ປະທານາທິບໍດີອີຣ່ານ ທ່ານອີບຣາຮິມ ຣາຍຊີ ໃນວັນຈັນທີ່ຜ່ານມາປະຕິເສດວ່າ ປະເທດຂອງທ່ານບໍ່ໄດ້ສົ່ງໂດຣນໄປໃຫ້ຣັດເຊຍ ເພື່ອໃຊ້ໃນການໂຈມຕີຢູ່ ຢູເຄຣນ
ຂໍ້ກ່າວຫາດັ່ງກ່າວ ໄດ້ເຮັດໃຫ້ຄວາມສໍາພັນທີ່ຊຸດໂຊມຢູ່ແລ້ວ ລະຫວ່າງ ອອຕຕາວາ ແລະ ນິວເດລີ ກ້າວສູ່ຈຸດສຸດຕໍ່າສຸດຄັ້ງໃໝ່
ເວັບໄຊທ໌ຂອງກະຊວງຍຸຕິທໍາສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ກາມບິຊ ອາດຕາ ກາຊີນີ (Kambiz Attar Kashani) ຍັງຖືກກັກຂັງຢູ່ໃນຄຸກ ຂອງລັດຖະບານກາງໃນລັດມິຊິແກນ; ບັນທຶກຂອງສານສະແດງໃຫ້ເຫັນວ່າອາມິນ ຮາຊັນຊາເດ (Amin Hasanzadeh) ໄດ້ສູນເສຍທີ່ຢູ່ອາໄສຖາວອນ ໃນສະຫະລັດໃນວັນທີ 23 ສິງຫາ
ເຈົ້າເມືອງລີວິບ ທ່ານແອນດຣິ ຊາໂດຍີ ກ່າວຢູ່ທາງເຕເລກຣາມວ່າ ຄົນນຶ່ງໄດ້ຮັບບາດເຈັບ
ລັດຖະມົນຕີການຕ່າງປະເທດຫວັງ ຢີ ໃຫ້ຂໍ້ສັງເກດ ກ່ຽວກັບຄວາມໝັ້ນໝາຍຂອງຈີນ ແລະຣັດເຊຍ ຕໍ່ “ໂລກທີ່ມີຫຼາຍຂົ້ວ” ແລະ “ລະບຽບການທີ່ເປັນທຳຫຼາຍຂຶ້ນຂອງໂລກ” ຊຶ່ງເປັນຄຳເວົ້າ ທີ່ປັກກິ່ງ ແລະມົສກູ ໃຊ້ ເພື່ອຕໍ່ຕ້ານ ໃນອັນທີ່ເບິ່ງກັນວ່າ ເປັນການຄອບງຳກິດຈະການຂອງໂລກ ໂດຍສະຫະລັດ
ກຸ່ມຕາລີບານ ຊຶ່ງໄດ້ເຂົ້າຢຶດອຳນາດ ໃນເດືອນສິງຫາປີ 2021 ໄດ້ຫ້າມບໍ່ໃຫ້ເດັກນ້ອຍແມ່ຍິງ ເຂົ້າຮຽນກາຍຫ້ອງ ປ. 6 ຊຶ່ງເຮັດໃຫ້ອັຟການກິສຖານ ເປັນປະເທດດຽວໃນໂລກ ທີ່ໄດ້ຈຳກັດບໍ່ໃຫ້ແມ່ຍິງໄດ້ຮັບການສຶກສາ
ອີຣ່ານຄາດວ່າ ກອງທຶນ ເຊິ່ງຖືກກັກໄວ້ພາຍໃຕ້ການລົງໂທດຂອງສະຫະລັດ ແລະໃຊ້ສໍາລັບຈຸດປະສົງທາງດ້ານມະນຸດສະທໍາເທົ່ານັ້ນ ຈະຖືກໂອນຈາກບັນຊີຢູ່ໃນເກົາຫຼີໃຕ້ ໄປຫາບັນຊີໃນປະເທດກາຕ້າ
ເປັນເວລາຫຼາຍເດືອນແລ້ວທີ່ຢູເຄຣນ ເຊິ່ງເສດຖະກິດຂຶ້ນກັບການປູກຝັງເປັນສ່ວນຫຼາຍ, ສາມາດສົ່ງອອກເມັດພືດຈາກທ່າເຮືອທະເລດຳ ໄດ້ຢ່າງປອດໄພພາຍໃຕ້ຂໍ້ຕົກລົງທີ່ໄດ້ຖືກໄກ່ເກ່ຍໂດຍສະຫະປະຊາຊາດ ແລະຕຸລະກີ ເພື່ອຮັບປະກັນການຂົນສົ່ງທີ່ປອດໄພ. ແຕ່ຣັດເຊຍໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 17 ກໍລະກົດ
ຂອບເຂດຂອງຄວາມເສຍຫາຍແມ່ນບໍ່ຈະແຈ້ງໃນທັນທີ
ການພົບປະລະຫວ່າງທ່ານຊູລລີວານ ແລະທ່ານຫວັງ ແມ່ນການປຶກສາຫາລືຂອງເຈົ້າໜ້າທີ່ລະດັບສູງ ສະຫະລັດແລະຈີນເທື່ອຫຼ້າສຸດ ທີ່ມີມາເປັນລຳດັບ ທີ່ອາດວາງພື້ນຖານສຳລັບການພົບປະລະຫວ່າງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ອາດມີຂຶ້ນໃນທ້າຍປີນີ້
ເມື່ອໄວໆມານີ້ ທ່ານຢູນໄດ້ປະກາດວ່າ ເກົາຫຼີໃຕ້ຈະສະໜອງ ການຊ່ວຍເຫຼືອເພີ້ມຕື່ມ 300 ລ້ານໂດລາແກ່ຢູເຄຣນ ໃນປີໜ້າ ເພີ້ມໃສ່ການຊ່ວຍເຫຼືອ 150 ລ້ານສຳລັບປີນີ້
ທໍານຽບຂາວກ່າວວ່າ ບໍ່ຄວນມີຜູ້ໃດສະໜອງອາວຸດເພີ້ມເຕີມໃຫ້ແກ່ ຣັດເຊຍ ເພື່ອສັງຫານປະຊາຊົນຊາວຢູເຄຣນ
ໂຫລດຕື່ມອີກ
No live streaming currently available