ພວກຜູ້ນຳ ປະເທດໃຊ້ເງິນຢູໂຣ ເປີດປະຊຸມ ປຶກສາຫາລືສຸກເສີນ ກ່ຽວກັບການຊ່ອຍກອບກູ້ ເສດຖະກິດກຣີສຮອບ 2.
ນັກຊ່ຽວຊານກ່າວວ່າ ບັນຫາຂອງພາກພື້ນຢຸໂຣບ ໂຮມທັງບັນຫາຢູ່ໃນສະຫະລັດນັ້ນ ແມ່ນຈະສົ່ງຜົນກະທົບ ຢ່າງມະຫາສານ ຕໍ່ເສດຖະກິດໂລກ.
ສະຫະປະຊາຊາດ ປະກາດໃຫ້ 2 ເຂດ ໃນພາກໃຕ້ໂຊມາເລຍ ເປັນເຂດປະສົບໄພອຶດຢາກ ຂະນະທີ່ເກີດໄພແຫ້ງແລ້ງ ຮ້າຍແຮງສຸດໃນປະເທດດັ່ງກ່າວ ໃນຮອບ 50 ກວ່າປີ
ເຊີເບຍຈັບກຸມ ຫົວໜ້າກະບົດເຊີເບຍ ໃນໂຄຣເອເຊຍ ທີ່ສານອາຍານາໆຊາດ ຕ້ອງການໂຕ ມາດໍາເນີນຄະດີ.
ທ່ານ Cameron ນາຍົກອັງກິດຈະໄປຕອບ ຂໍ້ຊັກຖາມຕ່າງໆໃນສະພາ ກ່ຽວກັບຂ່າວນອງນັນ ເລື້ອງການລັກຟັງໂທລະສັບ.
ຊາວຍີ່ປຸ່ນຫຼາຍພັນຄົນ ໄປຕ້ອນຮັບທີມ ເຕະບານແມ່ຍິງ ທີ່ຫາກໍຊະນະແຊັມໂລກ ທີ່ສະໜາມບິນນາໆຊາດ Narita ໃນກຸງໂຕກຽວ
ມີຜູ້ເສຍຊີວິດ 40 ຄົນຈາກທັງ 2 ຝ່າຍ ໃນການສູ້ລົບກັນ ຢູ່ເມືອງ Brega ທີ່ເລີ່ມມາແຕ່ມື້ວັນອາທິດ
ໂຫລດຕື່ມອີກ