ສິ່ງທີ່ມະຫັດສະຈັນຂອງບຸນຄຣິສມາສ ແມ່ນໄຟແສງສີທີ່ໄຕ້ຂຶ້ນໃນນະຄອນນິວຢອກ ແລະບໍ່ມີບ່ອນໃດທີ່ຕື່ນຕາຫຼາຍກວ່າໃນເຂດ ໄດເກີ ໄຮ້ສ໌ (Dyker Heights) ເຊິ່ງເປັນຄຸ້ມບ້ານທີ່ມີຊື່ສຽງສຳລັບຄວາມອາລັງການຂອງການສະແດງແສງສີໃນວັນພັກດັ່ງກ່າວ
ສະຫະພັນແຮງງານຂອງພະນັກງານ Starbucks ລະບຸວ່າ ການນັດຢຸດງານ ປະທ້ວງໄດ້ຂະຫຍາຍວົງກວ້າງອອກໄປກວ່າ 300 ສາຂາໃນສະຫະລັດ ເມື່ອວັນອັງຄານວານນີ້ ແລະມີພະນັກງານກວ່າ 5,000 ຄົນທີ່ຄາດວ່າ ຈະປະງານ ເພື່ອໄປປະທ້ວງໃນວັນກ່ອນຄຣິສມາສ
ກາຍເປັນທຳນຽມປະຕິບັດໃນຊ່ວງຄຣິສມາສທົ່ວໂລກໄປແລ້ວ ທີ່ເດັກນ້ອຍ ຈາກທົ່ວທຸກມຸມໂລກ ຈະຕິດຕາມການເດີນທາງຂອງແຊນຕ້າ ຄລອດສ໌ ທີ່ມຸ້ງໜ້າສົ່ງຂອງຂວັນໃຫ້ເດັກໆໄປຮອບໂລກ 24 ຊົ່ວໂມງສຸດທ້າຍກ່ອນວັນ ຄຣິສມາສ
ຄຳປະກາດນີ້ ຈະຊ່ອຍຮັກສາຊີວິດຂອງນັກໂທດທີ່ຖືກຕັດສິນປະຫານຊີວິດ ຈາກຄະດີຄາດຕະກຳເຈົ້າໜ້າທີ່ຕຳຫຼວດ ແລະທະຫານຄາດຕະກຳຜູ້ອື່ນ ໃນພື້ນທີ່ຂອງລັດຖະບານກາງ ຫຼືກໍ່ເຫດປຸ້ນທະນາຄານໂດຍມີຜູ້ເສຍຊີວິດ ລວມທັງຄະດີຢາເສບຕິດ ແລະສັງຫານເຈົ້າໜ້າທີ່ຫຼືນັກໂທດຄົນອື່ນ ໃນສະຖານທີ່ຄຸມຂັງຂອງລັດຖະບານກາງ
ໃນຂະນະທີ່ຄົນອາເມລິກັນຈຳນວນຫຼວງຫຼາຍລວມຕົວກັນທີ່ໂຕະອາຫານໃນຊ່ວງມື້ພັກຂອບໃຈພະເຈົ້າທີ່ຜ່ານມາ ລາຍງານຫລ້າສຸດພົບວ່າ ໃນເມືອງທີ່ໃຫຍ່ທີ່ສຸດຂອງອາເມຣິກາ, ປະຊາຊົນຈຳນວນຫຼວງຫຼາຍເພີ້ມຂຶ້ນເລື້ອຍໆໄດ້ປະສົບບັນຫາຂາດແຄນອາຫານ
ວ່າທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໄດ້ຟື້ນຟູແຜນການທີ່ເຄີຍວາງເອົາໄວ້ໃນສະໄໝ ທີ່ຂຶ້ນເປັນຜູ້ນໍາສະຫະລັດຄັ້ງທຳອິດ ສຳລັບການການຊື້ເກາະ ກຣີນແລນ ຈາກປະເທດ ເດັນມາກ. ຫຼັງຂົ່ມຂູ່ວ່າຈະຢຶດຄອງປະເທດ ປານາມາ ຄືນມາເປັນຂອງສະຫະລັດອີກຄັ້ງ
ຫາກເປັນເຊັ່ນນັ້ນອົງກອນນີ້ຈະອ່ອນແອລົງຢ່າງຫຼວງຫຼາຍ.
ສະຖານທີ່ວາງສະແດງໃໝ່ຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ຊ່ວຍອະທິບາຍ ກ່ຽວກັບ ສິ່ງທີ່ບໍ່ຄ່ອຍຮູ້ຈັກກັນຫຼາຍຂອງຊັ້ນຕ່າງໆໃນທະເລ ແລະ ພວກສັດສາວາສິ່ງຕ່າງໆທີ່ອາໄສຢູ່ທີ່ນັ້ນ
'Sonic the Hedgehog 3,' ທີ່ນໍາເອົາໂຕລະຄອນຂວັນໃຈນັກຫຼິ້ນເກມ ມາລົງສາຍເປັນພາກທີສາມແລ້ວ, ເຊິ່ງເປີດໂຕດ້ວຍລາຍໄດ້ 62 ລ້ານໂດລາ
ຂະນະເກີດເຫດ ກອງທັບ ສະຫະລັດ ກຳລັງໂຈມຕີທາງອາກາດໃສ່ກຸ່ມກະບົດ ຮູຕີ.
ທ່ານນາງ ອໍຣິງ (Oring) ເກັບຮັກສາຈົດຫມາຍ ແລະໄປສະນີຍະບັດທີ່ທ່ານນາງໄດ້ພິມທຸກສະບັບໄວ້
ການກວດຍຶດອຸປະກອນອິນເຕີເນັດດາວທຽມ ສຕາຣລິ້ງ (Starlink) ຂອງໄທ ເພື່ອຄວບຄຸມອາຊະຍາກຳທາງໄຊເບີ້ ໃນປະເທດເພື່ອນບ້ານ ສົ່ງຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ຕໍ່ພົນລະເຮືອນໃນມຽນມາ ທີ່ຕ້ອງການອຸປະກອນດຽວກັນ ເພື່ອສື່ສານແລະຮັບການຊ່ອຍເຫຼືອທາງມະນຸດສະທຳທ່າມກາງພາວະສົງຄາມກາງເມືອງ
ໂຫລດຕື່ມອີກ
No live streaming currently available