ບັນດາຜູ້ນຳຂອງກຸ່ມ G7 ໄດ້ປະຊຸມກັນ ເປັນມື້ທີສອງ ທີ່ນະຄອນ Brussels ຊຶ່ງໄດ້ເພັ່ງເລັ່ງໃສ່ ການເຂົ້າພົວພັນ ຂອງຣັດເຊຍ ໃນວິກິດການຢູເຄຣນ.
ບັນດາຜູ້ນຳກຸ່ມຈີ 7 ມີຄວາມວິຕົກກັງວົນ ເປັນທີ່ສຸດ ກ່ຽວກັບຄວາມເຄັ່ງຕຶງ ທີ່ປັກກິ່ງ ມີສ່ວນພົວພັນ ໃນບັນຫາ ຂັດແຍ້ງ ເລື່ອງເຂດນ້ຳແດນດິນ ກັບປະເທດເພື່ອນບ້ານ.
ກຸ່ມຫົວຮຸນແຮງ Boko Haram ທຳການໂຈມຕີເພີ້ມຂຶ້ນ ໃນພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ ແລະໃນບາງເຂດ ມີການປັກທຸງ ກຸ່ມຫົວຮຸນແຮງ ໄວ້ໃນໝູ່ບ້ານ ທີ່ຖືກໂຈມຕີ.
ພວກເຈົ້າໜ້າທີ່ຕຳຫລວດການາດາ ທີ່ແຂວງ New Brunswick ກຳລັງຊອກຫາ ຜູ້ຊາຍຄົນໜຶ່ງ ທີ່ໄດ້ຍິງສັງຫານ ຕຳຫຼວດ 3 ຄົນ ແລະອີກ 2 ຄົນບາດເຈັບ.
ພວກທີ່ສົງໄສວ່າ ເປັນກຸ່ມຫົວຮຸນແຮງ al-Qaida ໄດ້ໂຈມຕີ ດ່ານກວດແຫ່ງໜຶ່ງ ໃນພາກໃຕ້ຂອງປະເທດ Yemen ເຮັດໃຫ້ທະຫານ 14 ຄົນ ເສຍຊີວິດ.
ກຸ່ມກໍ່ການຮ້າຍຕາລີບັນ ໄດ້ນຳອອກເຜີຍແຜ່ວີດີໂອ ກ່ຽວກັບ ການມອບສິບເອກ Bowe Bergdahl ໃຫ້ທະຫານ ອາເມຣິກັນ ເພື່ອແລກປ່ຽນນັກໂທດຕາລີບັນ.
ປະທານາທິບໍດີ Obama ປະກາດ ໃຫ້ການຊ່ວຍເຫຼືອເພີ້ມຕື່ມ ຂະນະທີ່ທ່ານພົບປະກັບ ປະທານາທິບໍດີ ເລືອກໃໝ່ ຂອງຢູເຄຣນ ທ່ານ Petro Poroshenko ທີ່ນະຄອນວໍຊໍ.
ການຢັ່ງສຽງເທື່ອໃໝ່ ສະແດງໃຫ້ເຫັນວ່າ ຊາວຢູເຄຣນສ່ວນໃຫຍ່ ຮູ້ສຶກວ່າ ປະເທດນອກ ບໍ່ມີສິດຈະເຂົ້າໄປພົວພັນ ກັບການຕັດສິນໃຈ ກ່ຽວກັບອະນາຄົດ ປະເທດເຂົາເຈົ້າ.
ຕຳຫລວດໄນຈີເຣຍ ກ່າວວ່າ ພວກປະທ້ວງ ສາມາດໂຮມຊຸມນຸມໄດ້ ໃນນະຄອນຫຼວງ Abuja ນຶ່ງມື້ ຫຼັງຈາກຫົວໜ້າກົມຕຳຫຼວດ ປະກາດຫ້າມ ບໍ່ໃຫ້ໂຮມຊຸມນຸມປະທ້ວງ.
ສະຫະລັດ ຮຽກຮ້ອງໃຫ້ ປະທານາທິບໍດີ ທີ່ເລືອກຖືກເລືອກໃໝ່ ຂອງອີຈິບ ເລີ້ມປະຕິຮູບ ເພື່ອຄໍ້າາປະກັນວ່າ ລັດຖະບານ ມີຄວາມຮັບຜິດຊອບ ແລະໂປ່ງໃສ.
ປ.ໂອບາມາ ໄດ້ສະເໜີ ໃຫ້ເພີ້ມການຝຶກແອບທະຫານ ແລະສົ່ງກຳລັງ ໄປສັບປ່ຽນໃນຢູໂຣບ ເປັນເງິນ 1 ພັນລ້ານໂດລາ ຮວມທັງສົ່ງກຳປັ່ນລົບ ເຂົ້າໄປໃນທະເລດຳ ແລະທະເລບາລຕິກ.
ເຈົ້າໜ໊າທີ່ຢູເຄຣນ ເຕືອນໃຫ້ປະຊາຊົນ ຢູ່ໃນເຮືອນ ຍ້ອນມີການສູ້ລົບກັນ ລະຫວ່າງ ທະຫານລັດຖະບານ ແລະພວກກະບົດ ໃນພາກຕາເວັນອອກຂອງປະເທດ.
ໂຫລດຕື່ມອີກ