ທ່ານ John Kerry ປະກາດວ່າ ວໍຊິງຕັນຈະໃຫ້ເງິນຊ່ວຍເຫລືອ ກ້ອນໃໝ່ ແກ່ຝ່າຍຄ້ານຊີເຣຍ 123 ລ້ານໂດລ່າ ຊຶ່ງເປັນການເພີ້ມຂຶ້ນ ສອງເທົ່າຕົວ.
ສະພາອິຕາລີ ເລືອກຕັ້ງເອົາ ທ່ານ Napolitano ໃຫ້ດໍາລົງຕໍາແໜ່ງ ປະທານາທິບໍດີ ເປັນສະໄໝທີ່ສອງອີກ ຢ່າງທີ່ບໍ່ເຄີຍມີມາກ່ອນ.
ຣັດເຊຍແລະສະຫະລັດ ໄດ້ຮັບປາກກັນວ່າ ຈະປະຕິບັດງານຮ່ວມກັນ ຢ່າງໃກ້ຊິດຫຼາຍຂຶ້ນ ໃນດ້ານຄວາມພະຍາຍາມ ປາບປາມການກໍ່ການຮ້າຍ.
ຕໍາຫຼວດອັຟການີສຖານ 6 ຄົນ ຖືກຂ້າຕາຍ ໃນການບຸກໂຈມຕີ ໂດຍພວກຫົວຮຸນແຮງ ຕໍ່ປ້ອມຕໍາຫຼວດແຫ່ງນຶ່ງ ທາງພາກຕາເວັນອອກຂອງປະເທດ.
ທ່ານ Pervez Musharraf ໄດ້ຖືກນໍາໄປ ປະກົດໂຕຢູ່ຕໍ່ໜ້າ ສານຕ້ານການກໍ່ການຮ້າຍ ຂອງປາກິສຖານ ແລະຖືກສັ່ງໃຫ້ຢູ່ໃຕ້ ການຄວບຄຸມໂຕ ຂອງຕໍາຫລວດ.
ພວກສະໜັບສະໜຸນ ທ່ານ Maduro ພາກັນຮ້ອງເຊຍຊົມເຊີຍ ຂະນະທີ່ຝ່າຍຄ້ານ ພາກັນຕີໝໍ້ແຫກແຕກໂປະ ປະທ້ວງຢູ່ໃນອີກເຂດນຶ່ງ ຂອງເມືອງຫລວງກາຣາກັສ.
ລັດຖະມົນຕີການຕ່າງປະເທດ John Kerry ຈະປະກາດຂ່າວ ການຊ່ວຍເຫລືອໃໝ່ນີ້ ໃນກອງປະຊຸມນາໆຊາດ ກ່ຽວກັບຊີເຣຍ ທີ່ເທີກີ.
ໃນວັນເສົາມື້ນີ້ ຊາວອີຣັກ ທີ່ມີສິດປ່ອນບັດ ພາກັນໄປລົງຄະແນນສຽງ ເປັນຄັ້ງທໍາອິດ ນັບຕັ້ງແຕ່ທະຫານສະຫະລັດ ໄດ້ຖອນອອກໄປ ໃນປີ 2011.
ຢ່າງໜ້ອຍ 22 ຄົນເສຍຊິວິດ ໃນການໂຈມຕີ ໂດຍຄົນວາງລະເບີດ ສະລະຊີບຄົນນຶ່ງ ຢູ່ຮ້ານອາຫານແຫ່ງນຶ່ງ ໃນກຸງແບກແດດ.
ຕໍາຫລວດປາກິສຖານ ໄດ້ຈັບອະດີດ ປະທານາທິບໍດີ ປາກິສຖານ ທ່ານ Pevez Musharaff ໃນວັນສຸກມື້ນີ້ ເພື່ອນໍາໂຕຂອງທ່ານ ສະເໜີຕໍ່ ສານອິສລາມ
ອົງການອະນາໄມໂລກ ເວົ້າວ່າ ຍັງບໍ່ມີຫຼັກຖານໃດໆ ທີ່ສະແດງວ່າ ເຊື້ອໄວຣັສ H7N9 ຈະແຜ່ລາມອອກໄປ ຢ່າງງ່າຍດາຍ ຢູ່ໃນກຸ່ມມະນຸດ ໃນຈີນ.
ຄອບຄົວຝຣັ່ງ 7 ຄົນ ໄດ້ຖືກລັກພາໂຕໄປ ຫວ່າງສອງເດືອນກ່ອນ ໂດຍພວກທີ່ສົງໄສວ່າ ແມ່ນກຸ່ມກໍ່ການຮ້າຍອິສລາມ Boko Haram. .
ໂຫລດຕື່ມອີກ