ກອງກຳລັງທະຫານ ທີ່ກຳລັງຕໍ່ສູ້ລົບກັນຢູ່ຕາມຖະໜົນຫົນທາງ ໃນນະຄອນ ຫຼວງຂອງຊູດານ ໄດ້ປະກາດການຢຸດຍິງ ເປັນເວລາ 24 ຊົ່ວໂມງຄັ້ງໃໝ່ ໃນວັນພຸດວານນີ້
ທ່ານນາງເພັນນີ ວອງ ເຕືອນວ່າ ສົງຄາມກ່ຽວກັບ ໄຕ້ຫວັນ ຈະເຮັດໃຫ້ 'ທຸກໆປະເທດທັງໝົດຢູ່ໃນຂົງເຂດແຫ່ງນີ້ ພົບກັບໄພພິບັດຢ່າງຫຼວງຫຼາຍ'
ເຈົ້າໜ້າທີ່ສະຫະລັດ ໃນລັດຖະສະພາ ແລະທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ສູ້ລົບກັນຂອງຊູດານຢຸດລົງ ຫລັງຈາກມີການ ປະທະກັນເປັນເວລາ 4 ມື້ໃນນະຄອນຫຼວງ
ຣັດເຊຍ ໄດ້ໃຊ້ໂດຣນເພື່ອດຳເນີນການໂຈມຕີ ຢູເຄຣນ ຢ່າງກວ້າງຂວາງ, ລວມທັງຕໍ່ເປົ້າໝາຍອຸດສາຫະກຳຕ່າງໆ.
ການຕໍ່ສູ້ກັນນັ້ນ ໄດ້ເຮັດໃຫ້ຊີວິດຂອງຫຼາຍໆຄົນທີ່ຕິດຢູ່ໃນບ່ອນພັກອາໄສ ແລະຜູ້ທີ່ໄດ້ຮັບບາດເຈັບຈາກການຕໍ່ສູ້ກັນນັ້ນ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ
ທ່ານແອນໂທນີ ບລິງເຄັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງສອງຝ່າຍທີ່ສູ້ລົບກັນຂອງຊູດານ ແລະໄດ້ຮຽກຮ້ອງໃຫ້ເຂົາເຈົ້າຕົກລົງເຫັນດີນຳກັນໃນການຢຸດຍິງ ຂະນະທີ່ມີຜູ້ເສຍຊີວິດເກືອບຮອດ 200 ຄົນ
ບັນດາລັດຖະມົນຕີຂອງກຸ່ມ G7 ກ່າວວ່າ 'ຣັດເຊຍ ຈໍາເປັນຕ້ອງຖອນກອງກໍາລັງທະຫານ ແລະອາວຸດຕ່າງໆອອກຈາກ ຢູເຄຣນ ໃນທັນທີ ແລະແບບບໍ່ມີເງື່ອນໄຂໃດໆ'
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຣັດເຊຍ ທ່ານນາງ ລິນ ເທຣຊີ ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານນາງໄດ້ໄປຢ້ຽມຢາມທ່ານ ເກີສໂກວິດຈ໌, ຜູ້ທີ່ ຣັດເຊຍ ໄດ້ກ່າວຫາວ່າສອດແນມ.
ກອງບັນຊາການສູນກາງຂອງສະຫະລັດ ໃນວັນຈັນວານນີ້ ໄດ້ຢືນຢັນການເສຍຊີວິດຂອງທ້າວ ອັບ-ອາລ-ຮາດີ ມາມູດ ອາລ-ຮາຈີ ອາລີ ໃນລະຫວ່າງການປະຕິບັດງານຢູ່ ໃນພາກເໜືອຂອງຊີເຣຍ
ບັນດາລັດຖະມົນຕີການຕ່າງປະເທດຈາກກຸ່ມ G-7 ໄດ້ປະນາມສົງຄາມຂອງຣັດເຊຍໃນຢູເຄຣນ ແລະໄດ້ເນັ້ນຍໍ້າໃຫ້ເຫັນເຖິງຄວາມຈຳເປັນໃນການມີສ່ວນຮ່ວມກັບຈີນ ເພື່ອແກ້ໄຂບັນຫາທ້າທາຍທົ່ວໂລກ ໃນຂະນະທີ່ ກອງປະຊຸມຢູ່ຍີ່ປຸ່ນໄດ້ປິດລົງ ໃນວັນອັງຄານມື້ນີ້.
ບໍ່ມີຄົນໃດໃນກອງທະຫານ ສະຫະລັດ ໄດ້ຮັບບາດເຈັບ ໃນລະຫວ່າາງການໂຈມຕີນັ້ນ ແລະ ໄດ້ປະເມີນວ່າບໍ່ ມີພົນລະເຮືອນໄດ້ຮັບບາດເຈັບ ຫລືເສຍຊີວິດ.
ປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນໄດ້ຊົມເຊີຍສາຍພົວພັນອັນກວ້າງຂວາງຂອງຣັດເຊຍກັບຈີນ ໃນວັນອາທິດວານນີ້
ໂຫລດຕື່ມອີກ
No live streaming currently available