ພວກສັກກາລະບູຊາ ຫຼາຍພັນຄົນ ພາກັນຢືນແຂ່ງຝົນ ຮັບຟັງສານຂອງສັນຕະປາປາ ຟຣານຊີສ.
ເຕຫະຣ່ານ ຂູ່ວ່າ ຈະກັບຄືນສູ່ ກິດຈະກຳດ້ານນີວເຄລຍ ໃນລະດັບປັດຈຸບັນ ຖ້າຝ່າຍຕາເວັນຕົກ ຖອນອອກຈາກຂໍ້ຕົກລົງ ທີ່ກຳນົດເຮັດໃຫ້ແລ້ວ ໃນເດືອນມິຖຸນາປີນີ້.
ການໄວ້ອາໄລ ນຳພວກທີ່ເສຍຊີວິດ ໃນມະຫາວິທະຍາໄລ Garissa ໄດ້ເລີ້ມຂຶ້ນ ແລະຊາວເຄັນຢາ ອຸທິດພິທີສະຫຼອງ ໃນວັນອິສເຕີ ແກ່ພວກທີ່ເສຍຊີວິດ ໂດຍກຸ່ມຫົວຮຸນແຮງ al-Shabab.
ພວກກະບົດເຜົ່າ Houthi ນິກາຍ Shi'ite ໄດ້ຢຶດເອົາ ສຳນັກງານໃຫຍ່ ຂອງລັດຖະບານແຂວງ ລວມທັງຫ້ອງການຂອງເຈົ້າແຂວງ ໃນເຂດເມືອງ Mualla ຂອງ Aden.
ພາບຕ່າງໆ ໃນເວັບໄຊ້ ສະແດງໃຫ້ເຫັນ ອະດີດປະທານປະເທດ ທ່ານ Castro ອາຍຸ 88 ປີ ນັ່ງຢູ່ໃນລົດຄັນນຶ່ງ ກຳລັງຈັບມືກັບຜູ້ຄົນ ທີ່ສະໜັບສະໜຸນທ່ານ.
ຄວາມຮຸນແຮງໃນຊ່ວງອາທິດຜ່ານມາ ໄດ້ເຮັດໃຫ້ພົນລະເຮືອນ ປະມານ 18,000 ຄົນ ລວມທັງ ພວກເດັກນ້ອຍຫຼາຍໆຄົນ ທີ່ອາໄສຢູ່ສູນອົບພະຍົບແຫ່ງນັ້ນ ອອກໄປໃສບໍ່ໄດ້.
ພວກຍາດຕິພີ່ນ້ອງ ຂອງພວກທີ່ເສຍຊີວິດ ໃນເຮືອບິນເຢຍຣະມັນ ໄປຮ່ວມພິທີໄວ້ອາໄລ ໃກ້ກັບບ່ອນເຮືອບິນຕົກ ທີ່ພູ Alps ຂອງຝຣັ່ງ.
ກຸ່ມຫົວຮຸນແຮງ al-Shabab ໃຫ້ສັນຍາວ່າ ຈະທຳການໂຈມຕີ ຢ່າງນອງເລືອດອີກ ຢູ່ໃນເຄນຢາ ແລະບໍ່ມີສິ່ງໃດ ຈະໃຫ້ການປ້ອງກັນໄດ້.
ກຸ່ມຫົວຮຸນແຮງ al-Qaida ເຂົ້າຢຶດຄ້າຍທະຫານເຢເມນ ທີ່ສຳຄັນແຫ່ງນຶ່ງ ໃນເມືອງ Mukalla ທາງພາກໃຕ້ ຂອງປະເທດ ໃນມື້ວັນສຸກວານນີ້.
ລັດຖະບານ ເຄັນຢາ ສະເໜີໃຫ້ລາງວັນເງິນ 220,000 ດອນລາ ສຳຫລັບສະມາຊິກ al-Shabab ອີກຄົນນຶ່ງ ທີ່ມີສ່ວນກ່ຽວພັນກັບການໂຈມຕີ ຄື ທ້າວ Mohammed Mohamud Kuno.
ພວກກະບົດ Houthi ຂອງຊາວ Shi’ite ໄດ້ບຸກເລິກເຂົ້າໄປ ໃນເມືອງທ່າ Aden ໃນໄລຍະສອງສາມມື້ ທີ່ຜ່ານມານີ້ ແລະຍຶດເອົາ ທຳນຽບປະທານາທິບໍດີ.
ໃນວັນພະຫັດວານນີ້ ພວກມືປືນໄດ້ໃຊ້ອາວຸດ ໂຈມຕີດ່ານກວດຂອງທະຫານ ຢູ່ໃນເຂດພາກເໜືອຂອງ ແຫລມ Sinai ສັງຫານທະຫານຢ່າງນ້ອຍ 15 ຄົນ ພ້ອມດ້ວຍພົນລະເຮືອນ.
ໂຫລດຕື່ມອີກ