ດັ່ງທີ່ປະທານາທິບໍດີໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳທົ່ວໂລກ ໃຫ້ການສະໜັບສະໜູນແກ່ຢູເຄຣນ ຢູ່ໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານທີ່ຜ່ານມາ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ໄດ້ກັບຄືນບ້ານ ຫລັງຈາກຫົກມື້ ໃນການຢ້ຽມຢາມຣັດເຊຍຂອງທ່ານ ລະຫວ່າງທີ່ທ່ານໄດ້ປະກາດທີ່ຈະສະໜອງ “ຢ່າງເຕັມທີ່ ແລະບໍ່ມີເງື່ອນໄຂ”
ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດ ໄດ້ຮຽກຮ້ອງອິນເດຍໃຫ້ຄວາມສຳຄັນຕໍ່ການກ່າວຫາ “ທີ່ແຮງທີ່ສຸດ” ທີ່ວ່າສາຍລັບອິນເດຍໄດ້ມີບົດບາດໃນການຄາດຕະກຳ ທ່ານຮາດິບ ຊິງ ນິຈາ ເມື່ອເດືອນມິຖຸນາ ໃກ້ກັບນະຄອນແວນກູເວີ
ລາຍງານເປີດເຜີຍວ່າ ພວກເຂົາໄດ້ກວດພົບການແຜ່ກະຈາຍ ມາລແວທີ່ເປັນພາສາຈີນ ຜ່ານການໂຄສານາທາງອີເມລນັບຕັ້ງແຕ່ຕົ້ນປີ 2023
ໃນລະຫວ່າງການປະຊຸມທີ່ຂ້ອນຂ້າງຂັດແຍ່ງກັນ, ທ່ານເຊເລັນສກີ ໄດ້ຊຸກຍູ້ໃຫ້ມີການດຳເນີນການ, ເຊິ່ງລວມເຖິງການປະກອບອາວຸດໃຫ້ຢູເຄຣນ ແລະ ວາງມາດຕະການລົງໂທດຕໍ່ຣັດເຊຍ
ເຈົ້າຄອງນະຄອນຫຼວງ ກີຢິບ ທ່ານ ວິຕາລີ ກລິຈໂກ ໄດ້ກ່າວວ່າ 7 ຄົນໄດ້ຮັບບາດເຈັບ ແລະ ຕຶກຫຼາຍຫຼັງໄດ້ຮັບຄວາມເສຍຫາຍ
ປະທານາທິບໍດີປູຕິນ ກ່າວວ່າ ຣັດເຊຍແລະຈີນ “ພວມເຕົ້າໂຮມແນວຄິດເຂົ້າກັນ ເພື່ອສ້າງຕັ້ງເວທີຂະໜາດໃຫຍ່ ສຳລັບເຂດຢູເຣຊຽນ
ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນອັງຄານວານນີ້ ປະ ທານາທິບໍດີໄບເດັນ ໄດ້ພົບປະກັບບັນດາຜູ້ນຳກາຊັກສະຖານ ກຽກກິສຖານ ຕາຈິກກິສຖານ ເທິກເມນິສຖານແລະອຸສເບັກກິສຖານ
ກະຊວງການຕ່າງປະເທດຂອງ ຣັດເຊຍ ໃນວັນພຸດມື້ນີ້ ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆ “ຢຸດການເປັນປໍລະປັກ ແລະ ປ້ອງກັນການບາດເຈັບ ແລະ ເສຍຊີວິດຂອງພົນລະເຮືອນ”
ການສໍາຫຼວດກ່ຽວກັບແມ່ຍິງອັຟການິສຖານລາຍງານວ່າ ສຸຂະພາບຊຸດໂຊມທາງດ້ານສຸຂະພາບ, ລາຍຮັບ ແລະສະຖານະທາງສັງຄົມ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ (Lloyd Austin) ໄດ້ປະກາດການສົ່ງມອບລົດຖັງຂອງສະຫະລັດ ທີ່ກຳລັງຈະເກີດຂຶ້ນ ໃນວັນອັງຄານ ໃນລະຫວ່າງກອງປະຊຸມຂອງ 50 ປະເທດໃນກຸ່ມທີ່ຕິດຕໍ່ພົວພັນດ້ານປ້ອງກັນປະເທດຢູເຄຣນ ນຳໂດຍສະຫະລັດ ໃນເຢຍຣະມັນ
ພວກເຈົ້າໜ້າທີ່ໃນນະຄອນຫລວງວໍຊິງຕັນແລະລອນດອນ ກຳລັງຊັ່ງຊາສິ່ງຈະຕິດຕາມມາ ຫລັງຈາກການາດາ ໄດ້ນຳເອົາລັດຖະບານອິນເດຍໄປພົວພັນຢ່າງເປີດເຜີຍ ໃສ່ການສັງຫານຜູ້ນຳຊິກຄົນນຶຶ່ງ ເມື່ອສາມເດືອນກ່ອນ
ປະທານາທິບໍດີອີຣ່ານ ທ່ານອີບຣາຮິມ ຣາຍຊີ ໃນວັນຈັນທີ່ຜ່ານມາປະຕິເສດວ່າ ປະເທດຂອງທ່ານບໍ່ໄດ້ສົ່ງໂດຣນໄປໃຫ້ຣັດເຊຍ ເພື່ອໃຊ້ໃນການໂຈມຕີຢູ່ ຢູເຄຣນ
ໂຫລດຕື່ມອີກ
No live streaming currently available