ກຸ່ມຕາລິບານ ອ້າງເອົາຄວາມຮັບຜິດຊອບ ໃນການສັງຫານຕໍາຫຼວດສາມຄົນ ໃນພາກຕາເວັນອອກຂອງອັຟການີສຖານເມື່ອວັນອາທິດມື້ນີ້.
ປະທານາທິບໍດີ Bouteflika ເປັນໃນສິ່ງທີ່ເອີ້ນກັນວ່າ stroke ແບບບໍ່ຮ້າຍແຮງ ແລະນອນຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນປະເທດຝຣັ່ງ ເພື່ອຕິດຕາມເບິ່ງອາການ.
ສາຍການບິນເອທິໂອເປຍ ເປັນສາຍການບິນໂດຍສານທຳອິດຂອງໂລກ ທີ່ອະນຸຍາດໃຫ້ເຮືອບິນໂບອີ້ງ 787 Dreamliner ເລີ້ມບິນບໍລິການຄືນໃໝ່.
ບັງກລາແດັສຈັບປະທານ ແລະຜູ້ອຳນວຍການບໍລິຫານ ຂອງປະທານບໍລິສັດໂຮງງານຕັດຫຍິບ ທີ່ພັງລົງມາເມື່ອ 3 ມື້ກ່ອນ.
ທ່ານໂອບາມາວ່າ ການນໍາໃຊ້ອາວຸດເຄມີຕໍ່ປະຊາຊົນຂອງຕົນ ຈະເປັນ “ການນຳສະເໜີອົງປະກອບໃໝ່ ເພື່ອໃຫ້ສະຖານະການປ່ຽນແປງ” ຢູ່ໃນຊີເຣຍ.
ອົງການຂ່າວເກົາຫຼີເໜືອກ່າວວ່າ ນັກທອງທ່ຽວອາເມຣິກັນ ເຊື້ອສາຍເກົາຫຼີ ສາລະພາບວ່າ ໄດ້ກໍ່ອາດຊະຍາກຳທີ່ແນໃສ່ ເພື່ອຈະໂຄນລົ້ມລັດຖະບານ.
ທ່ານຈອນ ແຄຣີ ເວົ້າວ່າ ຈຸດນຶ່ງທີ່ພົ້ນເດັ່ນກໍຄືມຽນມາ ບ່ອນທີ່ມີການປະຕິຮູບ ໄປສູ່ປະຊາທິປະໄຕ ແລະມີການພິທັກປົກປ້ອງ ດ້ານສິດທິມະນຸດ ດີຂຶ້ນກວ່າເກົ່າ.
ທັງໝົດ 38 ຄົນ ໃນນັ້ນເປັນຄົນປ່ວຍ 36 ຄົນ ແລະເຈົ້າໜ້າທີ່ແພດ 2 ຄົນ ໄດ້ເສຍຊີວິດ ໃນເຫດໄຟໄໝ້ໂຮງໝໍໂຣກຈິດ ໃກ້ໆກຸງມົສກູ ປະເທດຣັດເຊຍ.
ອັງກິດ ແລະສະຫະລັດ ສະແດງຄວາມເປັນຫ່ວງ ກ່ຽວກັບຄວາມເປັນໄປໄດ້ ໃນການນຳໃຊ້ ອາວຸດເຄມີຢູ່ຊີເຣຍ.
ສານ ປາກິສຖານ ໄດ້ສັ່ງໃຫ້ກັກບໍລິເວນ ອະດີດປະທານາທິບໍດີ Perez Musharraf ໄປຈົນຮອດວັນທີ 30 ເດືອນເມສານີ້.
ພະຊາວທິເບດສອງອົງ ໄດ້ເຖິງແກ່ມໍລະນະພາບ ໃນພາກຕາເວັນຕົກສຽງໃຕ້ຂອງຈີນ ຫຼັງຈາກໄດ້ຈູດເຜົາຕົນເອງ ເພື່ອປະທ້ວງນະໂຍບາຍຈີນໃນທິເບດ.
ຕຶກການຄ້າທີ່ພັງລົງ ແມ່ນມີທັງທະນາຄານ ຫ້າງຮ້ານຕ່າງໆ ແລະມີໂຮງງານຕັດຫຍິບເສື້ອຜ້າ ຢ່າງນ້ອຍນຶ່ງໂຮງງານ.
ໂຫລດຕື່ມອີກ