ມີການເຈລະຈາສອງຝ່າຍກັບບັນດາຜູ້ນໍາຂອງກຸ່ມຕາລິບານ ທ່າມກາງຂໍ້ກ່າວຫາເພີ້ມຂຶ້ນ ກ່ຽວກັບກຸ່ມຫົວຮຸນແຮງທີ່ລີ້ໄພຢູ່ໃນອັຟການິສຖານ ທຳການໂຈມຕີ ກໍ່ການຮ້າຍຂ້າມຊາຍແດນ ເຂົ້າໄປໃນປາກິສຖານ
ທ່ານໂຊໂກແວ ໄດ້ກ່າວຫາ ອອສເຕຣເລຍ ແລະບັນດາປະເທດພັນທະມິດ ກ່ຽວກັບການນໍາໃຊ້ “ຄວາມພະຍາຍາມເພື່ອບີບບັງຄັບທາງການທູດ” ໂດຍແນເປົ້າໝາຍໃສ່ຄວາມສໍາພັນຂອງ ໝູ່ເກາະໂຊໂລມອນ ແລະ ຈີນ
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ກອງທັບໄດ້ຍິງໂດຣນ ຊາເຮດ ທີ່ຜະລິດໂດຍອີຣ່ານ 23 ລຳ ໃນຈຳນວນທັງໝົດ 32 ລຳຕົກ ແລະ ລູກສອນໄຟນຳວິຖີ 14 ລູກ ທີ່ຣັດເຊຍໄດ້ຍິງມານັ້ນ ຕົກເຊັ່ນກັນ
ເຫດການນີ້ ແມ່ນຂີດໝາຍຫຼ້າສຸດ ໃນການຈັບກຸມສື່ມວນຊົນຢູເບລາຣຸສ ບ່ອນທີ່ພວກນັກຂ່າວ 30 ກວ່າຄົນ ພວມຖືກຄຸກຢູ່ໃນເວລານີ້
ພະຄາດີໂນລ ສຸບປີ ເປັນຜູ້ທີ່ມີປະສົບການໃນໂຄງການລິເລີ້ມເພື່ອສັນຕິພາບຂອງສາສະໜາຄາໂທລິກ ແລະໄດ້ຖືກມອບໝາຍໂດຍພະສັນຕະປາປາ ແຟຣນຊິສ ໃຫ້ພະຍາຍາມຊອກຫາ “ເສັ້ນທາງຂອງສັນຕິພາບ” ລະຫວ່າງຝ່າຍຕ່າງໆທີ່ກຳລັງສູ້ລົບກັນຢູ່ນັ້ນ
ຜູ້ນໍາຂອງໝູ່ເກາະໂຊໂລມອນ ຕອບໂຕ້ຄືນຕໍ່ການຕໍາໜິວິຈານວ່າ ສະຫະລັດ ແລະ ອອສເຕຣເລຍ ບໍ່ມີຫຍັງຕ້ອງຢ້ານ
ກອງທັບຢູເຄຣນກ່າວວ່າ ການປ້ອງກັນທາງອາກາດຂອງຕົນໄດ້ຍິງລູກສອນໄຟKalibr ຫົກລູກຕົກ ຮວມທັງອີກໂດຣນ 21 ລຳ ຢູ່ໃນເຂດນ່ານຟ້າເມືອງໂອເດ ຊາ ແຕ່ຊາກຫັກພັງທີ່ພົວພັນ ແລະເຫດລະເບີດໄດ້ສ້າງຄວາມເສຍຫາຍຢູ່ທາງພາກພື້ນດິນ
ຮ່າງກົດໝາຍ ທີ່ນຳສະເໜີໂດຍສະມາຊິກສະພາ 2 ທ່ານຈາກພັກຣີພັບບລີກັນ ສະເໜີໃຫ້ພັນທະມິດຂອງສະຫະລັດ ເສີມຂະຫຍາຍຄວາມສາມາດ ໃນການຍິງໂຈມຕີ ໄລຍະໄກຢ່າງແມ່ນຍຳ ໃນເຂດອິນໂດປາຊີຟິກ
ນັກເທັນນິສຊາວເຊີເບຍ ໄວ 36 ປີ ບໍ່ເຄີຍມີໃຜເອົາຊະນະລາວໄດ້ຢູ່ໃນເດີ່ນໃຈກາງຂອງວິມໂບດັນ ເປັນເວລານຶ່ງທົດສະຫວັດ ແຕ່ໃນວັນອາທິດວານນີ້ ໃນທີ່ສຸດລາວ ໄດ້ພົບກັບຄູ່ແຂ່ງໃນເກມທີ່ລາວ ໝົດແນວຄິດທີ່ຈະຢຸດຢັ້ງທ້າວອາລກາຣາສ
ການປາກົດຕົວຂອງຕໍາຫລວດສິນທໍາໄດ້ຢຸດລົງຢ່າງຫຼວງຫລາຍ ຫຼັງຈາກການ ປະທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດ ທີ່ເກີດມາຈາກການເສຍຊີວິດຂອງ ນາງມາຊາ ອາມີນີ ອາຍຸ 22 ປີໃນປີກາຍນີ້
ຖະແຫລງການຂອງໂຮງໝໍ ໄດ້ກ່າວວ່າ ຜົນການກວດສອບທັງໝົດຂອງທ່ານນາຍົກລັດຖະມົນຕີ ແມ່ນປົກກະຕິ ລວມທັງການກວດສອບຫົວໃຈຂອງທ່ານ
ພວກເຈົ້າໜ້າທີ່ຣັດເຊຍກ່າວໃນວັນຈັນມື້ນີ້ວ່າ ຂົວທີ່ສຳຄັນເຊື່ອມຕໍ່ຣັດເຊຍແລະ ແຫຼມໄຄຣເມຍ ໄດ້ຮັບຄວາມເສຍຫາຍໃນສະຖານະການ “ສຸກເສີນ” ທີ່ໄດ້ຢຸດການສັນຈອນໄປມາ ທ່າມກາງທີ່ມີລາຍງານຂອງສຽງລະເບີດແຕກ
ໂຫລດຕື່ມອີກ
No live streaming currently available