ການກໍ່ລັດຖະປະຫານດັ່ງກ່າວ, ເຊິ່ງເປັນຄັ້ງທີ 7 ໃນອາຟຣິກາຕາເວັນຕົກ ແລະ ກາງໃນຮອບສາມປີນັ້ນ, ໄດ້ສົ່ງຜົນກະທົບຕໍ່ພາກພື້ນ ຊາແຮລ໌, ເຊິ່ງແມ່ນນຶ່ງໃນພາກພື້ນທີ່ທຸກຍາກທີ່ສຸດໃນໂລກ.
ທ່ານບລິງເກັນ ໄດ້ກ່າວວ່າ “ສະມາຊິກໝົດທຸກຄົນຂອງສະພານີ້, ສະມາຊິກໝົດທຸກຄົນຂອງສະຫະປະຊາຊາດ ຄວນບອກມົສກູ ວ່າ ພໍສະ. ພໍໃນການນຳໃຊ້ທະເລດຳ ເປັນສິ່ງເພື່ອການຂົ່ມຂູ່. ພໍໃນການປະຕິບັດຕໍ່ປະຊາຊົນຜູ້ອ່ອນແອທີ່ສຸດຂອງໂລກ ເພື່ອເປັນການຕໍ່ລອງ. ພໍສຳລັບສົງຄາມນີ້ ທີ່ບໍ່ມີເຫດຜົນແລະບໍ່ຍຸຕິທຳ”
“ຖ້າມັນໃຊ້ເວລາດົນ, ແລະ ສິ່ງອຳນວຍຄວາມສະດວກຂອງທ່າເຮືອຖືກທຳລາຍ ແລ້ວພວກເຮົາ - ບໍ່ພຽງແຕ່ຟາມຂອງພວກເຮົາເທົ່ານັ້ນ, ແຕ່ຊາວນາຊາວສວນຢູເຄຣນທັງໝົດ - ຈະປະເຊີນກັບບັນຫາ.”
ລາຍງານພົບວ່າ ແອັປ TikTok ແລະ WeChat ທີ່ ຈີນ ເປັນເຈົ້າຂອງ ອາດ 'ທໍາລາຍ' ການສົນທະນາທາງການເມືອງຂອງ ອອສເຕຣເລຍ
ຖ້ຽວບິນຂາເຂົ້າ ແລະຂາອອກຂອງປະເທດ ໄດ້ຫລຸດລົງ ໃນຂະນະທີ່ບັນດາຜູ້ນຳທີ່ກໍ່ລັດຖະປະຫານ ກຳນົດໃຫ້ຊາວອາເມຣິກັນ ຊອກຫາການອະນຸຍາດສຳລັບແຕ່ລະຖ້ຽວບິນ. ການຂາດເຂີນນໍ້າມັນ ຊຶ່ງໝາຍຄວາມວ່າ ຜູ້ບັນຊາການສະຫະລັດ ຕ້ອງໄດ້ເຊັນຮັບເວລາໃດທີ່ເຮືອບິນເຕີມນໍ້າມັນ
ມີປະມານ 40 ປະເທດ ທີ່ພ້ອມຈະເຂົ້າຮ່ວມກອງປະຊຸມ, ແຕ່ປັດຈຸບັນນີ້ ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ຈີນຈະເຂົ້າຮ່ວມ ຫຼື ບໍ່. ຈີນໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມການເຈລະຈາຮອບກ່ອນໜ້ານີ້ ຢູ່ທີ່ເດັນມາກ ໃນເດືອນມິຖຸນາຜ່ານມາ ແຕ່ບໍ່ໄດ້ເຂົ້າຮ່ວມ
ອາທິດແລ້ວນີ້ ທ່ານອັບດູລ ຣາຊີດ ໂດສຕໍາ ອະດີດຮອງປະທານາທິບໍດີອັຟການິສ ຖານ ຜູ້ທີ່ໄດ້ໜູນຫລັງກຳລັງພິເສດຂອງສະຫະລັດ ໃນການຂັບໄລ່ກຸ່ມ ຕາລີບານ ອອກໄປໃນປີ 2001 ໄດ້ອ້າງວ່າ ທ່່ານຈະສາມາດຮວບຮວມກຳລັງພຽງພໍ ທີ່ຈະໂຄ່ນ ລົ້ມຕາລີບານອີກ ຂໍພຽງແຕ່ສະຫະລັດໃຫ້ການສະໜັບສະໜູນທ່ານ
"ການເອົາທາງເລືອກດ້ານການໃຊ້ທະຫານແມ່ນທາງເລືອກສຸດທ້າຍທີ່ສຸດຢູ່ໃນການ ປຶກສາຫາລືນັ້ນ ແຕ່ພວກເຮົາກໍຕ້ອງກຽມພ້ອມສໍາລັບເຫດການທີ່ຈະເກີດຂຶ້ນໃນທີ່ສຸດ", ນັ້ນຄືຄຳເວົ້າຂອງທ່ານ ອັບເດລ-ຟາເຕົາ ມູຊາຮ໌ (Abdel-Fatau Musah), ກໍາມາທິການດ້ານວຽກງານການເມືອງ, ສັນຕິພາບ ແລະຄວາມໝັ້ນຄົງ ຂອງ ECOWAS
ທ່ານຈອນ ເຄີບີ ຫົວໜ້າຝ່າຍສື່ສານຍຸດທະສາດຂອງສະພາຄວາມໝັ້ນ ຄົງແຫ່ງຊາດ ກ່າວຕໍ່ນັກຂ່າວໃນອາທິດນີ້ວ່າ "ພວກເຮົາກຳລັງຕິດຕາມເບິ່ງເລື່ອງນີ້ຢ່າງໃກ້ຊິດ.
ບໍ່ມີຜູ້ໃດໄດ້ຮັບບາດເຈັບ ໃນການໂຈມຕີທ່າເຮືອອິສເມລ (Izmail) ທີ່ຢູ່ໃກ້ກັບຊາຍແດນຕິດກັບໂຣມາເນຍ ຊຶ່ງເປັນເສັ້ນທາງເລືອກທີ່ສຳຄັນເພື່ອໄປທ່າເຮືອຕ່າງໆ ຢູ່ແຄມທະເລດຳ ທີ່ຣັດເຊຍໄດ້ກີດກັນບໍ່ໃຫ້ມີທາງຜ່ານທີ່ປອດໄພນັ້ນ
ໜ່ວຍບໍລິການສຸກເສີນອິສຣາແອລ ກ່າວວ່າ -ຊາວ ອິສຣາແອລ ສອງຄົນໃນ ຈຳນວນຫົກຄົນ ແມ່ນມີອາການສາຫັດ ແລະນຶ່ງໃນຜູ້ເຄາະຮ້າຍແມ່ນມີອາຍຸ 14 ປີ
ກຸ່ມ ECOWAS ໄດ້ກ່າວຢູ່ໃນຖະແຫລງການສັ້ນວ່າ ບັນດາຫົວໜ້າປ້ອງກັນ ປະເທດ ຈະສົນທະນາ ກ່ຽວກັບ “ສະພາບການເມືອງຢູ່ໃນສາທາລະນະລັດ ໄນເຈີ” ໃນການປະຊຸມເຂົາເຈົ້າຈົນຮອດວັນສຸກຈະມາເຖິງນີ້
ໂຫລດຕື່ມອີກ
No live streaming currently available