ພວກອົບພະຍົບຊູດານໃຕ້ ປະມານ 1 ໝື່ນຄົນ ພາກັນອົບພະຍົບ ໄປທາງທິດເໜືອ ເຂົ້າໄປໃນຊູດານ ຫລັງຈາກຫລາຍພັນຄົນ ໄດ້ຫລົບໜີ ໄປຍັງ ຢູການດາ.
ພວກນັກເຄື່ອນໄຫວ ຢູເຄຣນ ຫຼາຍພັນຄົນ ພາກັນສືບຕໍ່ ຊຸມນຸມປະທ້ວງ ທີ່ນະຄອນຫຼວງ Kyiv ເພື່ອຕໍ່ຕ້ານ ລັດຖະບານ.
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ທ່ານ ມີຄວາມໝັ້ນໃຈວ່າ ຝ່າຍຄ້ານຊີເຣຍ ຈະເຂົ້າຮ່ວມກອງປະຊຸມສັນຕິພາບ
ຂໍ້ຕົກລົງ ຈໍາກັດໂຄງການນິວເຄລຍ ຂອງອິຣ່ານ ເພື່ອແລກປ່ຽນກັບ ການຜ່ອນຜັນແບບຈໍາກັດ ການລົງໂທດຕໍ່ອິຣ່ານນັ້ນ ຈະມີຜົນບັງຄັບໃຊ້ ໃນວັນທີ່ 20 ເດືອນມັງກອນນີ້.
ສົບຂອງອະດີດ ນາຍົກລັດຖະມົນຕີ Ariel Sharon ໄດ້ຖືກນຳໄປດອຍໄວ້ ທີ່ຕຶກສະພາແຫ່ງຊາດ ເພື່ອໃຫ້ ບັນດາຜູ້ໄວ້ອາໄລ ເຂົ້າໄປເຄົາລົບສົບ ໃນວັນອາທິດມື້ນີ້.
ຜູ້ນຳໂລກຫຼາຍທ່ານ ພາກັນກ່າວຍ້ອງຍໍ ບົດບາດອັນສຳຄັນ ຂອງທ່ານ Ariel Sharon ໃນປະຫວັດສາດ ຂອງອິສຣາແອລ ຂະນະທີ່ຊາວປາແລສຕາຍ ສະແດງຄວາມດີໃຈ.
ທ່ານ Alexandre Ferdinand Nguendet ຫົວໜ້າສະພາໂອນອຳນາດ ໃນສາທາລະນະລັດອາຟຣິກາກາງ ຮຽກຮ້ອງໃຫ້ປະຊາຊົນ ຢູ່ໃນຄວາມສະຫງົບ ແລະຢຸດການເຄື່ອນໄຫວ ທີ່ເປັນປໍລະປັກກັນ.
ລະເບີດທີ່ຫ້າງໄວ້ໃນລົດ ໄດ້ແຕກຂຶ້ນ“ຢູ່ສະຖານີລົດເມແຫ່ງນຶ່ງ ແລະໃນອີກເຂດນຶ່ງ ຂອງກຸງແບກແດດ ເຮັດໃຫ້ 13 ຄົນ ເສຍຊີວິດ.
ບັນດາເຈົ້າໜ້າທີ່ລີເບຍ ກ່າວວ່າ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ຖືກຍິງຕາຍ ເວລາເມືອຢາມບ້ານເກີດ ທີ່ເມືອງ Sirte.
ອະດີດນາຍົກລັດຖະມົນຕີ ອິສຣາແອລ Ariel Sharon ເຖິງແກ່ ອະສັນຍະກໍາ ທີ່ໂຮງໝໍແຫ່ງນຶ່ງ ໃກ້ໆກັບນະຄອນຫລວງ Tel Aviv ລວມອາຍຸໄດ້ 85 ປີ.
ອົງການ IOM ພວມຍົກຍ້າຍ ຊາວຕ່າງປະເທດ ທີ່ຕົກຄ້າງ ອອກຈາກສາທາລະນະລັດ ອາຟຣິກາກາງ ຫຼັງຈາກ ໄດ້ມີການຮ້ອງຂໍ ຈາກປະເທດເພື່ອນບ້ານ.
ຮອງຫົວໜ້າ ຄະນະເຈລະຈານິວເຄລຍ ຂອງອີຣ່ານ ກ່າວວ່າ ການເຈລະຈາເລື່ອງນິວເຄລຍ ຂອງອີຣ່ານ ກັບປະເທດມະຫາອຳນາດ ໄດ້ສິ້ນສຸດລົງ ດ້ວຍການແກ້ໄຂບັນຫາ.
ໂຫລດຕື່ມອີກ