ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry ທີ່ກຳລັງການຢ້ຽມຢາມເຢຍຣະມັນ ຈະພົບກັບພວກຜູ້ນຳ ຝ່າຍຄ້ານຢູເຄຣນ.
ການເຈລະຈາສັນຕິພາບ ຮອບທຳອິດ ລະຫວ່າງພັກຝ່າຍຕ່າງໆ ໃນຊີເຣຍ ສິ້ນສຸດລົງ ໂດຍບໍ່ກ້າວໜ້າຫຍັງຫຼາຍ ແຕ່ໄດ້ປູພື້ນຖານ ເພື່ອການເຈລະຈາ ຂັ້ນຕໍ່ໄປ.
ສປຊ ໄດ້ສະເໜີຊື່ແຕ່ງຕັ້ງໃຫ້ທ່ານ Michael Bloomberg ອະດີດເຈົ້າຄອງ ນະຄອນນິວຢອກ ເປັນທູດພິເສດ ປະສານງານ ກັບນະຄອນຕ່າງໆ ແລະຮັບມື ກັບການປ່ຽນແປງ ຂອງດິນຟ້າອາກາດ.
ການເຈລະຈາສັນຕິພາບ ຮອບທຳອິດ ລະຫວ່າງ ລັດຖະບານຊີເຣຍ ແລະພວກຕໍ່ຕ້ານ ບໍ່ມີຄວາມກ້າວໜ້າ ຫຍັງຫຼາຍ ກ່ຽວກັບບັນຫາ ທີ່ສຳຄັນໆ.
ເປັນທີ່ຄາດກັນວ່າ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຈະພົບປະກັບສະມາຊິກພັກຝ່າຍຄ້ານຢູເຄຣນ ໃນລະຫວ່າງທີ່ທ່ານ ຢ້ຽມຢາມເຢຍຣະມັນ.
ການສຶກສາຄົ້ນຄວ້າ ກ່າວວ່າ ພວກຜູ້ຊາຍຊາວຣັດເຊຍ ທີ່ດື່ມເຫລົ້າ vodka ຢ່າງຫລວງຫລາຍນັ້ນ ແມ່ນມີ ຄວາມສ່ຽງສູງ “ເປັນພິເສດ” ຕໍ່ການເສຍຊີວິດ.
ພະແນກຮັບຜິດຊອບ ໃນການປົກປ້ອງ ລະບົບຫີນປະກາຣັງ ຂອງລັດຖະບານອອສເຕຣເລຍ ໃຫ້ການອະນຸມັດ ຕໍ່ແຜນການ ຖົມບໍລິເວນ ໃກ້ໆລະບົບຫີນປະກາຣັງ ທີ່ໃຫຍ່ທີ່ສຸດໃນໂລກ.
ທ່ານ Arseniy Yatsenyuk ຜູນຳຝ່າຍຄ້ານ ບັນລະຍາຍ ເງື່ອນໄຂ ການໃຫ້ນິລະໂທດກຳ ແກ່ພວກທີ່ຖືກຈັບກຸມວ່າ ເປັນທີ່ຮັບເອົາບໍ່ໄດ້.
ມື້ນີ້ ສະພາແຫ່ງຊາດຢູເຄຣນ ພິຈາລະນາ ໃຫ້ອະໄພໂທດ ແກ່ພວກປະທ້ວງ ຈໍານວນຫຼາຍສິບຄົນ ທີ່ຖືກຈັບ ໃນໄລຍະ 2 ເດືອນຜ່ານມາ.
ກອງກໍາລັງເພີ່ມຕື່ມນີ້ ຈະໄປສົບທົບ ກັບກອງທະຫານຝຣັ່ງ ແລະອາຟຣິກາ ທີ່ໄດ້ໄປປະຈໍາການ ຢູ່ທີ່ນັ້ນແລ້ວ ເພື່ອຊ່ອຍແກ້ໄຂ ສະຖານະການ ຄວາມໝັ້ນຄົງ ທີ່ຊຸດໂຊມ ລົງໄປເລື້ອຍໆນັ້ນ.
ສະພາຢູເຄຣນ ຍົກເລີກກົດໝາຍ ທີ່ຈໍາກັດຮັດແຄບການປະທ້ວງ ໃນທີ່ສາທາລະນະ ຂະນະທີ່ນາຍົກລັດຖະມົນຕີ ທ່ານ Mykola Azarov ສະເໜີທີ່ຈະລາອອກ.
ເຈົ້າໜ້າທີ່ ສຫລ ແລະປາກີສຖານ ພົບປະກັນ ທີ່ກຸງວໍຊີງຕັນ ເພື່ອສົນທະນາຫາລື ກ່ຽວກັບ ການເພີ່ມການຮ່ວມມື ໃນດ້ານຕ່າງໆ ຮວມທັງ ການປະຕິບັດກົດໝາຍ ການຕໍ່ຕ້ານກໍ່ການຮ້າຍ ແລະດ້ານປ້ອງກັນປະເທດ.
ໂຫລດຕື່ມອີກ