ຈີນ ຊຶ່ງເປັນປະເທດນຶ່ງ ທີ່ມີຄວາມເຫັນກົງກັນ ກັບຣັດເຊຍ ກ່ຽວກັບເລື່ອງຊີເຣຍນັ້ນ ແຕ່ມີຄວາມເຫັນຕ່າງກັນ ໃນເລື່ອງໄຄຣເມຍ.
ກອງກຳລັງ ນິຍົມຣັດເຊຍ ຢ່າງນ້ອຍ 200 ຄົນ ໄດ້ເຂົ້າຢຶດເອົາ ກອງບັນຊາການ ທະຫານເຮືອ ຢູເຄຣນ ໃນເຂດໄຄຣເມຍ ແລະຊັກທຸງຣັດເຊຍ ຂຶ້ນສູ່ປາຍເສົາ.
ເລຂາທິການໃຫຍ່ ອົງການ NATO ທ່ານ Anders Fogh Rasmussen ກ່າວວ່າ ຣັດເຊຍກຳລັງລົງສູ່ “ເສັ້ນທາງອັນຕະລາຍ”.
ສະຫະລັດ ໄດ້ແຈ້ງໃຫ້ລັດຖະບານຊີເຣຍ ຍຸຕິກິດຈະການຕ່າງໆ ໃນທັນທີ ທີ່ສະຖານທູດ ໃນກຸງວໍຊິງຕັນ ແລະສະຖານກົງສຸນ ອີກ 2 ແຫ່ງ.
ຊາວອີຣ່ານ ຢູ່ໃນທົ່ວໂລກ ກຳລັງພາກັນຕຽມ ການສະຫລອງບຸນປີໃໝ່ ຕາມປະເພນີ ຂອງເຂົາເຈົ້າ ຫລື Nowruz ຊຶ່ງຈະຕົກຖືກ ວັນພະຫັດ ມື້ອື່ນນີ້.
ປະທານາທິບໍດີິຣັດເຊຍ ທ່ານ Vladimir Putin ໄດ້ອະນຸມັດ ຮ່າງຂໍ້ຕົກລົງ ທີ່ຈະເຮັດໃຫ້ເຂດໄຄຣເມຍ ຂອງຢູເຄຣນ ຮວມເຂົ້າເປັນສ່ວນນຶ່ງຂອງຣັດເຊຍ.
ຢ່າງໜ້ອຍ 15 ຄົນ ໄດ້ເສຍຊີວິດ ໃນອັຟການິສຖານ ຫລັງຈາກຜູ້ວາງລະເບີດ ສະລະຊີບຄົນນຶ່ງ ໄດ້ໂຈມຕີຕະຫລາດ ທີ່ມີຝູງຄົນ ໜາແໜ້ນແຫ່ງນຶ່ງ.
ກຸງປາຣີ ໃນການດຳເນີນ ຄວາມພະຍາຍາມ ເພື່ອລົດລະດັບ ໝອກຄວັນ ທີ່ເປັນອັນຕະລາຍ ໄດ້ອະນຸຍາດ ໃຫ້ປ່ຽນກັນຂັບລົດ ແບບມື້ຄີກມື້ຄູ່.
ໃນວັນຈັນມື້ນີ້ , ລັດຖະສະພາຮັບຜ່ານການລົງປະຊາມະຕິ ປະກາດເອກກະລາດ ແລະຂໍຮ້ອງຢ່າງເປັນທາງການ ເຂົ້າຮ່ວມໃນສະຫະພັນຣັດເຊຍ.
ກະຊວງປ້ອງກັນປະເທດ ສຫລ ກ່າວວ່າ ການຍຶດເອົາກຳປັ່ນນີ້ ແມ່ນປະຕິບັດຕາມ ຄຳຂໍຮ້ອງຂອງລັດຖະບານລີເບຍ ແລະໄຊປຣັສ ແລະໄດ້ຮັບອະນຸມັດ ຈາກ ປ. ໂອບາມາ.
ການເສຍຊີວິດເກີດຂຶ້ນ ຢູ່ 5 ແຫ່ງ ບ່ອນທີ່ປະຊາຊົນ 5 ແສນຄົນຍາດກັນໄປສະມັກ ເອົາວຽກນຳລັດຖະບານ ທີ່ເປີດຮັບເອົາຄົນ ມາເຮັດວຽກ ໃນຕຳແໜ່ງ ບໍ່ຮອດ 5 ພັນຕຳແໜ່ງ.
ການລົງປະຊາມະຕິ ມີຂຶ້ນນຶ່ງມື້ ຫລັງຈາກ ຣັດເຊຍໃຊ້ສິດຢັບຢັ້ງ ຮ່າງຍັດຕິຂອງ ສະພາຄວາມໝັ້ນຄົງ ທີ່ຮຽກຮ້ອງບໍ່ໃຫ້ຮັບຮູ້ ຜົນການປ່ອນບັດ ຢູ່ໄຄຣເມຍ.
ໂຫລດຕື່ມອີກ