ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ກ່າວໃນວັນພະຫັດມື້ນີ້ວ່າ “ໂຊກບໍ່ດີ” ທີ່ຈີນໄດ້ປະຕິເສດຄຳຮຽກຮ້ອງຂອງທ່ານອອສຕິນ ຢາກພົບປະ ກັບຄູ່ຕຳແໜ່ງຝ່າຍຈີນ ທ່ານລີ ຊັງຟູ ໃນຂະນະທີ່ທັງສອງເຂົ້າຮ່ວມກອງກປະຊຸມ Shangri-La ທີ່ສິງກະໂປ
ການສະສົມທາດຢູເຣນຽມທີ່ມີຄວາມບໍລິສຸດເຖິງ 60 ເປີເຊັນແມ່ນສືບຕໍ່ທີ່ຈະເພີ່ມຂຶ້ນ ແລະ ຕອນນີ້ແມ່ນເກືອບຈະພຽງພໍສຳລັບລະເບີດນິວເຄລຍສອງລູກ
ເຈົ້າໜ້າທີ່ປາກິສຖານ ໄດ້ມອບຕົວຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຫລາຍສິບຄົນໃຫ້ແກ່ກອງທັບເມື່ອບໍ່ດົນມານີ້ ເພື່ອໃຫ້ດຳເນີນຄະດີໃນສານທະຫານ
ເຈົ້າໜ້າທີ່ຢູເຄຣນກ່າວໃນວັນພະຫັດມື້ນີ້ວ່າ ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໄດ້ແນເປົ້າໝາຍ ໃສ່ນະຄອນຫຼວງກີຢິບຂອງຢູເຄຣນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ
ສະຫະລັດ ແລະ ຊາອຸດີ ອາຣາເບຍ ແມ່ນກຳລັງຕິດຕາມການປະຕິບັດການຢຸດຍິງ ແລະ ໄດ້ກ່າວວ່າທັງສອງຝ່າຍໄດ້ລະເມີດມັນ
ປະເທດທັງສອງ ຕ່າງກໍຂັບໄລ່ນັກຂ່າວຂອງກັນແລະກັນ ອອກຈາກປະເທດເກືອບທັງໝົດ ໃນໄລຍະສອງສາມອາທິດ ທີ່ຜ່ານມານີ້
ຫົວໜ້າອົງການ IAEA ໄດ້ກ່າວຕໍ່ບັນດານັກຂ່າວ ກ່ຽວກັບຫ້າຫຼັກການນີ້ ວ່າ “ສິ່ງທີ່ພວກເຮົາກຳລັງເຮັດຢູ່ນີ້ ແມ່ນໃຫ້ພວກເຮົາເອງເຄື່ອງມືທີ່ດີກວ່າເກົ່າ ເພື່ອຮັບມືກັບສະຖານະການທີ່ຮ້າຍແຮງແທ້ໆ”
ນັກຂ່າວຍິງຊາວອີຣ່ານ 2 ຄົນທີ່ຖືກຄຸມຄັງ, ຜູ້ທີ່ໄດ້ຊ່ວຍພິມເຜີຍແຜ່ກ່ຽວກັບຄະດີຂອງແມ່ຍິງອາຍຸ 22 ປີ ທີ່ເສຍຊີວິດໃນລະຫວ່າງການຄວບຄຸມຕົວຂອງຕຳຫຼວດ ໃນເດືອນກັນຍາຜ່ານມາ ໄດ້ຖືກດຳເນີນຄະດີຢູ່ໃນອີຣ່ານ
ຄວາມວຸ້ນວາຍຢູ່ໃນຂົງເຂດ ໄດ້ເພີ້ມທະວີຂຶ້ນ ນັບແຕ່ເຈົ້າເມືອງຊຶ່ງເປັນຄົນອາລບາເນຍ ເລີ້ມເຂົ້າຮັບຕຳແໜ່ງ ຢູ່ໃນເຂດພາກເໜືອ ຂອງໂກໂຊໂວ ບ່ອນທີ່ຊາວເຊີເບຍເປັນຄົນກຸ່ມໃຫຍ່ ຫຼັງຈາກການເລືອກຕັ້ງໃນເດືອນເມສາ ທີ່ຊາວເຊີເບຍບໍ່ຍອມໄປປ່ອນບັດ
ເຈົ້າໜ້າທີ່ເຕືອນວ່າ ກຳປັ່ນບັນທຸກນ້ຳມັນລຳນີ້ ຈະເຮັດໃຫ້ມີນ້ຳຮົ່ວໄຫຼອອກມາ ຫຼາຍກວ່າກຳປັ່ນ Exxon Valdez ເຖິງສີ່ເທົ່າ
ສະມາຊິກຂອງຊຸມຊົນ LGBTQ ຂອງອູການດາພາກັນຕື່ນຕົກໃຈ ຫຼັງຈາກ ການໃຫ້ສັດຕະຍະບັນ ແກ່ກົດໝາຍວ່າດ້ວຍການຕ້ານການມີເພດສຳພັນຂອງຄົນຮັກເພດດຽວກັນ ຖືກເຊັນຮັບຮອງໃຫ້ເປັນກົດໝາຍໃນວັນຈັນວານນີ້
Russia has repeatedly targeted Ukraine’s capital with aerial attacks in recent days
ໂຫລດຕື່ມອີກ
No live streaming currently available