ໃນວັນພຸດຜ່ານມານີ້ ອົງການນີລະໂທດກຳສາກົນ ໄດ້ກ່າວວ່າ ສານສູງສຸດຂອງອີຣ່ານ ໄດ້ເຫັນພ້ອມກັບຄຳຕັດສິນລົງໂທດຂອງພວກເຂົາເຈົ້າ ຫຼັງຈາກສື່ມວນຊົນຂອງທາງການຖ່າຍທອດ ການບັງຄັບໃຫ້ “ສາລະພາບຜິດ” ຕໍ່ຂໍ້ຫາຂອງ “ຄວາມເປັນສັດຕູຕໍ່ພະເຈົ້າ”
ປະທານາທິບໍດີຂອງ ອີຣ່ານ ແລະ ນາຍົກລັດຖະມົນຕີຂອງ ປາກິສຖານ ເຂົ້າຮ່ວມໃນພິທີ ແລະໄດ້ກ່າວຄໍາປະໄສ ໃນລະຫວ່າງການອອກອາກາດສົດທາງໂທລະພາບ
ປະທານາທິບໍດີ ຈະເດີນທາງກັບຄືນປະເທດ ລຸນຫຼັງກອງປະຊຸມສຸດຍອດຂອງກຸ່ມ G7 ທີ່ຈັດຂຶ້ນໃນປະເທດຍີ່ປຸ່ນ ເພື່ອຫາລືກ່ຽວກັບບັນຫາໜີ້ສິນຂອງສະຫະລັດ
ເຂດພາກຕາເວັນຕົກສຸດຂອງຢູເຄຣນ ໄດ້ຮັບການຍົກເວັ້ນຈາກການໂຈມຕີໃນຂັ້ນຕົ້ນ ແຕ່ຕໍ່ມາເຈົ້າໜ້າທີ່ໄດ້ກວມເອົາ ໝົດທຸກເຂດທົ່ວປະເທດ
ກຸ່ມຕາລີບານໃນອັຟການິສຖານ ຢືນຢັນໃນວັນພຸດນີ້ວ່າ ພວກເຂົາເຈົ້າໄດ້ແຕ່ງຕັ້ງ ນາຍົກລັດຖະມົນຕີຮັກສາການ ເພື່ອຮັບຜິດຊອບວຽກງານປະຈຳວັນ
ເຈົ້າໜ້າທີ່ອົງການສະຫະປະຊາຊາດ ຮ້ອງບັນຫາຂັດແຍ້ງຢູ່ໃນຊູດານ ວ່າ 'ເປັນຄວາມໂຫດຮ້າຍ ທີ່ສົ່ງຜົນກະທົບຮຸນແຮງ' ຕໍ່ປະຊາຊົນຊາວຊູດານ
ກຸ່ມຜູ້ນຳ 7 ປະເທດທີ່ຈະຈັດກອງປະຊຸມຢູ່ນະຄອນຮີໂຣຊິມາ ມີກຳນົດທີ່ຈະທຳການໂອ້ລົມກັບປະທານາທິບໍດີຢູເຄຣນ ທ່ານໂວໂລດິເມຍ ເຊເລນສ໌ກີ
ໃນການໃຫ້ສຳພາດກັບວີໂອເອ ເອກອັກຄະລັດຖະທູດຈອຣ໌ຈ ໂຄຣລ ນັກການທູດທີ່ອອກບຳນານໂຕ້ແຍ້ງ ກ່ຽວກັບການໃຫ້ຄຳນິຍາມ ປະຊາທິປະໄຕ ທີ່ແຕກຕ່າງໃນເຂດເອເຊຍກາງ
ບັນດາຜູ້ນຳດັ່ງກ່າວ ໄດ້ເຂົ້າຮ່ວມ ໂດຍທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີຂອງຢູເຄຣນ ໂດຍຜ່ານການເຊື່ອມໂຍງທາງວີດີໂອ ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງຂອງປະເທດໃນຢູໂຣບ ເພື່ອຈັດຫາອາວຸດຕື່ມອີກ ແລະການຊ່ອຍເຫຼືອກ່ອນໜ້າການບຸກໂຈມຕີຕອບໂຕ້ກອງກຳລັງຂອງຣັດເຊຍ ທີ່ໄດ້ຄາດການໄວ້ນັ້ນ
ຣັດເຊຍໄດ້ຍິງລູກສອນໄຟຂີປະນາວຸດ ໄວກວ່າສຽງ ຄິນສອລ 6 ລູກ ຈາກເຮືອບິນລົບ MiG-31K, ລູກສອນໄຟນຳວິຖີ 9 ລູກ ຈາກກຳປັ່ນລົບໃນທະເລດຳ ແລະ ລູກສອນໄຟນຳວິຖີ S-400 ຈາກຖານພື້ນດິນ 3 ລູກ ທັງໝົດໄດ້ແນເປົ້າໝາຍໃສ່ນະຄອນຫຼວງ ໂຄສົກກອງທັບອາກາດຂອງຢູເຄຣນ ທ່ານຢູຣີ ອີນາຕ ໄດ້ກ່າວໃນຖະແຫລງການສະບັບນຶ່ງຢູ່ໃນເທເລີແກຣມ
ທ່ານບລິງເກັນ ກ່າວອອກມາວ່າ ຈີນ ດໍາເນີນການ 'ຂ້າລ້າງເຜົ່າພັນ ກໍ່ອາຊະຍາກໍາດ້ານມະນຸດສະທໍາ' ຕໍ່ຊາວມຸສລິມວີເກີ ຢູ່ໃນພູມິພາກຊິນຈຽ'
ທ່ານຄານໄດ້ຖືກຈັບ ແບບໃຊ້ຄວາມຮຸນແຮງ ໂດຍກຳລັງພິເສດ ໃນຂໍ້ຫາຮັບສິນບົນ ຢູ່ນອກສານໃນນະຄອນຫຼວງອິສລາມາບັດ ເມື່ອອາທິດແລ້ວ
ໂຫລດຕື່ມອີກ
No live streaming currently available