ຜູ້ແທນຈາກ 140 ປະເທດ ຕົກລົງທີ່ຈະຮັບຮອງເອົາ ສົນທິສັນຍາຈຳກັດການໃຊ້ທາດບາຫຼອດ ທີ່ເປັນອັນຕະລາຍ.
ຂ້າຫຼວງໃຫຍ່ດ້ານສິດທະມະນຸດສະຫະປະຊາຊາດ ຮຽກຮ້ອງໃຫ້ທໍາການສືບສວນ ກ່ຽວກັບການກໍ່ອາຊະຍາກຳສົງຄາມ ຢູ່ໃນຊີເຣຍ.
ທ່ານ Panetta ເວົ້າວ່າ ສະຫະລັດຈະດຳເນີນ ທຸກມາດຕະການ ທີ່ຈຳເປັນ ເພື່ອຄຸ້ມຄອງຊາວອາເມຣິກັນ ຈາກການຂົ່ມຂູ່ ຂອງພວກຫົວຮຸນແຮງ ໃນອາລຈີເຣຍ.
ພວກຫົວຮຸນແຮງໄດ້ຖືກຂັບໄລ່ອອກຈາກ ເມືອງ Diabaly ທີ່ຕັ້ງຢູ່ປະມານ 400 ກິໂລແມັດ ຫ່າງຈາກນະຄອນຫຼວງ Bamako ໄປທາງພາກຕາເວັນອອກສຽງເໜືອ ຂອງປະເທດນັ້ນ.
ທ່ານນາງ Clinton ເວົ້າວ່າ ສະຫະລັດແມ່ນຄັດຄ້ານຕໍ່ການດຳເນີນການ ຕາມລຳພັງໃດໆກໍຕາມ ກ່ຽວກັບໝູ່ເກາະ ທີ່ເປັນ ບັນຫາຂັດແຍ້ງ ໃນທະເລຈີນຕາເວັນອອກ.
ທູດພິເສດຂອງສະຫະປະຊາຊາດ ທ່ານ Vijay Nambiar ຮຽກຮ້ອງ ໃຫ້ມຽນມາ ຢຸດເຊົາການໂຈມຕີ ທາງທະຫານ ຕໍ່ຊົນກຸ່ມນ້ອຍ ແລະໃຫ້ເປີດການເຈລະຈາກັນ.
ອົງການພະລັງງານປະລະມະນູສາກົນ ແລະອີຣ່ານ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການກວດການິວເຄລຍ ຫຼັງຈາກການເຈລະຈາ ທີ່ເຕຫະຣານ.
ກຳລັງຂອງອາລຈີເຣຍ ໄດ້ບຸກເຂົ້າໄປໃນບໍ່ແກັສ Ein Amenas ໂດຍໄດ້ປ່ອຍ ຄົນງານຊາວຕ່າງປະເທດ ແລະພວກຄົນງານທ້ອງຖິ່ນ ຈຳນວນນຶ່ງ
ກອງທັບມາລີ ກ່າວວ່າ ຕົນໄດ້ເຂົ້າ “ຄວບຄຸມທັງໝົດ” ຂອງເມຶອງດັ່ງກ່າວ ຫລັງຈາກໄດ້ມີການສູ້ລົບ “ທີ່ສ້າງຄວາມເສຍຫາຍຢ່າງໜັກ” ໃຫ້ພວກກະບົດ.
ນັກສອນສາສະໜາ Muhammad Tahir-ul Qadri ບັນລຸການຕົກລົງກັບລັດຖະບານແລ້ວ ໃນອັນທີ່ເອີ້ນວ່າ “ຄຳປະກາດ Islamabad”
ຜູ້ຄົນຈໍານວນ “ຫລວງຫລາຍ” ພາກັນຫລັ່ງອອກຈາກເມືອງ Diabaly ໄປໃນວັນພະຫັດມື້ນີ້ ເພື່ອໜີອອກຈາກເຂດພາກເໜືອ ທີ່ຄວບຄຸມໂດຍພວກຫົວຮຸນແຮງ ໄປທາງທິດໃຕ້.
ເຈົ້າໜ້າທີ່ການບິນຢູ່ໃນທົ່ວໂລກ ສັ່ງໃຫ້ຈອດ ເຮືອບິນໄອພົ່ນໂດຍສານ Boeing 787 Dreamliner ລຸນຫຼັງທີ່ໄດ້ມີການອອກຄຳເຕືອນ ໂດຍ FAA.
ໂຫລດຕື່ມອີກ