ນັກເຄຶ່ອນໄຫວສະພາບແວດລ້ອມ ຮຽກຮ້ອງໃຫ້ປະເທດທີ່ເຂົ້າຮ່ວມ ໃນກອງປະຊຸມສຸດຍອດດ້ານດິນຟ້າອາກາດທີ່ DOHA ຈົ່ງພາກັນຄິດໃຫຍ່ໆເຖິງວິທີການຄວບຄຸມການຕັດໄມ້ທໍາລາຍປ່າ.
ເລຂາທິການໃຫຍ່ຂອງອົງການເນໂຕ້ ຄາດວ່າ ບັນດາລັດຖະມົນຕີການຕ່າງປະເທດຂອງເນໂຕ້ ຈະໃຫ້ການອະນຸມັດ ຕໍ່ການຮ້ອງຂໍເອົາ ລະບົບຕໍ່ຕ້ານລູກສອນໄຟ Patriot ຂອງເທີກີ.
ປະທານາທິບໍດີ Morsi ຕ້ອງການຢາກໃຫ້ຄະນະຕຸລາການເປັນຜູ້ຊີ້ນຳ ໃນການລົງປະຊາມະຕິ ເພື່ອໃຫ້ເປັນການເຄື່ອນໄຫວທີ່ຖືກຕ້ອງຊອບທຳຕາມກົດໝາຍ.
ອີຣ່ານກ່າວອ້າງວ່າ ໜ່ວຍທະຫານເຮືອ ຂອງກຳລັງພິທັກປະຕິວັດອີຣ່ານ ຈັບໄດ້ເຮືອບິນ Scan Eagle ທີ່ບໍ່ມີຄົນຂັບຂອງສະຫະລັດ ລໍານຶ່ງ.
ທ່ານພັນ ກີມູນ ຕຳໜິຕິຕຽນຢ່າງໜັກ ຕໍ່ແຜນການ ຂອງອິສຣາແອລ ທີ່ຈະກໍ່ສ້າງເຮືອນຊານ ຢູ່ໃນເຂດທີ່ມີຂໍ້ຂັດແຍ່ງກັນ ໃກ້ກັບເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ.
ປະທານາທິບໍດີ Colombia ໄດ້ຕັ້ງກໍານົດເວລາ ຂອງການເຈລະຈາກັບກຸ່ມກະບົດ FARC ວ່າ ຢ່າງຊ້າທີ່ສຸດ ຄວນບໍ່ ໃຫ້ດໍາເນີນໄປ ກາຍເດືອນພະຈິກປີໜ້າ. .
ກໍາລັງລັດຖະບານ ຍິງຖະຫລົ່ມເຂດຊານເມືອງ ນະຄອນ Damascus ຫລັງຈາກໄດ້ໂຈມຕີທາງອາກາດ ແລະຍິງລູກສອນໄຟໃສ່ພວກກະບົດ ທີ່ຍຶດຢູ່ໃນຂົງເຂດ.
ຜູ້ພິພາກສາອີຈິບວ່າ ພວກຕົນເຫັນພ້ອມນໍາກັນ ຄັດຄ້ານຕໍ່ການພິຈາລະນາ ກ່ຽວກັບການລົງປະຊາມະຕິ ຊຶ່ງຈະຈັດຂຶ້ນ ໃນວັນທີ 15 ເດືອນນີ້.
ພວກກະບົດຢູ່ໃນຄອງໂກ ໄດ້ຖອນອອກຈາກເມືອງ Goma ຊຶ່ງເປັນສູນກາງຂອງບໍ່ແຮ່ອັນສຳຄັນ ທີ່ພວກກະບົດ ໄດ້ເຂົ້າຍຶດເອົາ ປະມານສອງອາທິດກ່ອນໜ້ານີ້ ໄປຕັ້ງທີ່ໝັ້ນໃໝ່.
ໜັງສືພິມສະບັບນຶ່ງຂອງສະຫະລັດເວົ້າວ່າ ເສັ້ນທາງບິນຜ່ານນ່ານຟ້າອິຣັກ ໄດ້ກາຍເປັນເສັ້ນທາງລໍາລຽງອາວຸດຕ່າງໆໄປໃຫ້ລັດຖະບານຊີເຣຍ.
ສານສູງສຸດອີຈິບ ເລື່ອນເວລາການພິດຈາລະນາ ເພື່ອກວດສອບເບິ່ງຄວາມຖືກຕ້ອງຕາມກົດໝາຍ ຂອງສະມາຊິກສະພາທີ່ຄອບງໍາໂດຍພັກສາສະໜາອີສລາມ.
ອັຟການີສຖານກ່າວວ່າ ມີການໂຈມຕີສະຫຼະຊີບ ຕໍ່ຖານທັບອາກາດແຫ່ງນຶ່ງຂອງສະຫະລັດ ແລະອົງການເນໂຕ້ ຢູ່ໃນພາກຕາເວັນອອກຂອງປະເທດ.
ໂຫລດຕື່ມອີກ