ອີຣ່ານເວົ້າວ່າ ຕົນໄດ້ປະຫານຊີວິດ ດ້ວຍການແຂວນຄໍ ພວກກະບົດ 16 ຄົນ ເພື່ອເປັນການແກ້ແຄ້ນ ຕໍ່ການສັງຫານ ກຳລັງຮັກສາຊາຍແດນ.
ການສູ້ລົບກັນເກີດຂຶ້ນອີກ ໃນວັນສຸກວັນສຸກວານນີ້ ລະຫວ່າງທະຫານລັດຖະບານ ແລະກໍາລັງຂອງພວກກະບົດ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ.
ກຸ່ມສີ້ງຊອມສິດທິມະນຸດຊີເຣຍ ທີ່ມີຫ້ອງການຢູ່ອັງກິດ ກ່າວວ່າ ພວກມືປືນຊາວເຄີດ ໄດ້ຍຶດເອົາດ່ານກວດ Yarubiya ໃກ້ຊາຍແດນອີຣັກ.
ກະຊວງພາຍໃນ ຊາອຸດີ ອາເຣເບຍ ໄດ້ເຕືອນຈະລົງໂທດ ພວກແມ່ຍິງ ທີ່ພາກັນວາງແຜນ ຈະໄປຂັບລົດ ເພື່ອທ້າທາຍເຈົ້າໜ້າທີ່ ໃນມື້ອື່ນນີ້.
ສານອາຍານາໆຊາດ ຕັດສິນວ່າ ຮອງປະທານາທິບໍດີເຄັນຢາ ທ່ານ William Ruto ຕ້ອງໄປຮ່ວມ ການດຳເນີນຄະດີ ທີ່ໄດ້ເລີ້ມຂຶ້ນແລ້ວນັ້ນ.
ເຈົ້າໜ້າທີ່ໄນຈີເຣຍ ຍັງສືບຕໍ່ ຊອກຫາຊາວອາເມຣິກັນ 2 ຄົນ ທີ່ຖືກພວກໂຈນທະເລ ລັກພາໂຕໄປ ຢູ່ນອກແຄມຝັ່ງ ອ່າວກີເນຍ.
ການສູ້ລົບຮອບໃໝ່ ໄດ້ລະເບີດຂຶ້ນ ລະຫວ່າງທະຫານລັດຖະບານ ແລະກໍາລັງພວກກະບົດ ຢູ່ທີ່ສາທາລະນະລັດ ປະຊາທິປະໄຕຄອງໂກ.
ປະເທດ Madagascar ຈັດການເລືອກຕັ້ງປະທານາທິບໍດີ ທີ່ໄດ້ມີການຊັກຊ້າ ມາເປັນເວລາດົນນານແລ້ວນັ້ນ ໃນວັນສຸກມື້ນີ້.
ຄະນະປະຕິບັດງານ ສປຊ ເພື່ອຄວບຄຸມດູແລ ການທັບມ້າງໂຄງການອາວຸດເຄມີ ຄາດວ່າ ລັດຖະບານຊີເຣຍຈະມອບແຜນການໃຫ້ຕົນ ໃນວັນພະຫັດມື້ນີ້.
ນາງ Azizah al-Yousef ຜູ້ຍິງ ຊາອຸດີ ອາເຣເບຍ ທຳການທ້າທາຍ ຕໍ່ທາງການ ດ້ວຍການນັ່ງຈັບພວງມະໄລຂັບລົດ.
ປາກິສຖານ ແມ່ນນຶ່ງໃນສາມປະເທດ ໃນໂລກ ທີ່ຍັງມີໂຣກໂປລີໂອ ຄຸກຄາມຢູ່ ພ້ອມກັບ ອັຟການິສຖານ ຊຶ່ງເປັນເພື່ອນບ້ານ ແລະໄນຈີເຣຍ.
ທ່ານ Sharif ນາຍົກລັດຖະມຸນຕີປາກິສຖານ ຮຽກຮ້ອງໃຫ້ສະຫະລັດ ຢຸດການໂຈມຕີ ຂອງເຮືອບິນບໍ່ມີຄົນຂັບ ທີ່ປາກິສຖານ.
ໂຫລດຕື່ມອີກ