວມກຳລັງພຽງພໍ ທີ່ຈະໂຄ່ນ ລົ້ມຕາລີບານອີກ ຂໍພຽງແຕ່ສະຫະລັດໃຫ້ການສະໜັບສະໜູນທ່ານ
"ການເອົາທາງເລືອກດ້ານການໃຊ້ທະຫານແມ່ນທາງເລືອກສຸດທ້າຍທີ່ສຸດຢູ່ໃນການ ປຶກສາຫາລືນັ້ນ ແຕ່ພວກເຮົາກໍຕ້ອງກຽມພ້ອມສໍາລັບເຫດການທີ່ຈະເກີດຂຶ້ນໃນທີ່ສຸດ", ນັ້ນຄືຄຳເວົ້າຂອງທ່ານ ອັບເດລ-ຟາເຕົາ ມູຊາຮ໌ (Abdel-Fatau Musah), ກໍາມາທິການດ້ານວຽກງານການເມືອງ, ສັນຕິພາບ ແລະຄວາມໝັ້ນຄົງ ຂອງ ECOWAS
ໂຫລດຕື່ມອີກ
No live streaming currently available