ທ່ານ ແມັກຟອລ ໄດ້ກ່າວວ່າ “ແລະຂ້າພະເຈົ້າຄິດວ່າມັນດີ. ເພາະວ່າ ຣັດເຊຍ ທີ່ອ່ອນແອອາດເຮັດໃຫ້ມີຄວາມເສຍຫາຍໜ້ອຍລົງ, ໂດຍສະເພາະໃນ ຢູເຄຣນ”
ປະທານາທິບໍດີໂຄລອມເບຍກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ 'ພົນລະເຮືອນຂອງໂຄລອມເບຍ ທີ່ບໍ່ມີການປ້ອງກັນໃດໆ ໄດ້ຮັບບາດເຈັບສາມຄົນ'
ພວກທີ່ເຫັນເຫດການຢູ່ທີ່ເມືອງໂອມດູຣແມນ ຊຶ່ງເປັນເມືອງຄູ່ແຝດ ຂອງນະຄອນຫຼວງ ລາຍງານວ່າ ການໂຈມຕີທາງອາກາດແລະສຽງປືນຕໍ່ຕ້ານເຮືອບິນໄດ້ດັງຂຶ້ນ ທັງໆທີ່ໄດ້ມີການປະກາດໃຫ້ມີການຢຸດຍິງ ໂດຍນາຍພົນ ຄູ່ປໍລະປັກທັງສອງ
ການເຊີນດັ່ງກ່າວນີ້ ມີຂຶ້ນລຸນຫຼັງມີການສະເໜີຫວ່າງບໍ່ດົນມານີ້ໂດຍລັດຖະບານ ປັກກິ່ງ ເພື່ອເສີມຂະຫຍາຍຄວາມໝັ້ນຄົງທາງດ້ານການທູດຂອງພວກເຂົາຢູ່ໃນພູມິພາກແຫ່ງນີ້
ທໍານຽບຂາວ ປະຕິເສດວ່າມີສ່ວນຮ່ວມ ໃນການກໍ່ກະບົດຂອງກຸ່ມທະຫານຮັບຈ້າງ ທີ່ຕໍ່ຕ້ານປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ໃນທ້າຍອາທິດແລ້ວນີ້
ບັນດາຜູ້ຂຽນລາຍງານ ໃຫ້ຂໍ້ສັງເກດວ່າ ຢູເຄຣນ ອະນຸຍາດໃຫ້ແກ່ພວກເຂົາ ເຈົ້າ “ເຂົ້າເຖິງເລື້ອງທີ່ເປັນຄວາມລັບໂດຍບໍ່ມີການກີດກັນໃດໆ” ຕໍ່ສະຖານທີ່ ທີ່ເປັນທາງການຂອງການຄຸມຂັງແລະພວກຜູ້ຖືກກັກຂັງ ໂດຍມີຂໍ້ຍົກເວັ້ນພຽງອັນດຽວ
ສະຫະລັດ ໃນວັນອັງຄານວານນີ້ໄດ້ກ່າວຫາບັນດາບໍລິສັດຢູ່ໃນປະເທດ ສະຫະລັດ ອາຣັບ ເອເມີດເຣັສ, ສາທາລະນະລັດອາຟຣິກາກາງ ແລະຣັດເຊຍ ກ່ຽວກັບ ການພົວພັນໃນການຄ້າຂາຍຄຳທີ່ຜິດກົດໝາຍ ເພືື່ອຊ່ວຍເປັນທຶນໃຫ້ ແກ່ພວກນັກລົບທະຫານຮັບຈ້າງກຸ່ມແວກເນີຂອງຣັດເຊຍ
ຢູເຄຣນ ຍັງໄດ້ລາຍງານວ່າ ການໂຈມຕີທາງອາກາດດ້ວຍລູກສອນໄຟຂອງຣັດເຊຍ ໃນວັນອັງຄານວານນີ້ ຢູ່ໃນເມືອງ ເຄຣເມນສຸກຄ໌ (Kremenchuk) ຊຶ່ງມີຂຶ້ນຄົບນຶ່ງປີ ຫຼັງຈາກການໂຈມຕີຂອງຣັດເຊຍ ຢູ່ແຫ່ງນັ້ນ ໄດ້ສັງຫານຢ່າງໜ້ອຍ 20 ຄົນຢູ່ທີ່ຮ້ານຊັບພະສິນຄ້າ
ເຢຟເກນີ ປຣິໂກຊິນ ຜູ້ນຳກຸ່ມທະຫານຮັບຈ້າງ ແວກເນີ ຂອງຣັດເຊຍ ໄດ້ເດີນທາງຮອດປະເທດ ເບລາຣຸດ ຫລັງຈາກໄດ້ຈັດການກໍ່ກະບົດໄລຍະສັ້ນ ແລະ ຖືກຍົກເລີກຕໍ່ການນຳພາຂອງປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ເມື່ອອາທິດທີ່ຜ່ານມາ
ສະຫະປະຊາຊາດ ເຕື່ອນວ່າ ສະຖານະການພວມຊຸດໂຊມລົງຕື່ມ ສູ່ 'ລະດັບທີ່ໜ້າເປັນຫ່ວງ' ໃນເຂດດາຟົວ
ລາຍງານຂອງສະຫະປະຊາຊາດ ກ່າວວ່າ ສ່ວນໃຫຍ່ຂອງຜູ້ເຄາະຮ້າຍ ແມ່ນເສຍຊີວິດຍ້ອນລະເບີດທີ່ເຮັດຂຶ້ນເອງ
ການສະໜັບສະໜຸນຂອງຈີນ ມີຂຶ້ນລຸນຫຼັງການຢ້ຽມຢາມປັກກິ່ງ ໂດຍຮອງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານອານເດຣ ຣູເດັນໂກ ໃນວັນອາທິດຜ່ານມານີ້.
ໂຫລດຕື່ມອີກ
No live streaming currently available