ທ່ານ Lakhdar Brahimi ຜູ້ໄກ່ເກ່ຍ ສະຫະປະຊາຊາດ ກ່າວວ່າ ພາບພົບປະ ແບບເຊິ່ງໜ້າ ລະຫວ່າງລັດຖະບານ ແລະພວກຕໍ່ຕ້ານໃນຊີເຣຍ ກຳລັງດຳເນີນຕໍ່ໄປ ແລະຈະຄືບໜ້າ ເປັນຂັ້ນໆ.
ສະພາແຫ່ງຊາດ ຂອງຕູນີເຊຍ ຮັບຜ່ານຮ່າງລັດຖະທຳມະນູນ ສະບັບໃໝ່ 3 ປີ ຫຼັງຈາກການລຸກຮືຂຶ້ນ ຂອງປະຊາຊົນ ໃນໂລກອາຣັບ.
ກົດພາວະສຸກເສີນ ຈະມີຜົນບັງຄັບໃຊ້ ຖ້າພວກປະທ້ວງ ບໍ່ຍອມອອກຈາກ ຕຶກກະຊວງຍຸຕິທຳ ທີ່ເຂົາເຈົ້າໄດ້ເຂົ້າຍຶດ ມາຕັ້ງແຕ່ວັນອາທິດວານນີ້.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ເວົ້າວ່າ ທ່ານໄດ້ແຍກທາງກັບ Valerie Trierweiler ເມຍບໍ່ໄດ້ແຕ່ງ ທີ່ຢູ່ນໍາກັນ ມາໄດ້ເຈັດປີ ນັ້ນແລ້ວ.
ເຈົ້າໜ້າທີ່ອີຈິບ ເວົ້າວ່າ ການປະທະກັນ ຫຼາຍໆບັ້ນ ຍັງຜົນໃຫ້ມີຜູ້ເສຍຊີວິດ ໄປຢ່າງໜ້ອຍ 49 ຄົນ.
ຕໍາຫຼວດແລະພວກປະທ້ວງ ໄດ້ປະທະກັນ ຕະຫຼອດຄືນ ທີ່ຜ່ານມາ ໃນປະເທດຢູເຄຣນ.
ການເຈລະຈາ ທີ່ UN ໄກ່ເກ່ຍ ລະຫວ່າງລັດຖະບານຊີເຣຍ ແລະຄະນະຜູ້ຕາງໜ້າຝ່າຍຄ້ານ ໃນມື້ທີສອງນີ້ ແມ່ນຈະສຸມໃສ່ເລຶ້ອງການປ່ອຍໂຕ ນັກໂທດຫຼາຍພັນຄົນ ຈາກຄຸກຂອງຊີເຣຍ.
ທີ່ອັຟການິສຖານ ຜູ້ວາງລະເບີດສະລະຊີບຄົນນຶ່ງ ໄດ້ໂຈມຕີລົດເມ ທະຫານຄັນນຶ່ງ ໃນວັນອາທິດມື້ນີ້ ເຮັດໃຫ້ສີ່ຄົນເສຍຊີວິດ ແລະອີກຫຼາຍຄົນ ບາດເຈັບ.
ນັບເປັນເທື່ອທຳອິດ ໃນຮອບຫ້າປີ ທີ່ພວກປະເທດມີລາຍຮັບສູງ ຈະມີສ່ວນຊ່ອຍ ເຮັດໃຫ້ເສດຖະກິດໂລກ ຂະຫຍາຍໂຕ.
ພວກຫົວຮຸນແຮງກຸ່ມນຶ່ງ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດ ໂຈມຕີ 4 ບ່ອນ ທີ່ໄດ້ສັງຫານຕຳຫຼວດ 6 ຄົນ ຢູ່ນະຄອນຫຼວງໄຄໂຣ.
ບັນດາຜູ້ຕາງໜ້າລັດຖະບານຊີເຣຍ ແລະພວກຕໍ່ຕ້ານ ໄດ້ເຂົ້າປະຊຸມຮ່ວມກັນ ເປັນເທຶ່ອທໍາອິດ ແບບບໍ່ເຄີຍ ມີມາກ່ອນ ທີ່ນະຄອນເຈນີວາ.
ປະທານາທິບໍດີຢູເຄຣນ ທີ່ພວມປະເຊີນໜ້າ ກັບການເດີນຂະບວນ ຂະໜາດໃຫຍ່ ໃນທົ່ວປະເທດ ຕົກລົງທີ່ຈະຊັບຊ້ອນ ຄະນະລັດຖະບານ ແລະດັດແກ້ກົດໝາຍ ຕໍ່ຕ້ານການປະທ້ວງ.
ໂຫລດຕື່ມອີກ