ໃນວັນອັງຄານວານນີ້ ບັນດາລັດຖະບານຂອງປະເທດ ໃນສະຫະພາບຢູໂຣບ ໄດ້ລົງໂທດຢ່າງໜັກທີ່ສຸດຕໍ່ອີຣ່ານ ຍ້ອນໂຄງການນີວເຄລຍຂອງປະເທດດັ່ງກ່າວ.
ບັນດານາຍແພດໃນໂຮງໝໍທີ່ປະເທດອັງກິດ ບ່ອນທີ່ສາວນ້ອຍປາກິສຖານ Malala Yousafzai ໄປຮັບການປິ່ນປົວນັ້ນ ກ່າວວ່າ ນາງກໍາລັງມີອາການດີຂຶ້ນ.
ການໂຈມຕີສະຫຼະຊີບ ໃກ້ຄ້າຍທະຫານ ເນໂຕ້ກັບອັຟການິສຖານ ໃນພາກເໜືອອັຟການິສຖານ ເຮັດໃຫ້ທະຫານອັຟການິສຖານບາດເຈັບ 11 ຄົນ
ທ່ານ Lakhdar Brahimi ທູດພິເສດ ສປຊ ແລະສັນນິບາດອາຣັບ ຮັບຜິດຊອບ ກ່ຽວກັບເລື່ອງຊີເຣຍ ໄດ້ເດີນທາງໄປຍັງເລບານອນ ເພື່ອນບ້ານຂອງຊີເຣຍ.
ນາຍົກລັດຖະມົນຕີ Coelho ໄດ້ປະກາດ ແຜນງົບປະມານ ທີ່ຮວມທັງ ການເພີ່ມພາສີ ລາຍໄດ້, ຕັດເງິນເບ້ຍບໍານານລົງ ແລະມາດຕະການປະຍັດຢ່າງອື່ນໆອີກນໍາ.
ເຮືອບິນລົບຂອງລັດຖະບານ ໄດ້ຖີ້ມລະເບີດ ໃສ່ຫົວເມືອງຍຸດທະສາດແຫ່ງນຶ່ງ ທີ່ພວກກະບົດຍຶດໄດ້ ໃນອາທິດແລ້ວນີ້.
ສະຫະປະຊາຊາດ ກ່າວວ່າ ກຸ່ມຈັດຕັ້ງອາຊະຍາກໍາ ມີສ່ວນພົວພັນນໍາ ຫລາຍຮອດ 30 % ຂອງການຕັດ ແລະຄ້າໄມ້ທ່ອນເຖື່ອນ ຢູ່ໃນທົ່ວໂລກ.
ບັນດານາຍແພດ ໄດ້ແນະນໍາໃຫ້ຍ້າຍ ນາງ Malala Yousafzai ໄປປິ່ນປົວຢູ່ ປະເທດອັງກິດ ບ່ອນທີ່ນາງຈະສາມາດໄດ້ຮັບ ການຮັກສາເປັນເວລາຍາວນານ.
ສະພາແຫ່ງຊາດຂອງລີເບຍ ໄດ້ເລືອກເອົາທ່ານ Ali Zidan ໃນວັນອາທິດວານນີ້, ຊຶ່ງເປັນອະດີດນັກການທູດອາຊີບ ທີ່ໄດ້ ໂຕນໜີໄປ ໃນຊຸມປີ 1980.
ການປຸ້ນຈີ້ ໂດຍພວກຄົນຮ້າຍ ທີ່ຖືອາວຸດ ມັກເກີດຂຶ້ນເປັນປະຈໍາ ຢູ່ຕາມຖະໜົນຫົນທາງ ແລະ ການຜິດຂໍ້ຕໍ່ຖຽງ ລະຫວ່າງກຸ່ມທ້ອງຖິ່ນ ກໍເປັນເລື່ອງປົກກະຕິເຊັ່ນກັນ.
ທ່ານ Lakhdar Brahimi ຮຽກຮ້ອງໃຫ້ ອິຣ່ານຊ່ວຍຈັດຕັ້ງ ໃຫ້ມີການຢຸດຍິງ ໃນລະຫວ່າງການສະຫລອງບຸນ Eid al-Adha ຂອງຊາວມຸສລິມ.
ກຸ່ມ HRW ກ່າວວ່າ ມີຫຼັກຖານວ່າ ຊີເຣຍກໍາລັງໃຊ້ ລະເບີດລູກຫວ່ານ ຕໍ່ຕ້ານພວກກະບົດ ຢູ່ໃນເຂດທີ່ມີ ປະຊາຊົນອາໄສຢູ່ ໃນທົ່ວປະເທດ.
ໂຫລດຕື່ມອີກ