ຜູ້ນຳກຸ່ມກະບົດ ນຳພາໂດຍ ທ່ານ ອັບດູລ-ມາເລັກ ອາລ-ຮູຕີ ໄດ້ປະຕິຍານວ່າ ຈະລ້າງແຄ້ນ ໃຫ້ແກ່ການເສຍ ຊີວິດ ຂອງທ່ານອາລ-ຊາມັດ.
ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນ ຢູ່ຝາກກ້ຳເໜືອ ຂອງເມືອງ ກາລກາໂຢ ທີ່ຄວບຄຸມໂດຍ ກຸ່ມປຸນແລນ ທີ່ເປັນຂົງເຂດທີ່ປົກຄອງດ້ວຍຕົນເອງເຄິ່ງນຶ່ງ ນັ້ນ.
ກຸ່ມຕາລີບານ ເມື່ອວັນພຸດຜ່ານມາ ໄດ້ເປີດສາກໂຈມຕີ ດ່ານທະຫານຄັ້ງໃໝ່ຂອງຕົນ ໂດຍຕັ້ງຊື່ ລະຫັດວ່າ “ອາລ ຄານດັກ” ໝາຍຄວາມວ່າ ຂຸມຮ່ອງເລີກ.
ແຕ່ປະທານາທິບໍດີທຣຳ ບໍ່ຍອມເວົ້າວ່າ ທ່ານຈະໃຊ້ ກຳລັງທະຫານ ເພື່ອຂັດຂວາງ ບໍ່ໃຫ້ອີຣ່ານ ມີອາວຸດນິວເຄລຍ ຫລືບໍ່.
ທ່ານໝໍປາກິສຖານ ທີ່ຖືກຄຸກ ຍ້ອນຊ່ອຍສະຫະລັດ ຊອກຫາ ທ້າວໂອຊາມາ ບິນ ລາເດັນ ຫົວໜ້າອາລກາອີດາ ໄດ້ຖືກຍ້າຍໄປຂັງ ຢູ່ບ່ອນປອດໄພ.
ການໂຈມຕີ ທາງອາກາດ ຂອງກຳລັງແນວໂຮມ ພາຍໃຕ້ການນຳພາ ຂອງຊາອຸດີ ອາຣາເບຍ ຢູ່ໃນນະຄອນຫຼວງເຢເມນ ໄດ້ສັງຫານ ຜູ້ນຳ 2 ຄົນ ຂອງພວກກະບົດຮູຕີ.
ລັດຖະມົນຕີ ກະຊວງປ້ອງກັນປະເທດ ສຫລ ກ່າວວ່າ ຍັງບໍ່ທັນມີ ການຕັດສິນໃຈເທື່ອ ກ່ຽວກັບວ່າ ສະຫະລັດ ຈະຖອນຕົວຫຼືບໍ່ ຈາກຂໍ້ຕົກລົງນິວເຄລຍ ກັບປະເທດອີຣ່ານ.
ການໂຈມຕີດັ່ງກ່າວ ມີຂຶ້ນ ໃນຂະນະທີ່ ກຸ່ມຕາລີບານ ປະຕິເສດ ຕໍ່ຂໍ້ສະເໜີ ເຈລະຈາສັນຕິພາບ ຂອງ ລັດຖະບານ ອັຟການິສຖານ.
ການໃຫ້ຄຳໝັ້ນສັນຍາດັ່ງກ່າວ ແມ່ນຍັງບໍ່ພຽງພໍ ກັບເປົ້າໝາຍ ທີ່ໄດ້ຕັ້ງໄວ້ ຂອງອົງການສະຫະປະຊາຊາດ.
ການປະຕິບັດງານຄັ້ງໃໝ່ ຂອງພວກກະບົດ ຕາລີບານ ເລີ້ມຂຶ້ນໃນຕອນເຊົ້າ ວັນພຸດມື້ນີ້.
ຢູໂຣບ ຊຶ່ງເປັນທະວີບ ທີ່ມີສິດເສລີພາບ ດ້ານການຂ່າວ ດີທີ່ສຸດໃນໂລກ ແລະມີ 8 ປະເທດ ທີ່ມີເສລີທີ່ສຸດ ໃນການອອກຂ່າວ ໄດ້ຕົກລະດັບຢ່າງໃຫຍ່ ອີງຕາມລາຍງານທີ່ອອກໃໝ່.
ນາຍົກລັດຖະມົນຕີ ອາເມເນຍ ລາອອກ ໃນວັນຈັນແລ້ວ ທ່າມກາງ ທີ່ມີການກ່າວຫາວ່າ ຫາທາງປ່ຽນແປງ ລັດຖະທຳມະນູນຂອງປະເທດ ເພື່ອຈະກຳອຳນາດຕໍ່ໄປ.
ໂຫລດຕື່ມອີກ