ລັດແມຣີແລນຂອງສະຫະລັດໃນພາກກາງ-ແອັດແລນຕິກ ອາດຈະເບິ່ງຄືເປັນ ສະຖານທີ່ທີ່ແປກສຳລັບການເຕັ້ນ ຮູລາ. ແຕ່ທຸກໆທ້າຍອາທິດ, ນັກເຕັ້ນຈະມາ ເຕົ້າໂຮມກັນຢູ່ໃຈກາງເມືອງ Silver Spring ເພື່ອຝຶກຊ້ອມສິລະປະການເລົ່າ ເລື່ອງແບບບູຮານ
ທ່ານ ຄາຣ໌ເຕີ ຈະຖືກຝັງຢູ່ທີ່ເມືອງເພລນສ໌ ລຸນຫຼັງງານສົບແຫ່ງຊາດຢູ່ນະຄອນຫຼວງວໍຊິງຕັນ ໃນວັນທີ 9 ມັງກອນ ປີ 2025
ໃນຫຼາຍໆມື້ເປັນສ່ວນໃຫຍ່ ທ່ານ ມາກ ລິນເດັນເບີກ ຈະຂັບລົດຜ່ານ ຫຼືຍ່າງ ຜ່ານໄປຢ້ຽມເບິ່ງ ບູດສ໌, ແມວລ້ຽງສຸດທີ່ຮັກຂອງລາວທີ່ ເສຍຊີວິດໃນເດືອນສິງ ຫາປີ 2020 ດ້ວຍອາຍຸໄດ້ 17 ປີ
ປະທານາທິບໍດີ ໄບເດັນ ກ່າວວ່າ ການຊ່ວຍເຫຼືອຊຸດນີ້ “ຈະເຮັດໃຫ້ ຢູເຄຣນ ມີອໍານາດເຫຼືອລົ້ນໃນທັນທີທັນໃດ ເພື່ອຈະນໍາໄປໃຊ້ໃຫ້ເກີດປະໂຫຍດຢ່າງຫຼວງຫຼາຍຢູ່ໃນສະໜາມລົບ
ຜົນການສຳຫຼວດຫຼ້າສຸດຈາກ ສູນ NORC ເພື່ອການຄົ້ນຄວ້າກິດຈະກຳມະຫາຊົນຂອງອົງການຂ່າວເອພີ (NORC Center for Public Affair Research) ຊີ້ໃຫ້ເຫັນວ່າ ສ່ວນໃຫຍ່ຂອງຊາວອາເມຣິກັນທີ່ເປັນຜູ້ໃຫຍ່ ຕັ້ງໃຈສະຫຼອງວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ບ້ານ
ຊີວິດ ແລະ ອາຊີບ ຫຼັງຈາກການດໍາລົງຕໍາແໜ່ງຂອງອະດີດປະທານາທິບໍດີ ຄືການສົ່ງເສີມດ້ານສຸຂະພາບ ແລະປະຊາທິປະໄຕລະດັບໂລກ
ໃນຖານະຫົວໜ້າສູນມູນນິທິ ຈິມມີ ຄາຣ໌ເຕີ, ທັງ ທ່ານ ຄາຣ໌ເຕີ ແລະພັນລະຍາ ໄດ້ເດີນທາງໄປກ່ວາ 80 ປະເທດ ເພື່ອຕິດຕາມການເລືອກຕັ້ງທີ່ມີບັນຫາ ໂດຍໄກ່ເກັ່ຍຂໍ້ຂັດແຍ້ງ ແລະ ຕໍ່ສູ້ກັບພະຍາດ
ໂຕລະຄອນສີຟ້າສົດໃສຂວັນໃຈນັກຫຼິ້ນເກມທີ່ລົງຈໍພາບຕໍ່ເປັນພາກທີ 3 ໃນ “Sonic the Hedgehog 3” ຈາກຄ້າຍ ພາຣາເມົ້າ ພິກເຊີຣສ໌ (Paramount Pictures) ເກັບເງິນເຂົ້າຖົງໃນທ້າຍອາທິດທີ 2 ໄປອີກ 38 ລ້ານໂດລາຈາກການສາຍໃນສະຫະລັດ ແລະການາດາ ເຮັດໃຫ້ຍັງຄອງຕຳແໜ່ງແຊ້ມຮູບເງົາທີ່ໄດ້ເງິນອີກຕໍ່ໄປໃນສັບປະດາຫຼ້າສຸດ
ການພາເພື່ອນສີ່ຂາອອກໄປຍ່າງຫຼິ້ນນອກບ້ານ ຖືວ່າ ເປັນຊ່ວງເວລາແຫ່ງຄວາມສຸກ ແຕ່ກິດຈະກຳທີ່ແສນງ່າຍສະບາຍໆນີ້ ອາດກໍ່ໃຫ້ເກີດອຸບັດເຫດກໍເປັນໄດ້ ເຊິ່ງເຈົ້າຂອງໝາຄວນທີ່ຈະລະມັດລະວັງ ແລະເພີ້ມຄວາມເອົາໃຈໃສ່ນຳ ເພື່ອປ້ອງກັນເຫດການທີ່ບໍ່ຄາດຝັນ
ສະຫະລັດ ໄດ້ອະນຸມັດການສະໜັບສະໜູນດ້ານການປ້ອງກັນປະເທດມູນຄ່າ 571.3 ລ້ານໂດລາສຳລັບ ໄຕ້ຫວັນ.
ໃນຂະນະທີ່ໂລກຄອຍຖ້າການກັບຄືນເຂົ້າມາດຳລົງຕຳແໜ່ງໃນທຳນຽບຂາວ ຂອງວ່າທີ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໃນເດືອນໜ້ານີ້, ໄຕ້ຫວັນ ໄດ້ຕົກຢູ່ໃນລະຫວ່າງການຮາວີຂອງຈີນທີ່ເພີ້ມຂຶ້ນເລື້ອຍໆ ແລະຄວາມບໍ່ແນ່ ນອນທີ່ກ່ຽວຂ້ອງກັບສາຍສຳພັນລະຫວ່າງ ສະຫະລັດ ແລະໄຕ້ຫວັນ
ລອຕເຕີຣີ ເມກາ ມີລລ້ຽນສ໌ (Mega Millions) ຂອງສະຫະລັດ ສະສົມລາງ ວັນແຈັກພ໊ອດກາຍ 1,000 ລ້ານໂດລາ ໃນວັນຄຣິສມັສວານນີ້ ຕາມເວລາໃນ ສະຫະລັດ ຫລັງຈາກບໍ່ມີຜູ້ໃດຖືກລາງວັນໃຫຍ່ ເມື່ອຕອນຄ່ຳຄືນວັນອັງຄານ ທີ 24 ທັນວາ ທີ່ຜ່ານມານີ້
ໂຫລດຕື່ມອີກ
No live streaming currently available