ກຸ່ມຫົວຮຸນແຮງອິສລາມ Sunni ຂົ່ມຂູ່ ທີ່ຈະບຸກໂຈມຕີ ນະຄອນຫຼວງ Baghdad ຫຼັງຈາກ ໄດ້ເຂົ້າຍຶດເອົາ ຫົວເມືອງສຳຄັນໆ ຫລາຍຫົວເມືອງແລ້ວ.
ມີການຍິງກັນຕື່ມ ຢູ່ຕາມຊາຍແດນ ຣວັນດາ ແລະຄອງໂກ ເປັນມື້ທີ 2 ໃນວັນພະຫັດມື້ນີ້ ນຶ່ງມື້ ຫຼັງຈາກໄດ້ມີ ການປະທະກັນ ທີ່ເຮັດໃຫ້ທະຫານ 5 ຄົນ ເສຍຊີວິດ.
ບຣາຊີລ ໄດ້ເປີດການແຂ່ງ ເຕະບານໂລກ ຫຼື World Cup ໃນວັນພະຫັດມື້ນີ້ ຊຶ່ງປະເຊີນກັບ ການທົດສອບ ທັງສອງຢ່າງ ຄືໃນຖານະ ທີ່ເປັນເຈົ້າພາບ ແລະໃນສະໜາມ ນຳດ້ວຍ.
ເຈົ້າໜ້າທີ່ ໃນພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ ໂຕ້ຖຽງລາຍງານຂ່າວທີ່ວ່າ ພວກຫົວຮຸນແຮງ Boko Haram ລັກພາໂຕຜູ້ຍິງອີກ 20 ຄົນ ຈາກບ້ານ Garkin Fulani.
ທ່ານ Hoshyar Zebari ກ່າວວ່າ ລັດຖະບານ Baghdad ຈະຕ້ອງດຳເນີນງານ ຮ່ວມກັບເຈົ້າໜ້າທີ່ Kurd ເພື່ອຈະຂັບໄລ່ ພວກຫົວຮຸນແຮງ ອອກຈາກເມືອງ Mosul.
ຢູເຄຣນ ໄດ້ປະຕິເສດ ຕໍ່ການສະເໜີ ຂອງຣັດເຊຍ ທີ່ຈະຫລຸດລາຄາແກັສ ທີ່ຢູເຄຣນ ຊື້ຈາກຣັດເຊຍນັ້ນ ລົງ 20 ເປີເຊັນ.
ພວກຄົນງານລົດໄຟໃຕ້ດິນ ໃນເມືອງ Sao Paulo ຂອງປະເທດບຣາຊິລ ໄດ້ລົງຄະແນນສຽງ ຍົກເລີກການນັດ ຢຸດງານປະທ້ວງ.
ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ມືປືນ 2 ຄົນ ທີ່ຂີ່ລົດຈັກ ຍິງປືນສາດເຂົ້າໃສ່ ໃກ້ໆສະໜາມບິນນາໆຊາດ ນະຄອນ Karachi ໃນວັນອັງຄານມື້ນີ້.
ປະທານາທິບໍດີ ຢູເຄຣນ ສັ່່ງໃຫ້ສ້າງຕັ້ງເສັ້ນທາງ ຫລົບໜີຂອງພົນລະເຮືອນ ຈາກພາກຕາເວັນອອກ ຂອງປະເທດ ທີ່ຍັງມີການສູ້ລົບກັນຢູ່ນັ້ນ
ພວກຫົວຮຸນແຮງໃນອີຣັກ ໄດ້ເຂົ້າຍຶດເອົາ ຕຶກອາຄານໂຮງການແຂວງ ແລະຕຶກຫຼັງອື່ນໆ ໃນເມືອງ Mosul ທາງພາກເໜືອຂອງປະເທດ.
ພວກທີ່ສົງໄສວ່າ ເປັນກຸ່ມ Boko Haram ໄດ້ລັກພາໂຕ ຜູ້ຍິງ 20 ຄົນ ໃກ້ກັບເມືອງ ບ່ອນທີ່ກຸ່ມດັ່ງກ່າວ ໄດ້ລັກພາໂຕ ນັກຮຽນຍິງ ຫລາຍກວ່າ 200 ຄົນ.
ສະຫະລັດ ແລະອີຣ່ານ ເຈລະຈາໂດຍກົງເປັນມື້ທີ 2 ໃນວັນອັງຄານມື້ນີ້ ກ່ຽວກັບໂຄງການນິວເຄລຍ ຂອງອີຣ່ານ.
ໂຫລດຕື່ມອີກ